ຂ່າວສານ

ໝູ່ກັງຈາຍ - ສະຖານທີ່ ທ່ອງທ່ຽວ ແຖວໜ້າ ຂອງໂລກ ໃນປີ 2020

      ສຳນັກຂ່າວສານ CNBC ຫາກໍ່ໄດ້ລົງບົດ ຕີລາຄາວ່າ ໝູ່ກັງຈາຍໃນແຂວງ ອຽນບ໊າຍ ແມ່ນ ສະຖານທີ່ ທ່ອງທ່ຽວ ທີ່ຈັບໃຈສຳລັບ ແຂກທ່ອງທ່ຽວ ສາກົນ ໃນປີ 2020. CNBC ໄດ້ ພັນລະນາ ໝູ່ກັງຈາຍ ປ່ຽບເໝືອນແກ້ວມະນີນອນເລິກໃນບັນດາຫອມພູ, ດ້ວຍບັນດາໝູ່ບ້ານຕັ້ງຢູ່ເນີນພູໃນທ່າມກາງທົ່ງນາຂັ້ນໄດຂຽວອຸມທຸມ.

ໝູ່ກັງຈາຍ (ພາບ:  Sunny Tran)
      ຢູ່ທີ່ນີ້ກໍ່ໄດ້ມີການເຄື່ອນໄຫວລະຫຼີ້ນບັ່ນເທີງຕ່າງໆ ຄື ຍ່າງ, ຂີ່ລົດຖີບແລະ ຖ່າຍຮູບ. ແຕ່ລະປີ ໃນໂອກາດງານບຸນ, ໝູ່ກັງຈາຍ ໄດ້ດຶງດູດແຂກທ່ອງທ່ຽວມາຢ້ຽມຊົມທັດສະນະສຶກສາ ຢ່າງຫຼວງຫຼາຍ. ບົດໜັງສືພິມໄດ້ເນັ້ນໜັກວ່າ ນາຂັ້ນໄດໄດ້ຊ່ວຍໃຫ້ໝູກັງຈາຍໃນແຕ່ລະລະດູການ ພັດມີຄວາມເປັນເອກະລັກສະເພາະ. ໃນລະດູບານໃໝ່, ທົ່ງນາຂຽວອຸມທຸມເຕັມໄປດ້ວຍພະລັງຊີວິດ, ສ່ວນໃນລະດູຮ້ອນກໍ່ມີຄວາມອົບອຸ່ນ, ນາຂັ້ນໄດຍັງປົກຄຸມສີຂຽວໄປທົ່ວເຂດ. ສ່ວນໃນລະດູໃບໄມ້ຫຼົ່ນກໍ່ແມ່ນຍາມເກັບກູ້ນາຂັ້ນໄດປ່ຽບເໝືອນທະເລຄຳ.
 (ແຫຼ່ງຄັດຈາກ VOV)


top