ຂ່າວສານ

ໝູນໃຊ້ແນວຄິດປະທານໂຮ່ຈີມິນໃນການເຄື່ອນໄຫວນິຕິບັນຍັດ

ອາຍຸການການສະພາແຫ່ງຊາດຊຸດທີ XIV ດຳເນີນໄປພ້ອມກັບຈຸດເວລາຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ ຕາມຄຳສັ່ງເລກທີ 05.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ. (ພາບ: TTXVN)

ເນື່ອງໃນໂອກາດ 5 ປີແຫ່ງການສະຫຼຸບການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ກ່ຽວກັບການ “ຍູ້ແຮງການຮ່ຳຮຽນ, ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານໂຮ່ຈີມິນ”, ທ່ານສາດສາດາຈານ, ປະລິນຍາເອກ, ປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ມີບົດຂຽນດ້ວຍຫົວຂໍ້ວ່າ: “ໝູນໃຊ້ແນວຄິດປະທານໂຮ່ຈີມິນໃນການເຄື່ອນໄຫວນິຕິບັນຍັດ, ປະກອບສ່ວນສ້າງ ແລະ ສ້າງລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມຫວຽດນາມ ໃຫ້ສົມບູນ”.

        ບົດຂຽນໄດ້ເນັ້ນໜັກວ່າ ອາຍຸການການສະພາແຫ່ງຊາດຊຸດທີ XIV ດຳເນີນໄປພ້ອມກັບຈຸດເວລາຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ວິຖີຊີວິດປະທານ ໂຮ່ຈີມິນ ຕາມຄຳສັ່ງເລກທີ 05. ໃນອາຍຸການນີ້, ສະພາແຫ່ງຊາດໄດ້ປະກາດໃຊ້ເອກະສານນິຕິກຳຫຼາຍສະບັບ ເພື່ອຫັນແຜນນະໂຍບາຍ, ແນວທາງຂອງພັກເປັນລະບອບ ແລະ ສືບຕໍ່ຫັນເປັນລະອຽດ, ນຳລັດຖະທຳມະນູນປີ 2013 ເຂົ້າສູ່ຊີວິດ, ຜ່ານນັ້ນ, ຢືນຢັນບົດບາດສຳຄັນຂອງເລື່ອງສ້າງ, ປະຕິຮູບລະບອບລັດແຫ່ງອຳນາດນິຕິບັນຍັດສັງຄົມ ຫວຽດນາມ ໃຫ້ສົມບູນ, ປະກອບສ່ວນປະຕິບັດສຳເລັດເປົ້າໝາຍນຳຫວຽດນາມ ໃຫ້ພັດທະນາຢ່າງໄວ, ໝັ້ນຄົງ.

(ແຫຼ່ງຄັດຈາກ VOV)


top