ສາລະຄະດີ

ໝຸ໊ຍແນ໋ - ແດນສະຫວັນ ແຫ່ງການພັກຜ່ອນ

ຈາກ​ບ່ອນເປັນພຽງໝູ່ບ້ານຊາວປະມົງ ນ້ອຍແຫ່ງໜຶ່ງ, ແຫຼມ ທ່ີຍືດ ອອກສູ່ທະເລ ທີ່ຊາວປະມົງ ມັກເຂົ້າເພື່ອຫຼົບຫຼີກ ພາຍຸໃນແຕ່ລະປີ, ​ປັດຈຸ​ບັນ ໝຸ໊ຍແນ໋(​ນະຄອນ ຟານຖ໋ຽດ, ແຂວງ ບິ່ງຖ້ວນ)

ຈາກ​ບ່ອນເປັນພຽງໝູ່ບ້ານຊາວປະມົງ ນ້ອຍແຫ່ງໜຶ່ງ, ແຫຼມ ທ່ີຍືດ ອອກສູ່ທະເລ ທີ່ຊາວປະມົງ ມັກເຂົ້າເພື່ອຫຼົບຫຼີກ ພາຍຸໃນແຕ່ລະປີ, ​ປັດຈຸ​ບັນ ໝຸ໊ຍແນ໋(​ນະຄອນ ຟານຖ໋ຽດ, ແຂວງ ບິ່ງຖ້ວນ) ​ໄດ້​ນັກ​ທ່ອງ​ທ່ຽວ​ພາຍໃນ ແລະ ຕ່າງປະເທດ ຮູ້ຈັກເຖິງຄືດັ່ງ “ແດນສະຫວັນ ແຫ່ງການພັກຜ່ອນ” ລະດັບພາກພື້ນ. 

ສະຖານທີ່ພັກຜ່ອນຂອງ Sea Links City 5 ດາວ ຢູ່ ໝຸ໊ຍແນ໋, ຟານ ຖ໋ຽດ. ພາບ: ຮວ່າງຮ່າ/VNP

“ສູນກາງ” ຣີສອດ ຢູ່ແຄມຝັ່ງທະເລສີຄາມ

ຄູ່ຜົວ​ເມຍທ່ານ L.C ແລະ ທ່ານນາງ N.T ​ໄດ້​ຍ້າຍ​ຈາກ​ນະຄອນ ຫຼວງຮ່າ​ໂນ້ຍ ມາ​ດຳລົງ​ຊີວິດ​ຢູ່ ໝຸ໊ຍແນ໋ ​ເມື່ອ30 ກວ່າ​ປີ​ກ່ອນ. ພວກ​ເພິ່ນ​ເລືອກ​ຊື້​ ອາ​ພາດ​ເມັນຫຼັງໜຶ່ງ ​ຢູ່​ເຂດ​ Sea Link City Resort ຢູ່​ຕາແສງ ໝຸ໊ຍແນ໋, ເມືອງ ຟານຖ໋ຽດ, ແຂວງ ບິ່ງຖ້ວນ ນັບ​ແຕ່ນະແຫ່ງນີ້ ​ຍັງ​ເປັນ​ໂຄງ​ການ​ໃໝ່​ທີ່​ຫາກໍ​ເລີ່ມ​ກໍ່​ສ້າງ.

ທ່ານ L.C ກ່າວວ່າ: ໃນເບື້ອງຕົ້ນ, ພວກຂ້າພະເຈົ້າວາງແຜນ ຖືສະຖານທີ່ແຫ່ງນີ້ ພຽງເປັນບ່ອນພັກຜ່ອນ ແລະ ມ່ວນຊື່ນ ກັບຄອບຄົວ ແລະ ເດັກນ້ອຍ ໃນຍາມພັກລະດູຮ້ອນເທົ່ານັ້ນ. ​ແຕ່ວ່າ, ພາຍຫຼັງ​​ດຳລົງ​ຊີວິດ​ຢູ່​ທີ່​ນີ້​ເປັນ​ເວລາ​ສັ້ນໆ, ພວກຂ້າພະ​ເຈົ້າ​ຮູ້ສຶກ​ວ່າ ອາກາດ​ຢູ່​ ໝຸ໊ຍແນ໋ ​ສົດໃສ, ​ອົບອຸ່ນ ແລະ ​ ມີແສງແດດ​ຕະຫຼອດ​ປີ, ​ແມ່ນ​ດີ​ຕໍ່​ສຸຂະພາບ​ຫຼາຍ, ທີ່ນີ້​ຫ່າງ​ຈາກ​ນະຄອນ ​ໂຮ່ຈີ​ມິນ ​ພຽງ 200 ກມ, ເພາະສະນັ້ນ ພວກຂ້າພະ​ເຈົ້າ​ຈຶ່ງ​ຕັດສິນ​ໃຈ​ຢູ່ທີ່ນີ້ນັບແຕ່ນັ້ນມາ”. 

ນັກທ່ອງທ່ຽວ ໄດ້ສໍາຜັດກັບພື້ນທີ່ ໂຣແມນຕິກ ໃນສະລອຍນໍ້າທີ່ບໍ່ມີຂອບເຂດ ຢູ່ Centara ໝຸ໊ຍແນ໋. ພາບ: ເລມິງ/VNP

ມາຍັງ ໝຸ໊ຍແນ໋ ຄັ້ງນີ້, ພວກຂ້າພະເຈົ້າມີໂອກາດ ໄດ້ໄປຢ້ຽມຢາມເຮືອນ ຂອງ ຄູ່ຜົວເມຍທ່ານ L.C ແລະ ທ່ານນາງ N.T ເພື່ອຮູ້ສຶກໄດ້ ບັນຍາກາດ ແລະ ສິ່ງແວດລ້ອມ ແຫ່ງການດຳລົງຊີວິດ ຢູ່ເຂດ ຊາຍຝັ່ງທະເລ ພາກກາງຕອນໃຕ້.  ເຈົ້າຂອງເຮືອນ ພາ ພວກຂ້າພະເຈົ້າ ໄປຢ້ຽມຊົມ ອາພາດເມັນ ສອງຊັ້ນ ໃນເຂດ Sea Link City Resort ກັບການອອກແບບ ຮັບລົມທີ່ປອດໂປ່ງ ເຢັນສະບາຍ ພ້ອມດ້ວຍ ການຕົບແຕ່ງທີ່ສະຫຼາດ ແລະ ທັນສະໄໝ.

ທ່ານ L.C ກ່າວວ່າ ບໍ່ຈໍາເປັນຕ້ອງໃຊ້ເຄື່ອງປັບອາກາດ ຢູ່ທີ່ນີ້ ຕະ ຫຼອດປີ ເພາະພຽງແຕ່ເປີດປ່ອງຢ້ຽມ ລົມທະເລ ກໍພັດເຂົ້າມາເຢັນສະບາຍ. ອາພາດເມັນ ຢູ່ທີ່ນີ້ ຖືກອອກແບບ ຢ່າງມີວິທະຍາສາດຫຼາຍ, ຫຼັງທີ່ສ້າງຕໍ່ມາ ບໍ່ຖືກ ຫຼັງທີ່ສ້າງກ່ອນ ກີດຂວາງທິດທາງລົມ ແລະ ປົກບັງໄລຍະເບິ່ງສູ່ທະເລ, ເພາະສະນັ້ນ ອາກາດເຢັນສະບາຍ ຢູ່ສະເໝີ. 

Sea Links City Resort ປັດຈຸບັນເປັນສະຖານທີ່ພັກຜ່ອນ ລະດັບ 5 ດາວ ທີ່ມີຊື່ສຽງຢູ່ ໝຸ໊ຍແນ໋ - ຟານຖ໋ຽດ ດ້ວຍ ຈໍານວນຫ້ອງພັກ, ອາພາດເມັນ ແລະ ເຮືອນວິນລາ ເກືອບ 1.000 ຫ້ອງ ຕັ້ງຢູ່ເທິງໂນນພູ ທີ່ເຢັນສະບາຍ ພ້ອມກັບ ການບໍລິການຢ່າງຄົບຊຸດ ເຊັ່ນ: ພັກຜ່ອນ, ບັນເທີງ, ອາຫານ, ສະລອຍນ້ຳ, ສະໜາມ ກ໊ອຟ ທີ່ທ້າທາຍທີ່ສຸດ ອາຊີ ແລະ ປະສາດ ເຫຼົ້າ​ແວງ​​ ທີ່ເກົ່າແກ່ ສະຫງ່າ​ງາມ​ ຊຸກເຊື່ອງ​ໄວ້ຢູ່ຫຼັງ​ສວນ​ອະ​ງຸ່ນສີ​ຂຽວ​.


ນອກຈາກ Sea Links City Resort ແລ້ວ, ປັດຈຸບັນ ໝຸ໊ຍແນ໋ ຍັງມີ ຣີສອດ, ເຂດພັກຜ່ອນ, ໂຮງແຮມ ທີ່ລໍ້າຍຸກ ອື່ນໆ ອີກຫຼາຍແຫ່ງ ຕັ້ງຢັ່ງຍາຍລຽບຕາມຝັ່ງທະເລ ຈາກປະຕູໂຂງ ຂອງນະຄອນ ຟານຖ໋ຽດ ເຖິງ ຮ່ອນເຣີມ - ຈຸດສິ້ນສຸດຂອງ ໝຸ໊ຍແນ໋. ບັນດາຊື່ເອີ້ນເຊັ່ນ: The Cliff, Romana resort, Sailing Club, Centara Mirage, Anantara, Terracotta… ແມ່ນບັນດາທີ່ຢູ່ທີ່ມີຊື່ສຽງ ເພື່ອການພັກຜ່ອນ, ຜ່ານປະສົບການຕົວຈິງທີ່ໜ້າປະທັບໃຈ ສໍາລັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ໃນທຸກຄັ້ງ ມີໂອກາດມາຍັງ ໝຸ໊ຍແນ໋ - ຟານຖ໋ຽດ. ດ້ວຍເຫດນັ້ນ ໝຸ໊ຍແນ໋ ຖືກຖືວ່າເປັນ “ສູນກາງແຫ່ງ ຣີສອດ” ຂອງ ​ຫວຽດນາມ.

 ອຳລາຄອບຄົວທ່ານ L.C ແລະ ທ່ານນາງ N.T, ພວກ ຂ້າພະເຈົ້າ ໄດ້ເລືອກ Centara Mirage Resort ທີ່ຕັ້ງຢູ່ ເທິງອ່າວ ຮ່ອນເຣີມ ສັງກັດຕາແສງ ໝຸ໊ຍແນ໋ ເປັນບ່ອນພັກເຊົາ. Centara Mirage Resort ໄດ້ອອກແບບການກໍ່ສ້າງ ແບບ ເມດິເຕີເຣນຽນ-ແອັດສະປາຍ ດ້ວຍເນື້ອ 1.000 ເຮັກຕາ ຫາກໍເປີດບໍລິການ ຕ້ອນຮັບນັກທ່ອງທ່ຽວ ໃນທ້າຍປີ 2021 ຊຶ່ງເໝືອນດັ່ງກະແສລົມໃໝ່ປະກອບສ່ວນ ໃຫ້ຄວາມຫຼາກຫຼາຍ ຂອງ “ແດນສະຫວັນ ແຫ່ງການພັກຜ່ອນ” ໝຸ໊ຍແນ໋. 


ໃນລະຫວ່າງມື້ຢູ່ ໝຸ໊ຍແນ໋, ພວກຂ້າພະເຈົ້າໄດ້ໄປຢ້ຽມຢາມ ບັນດາ ຣີສອດ, ໂຮງແຮມຊັ້ນສູງ ໃນທຸກຮູບແບບ ອາຊີ - ເອີຣົບ, ຕັ້ງແຕ່ສະ ໄໝບູຮານ ຈົນເຖິງທັນສະໄໝ ກັບການບໍລິການ ທີ່ສະດວກຫຼາກຫຼາຍ ຢັ່ງຢາຍຢູ່ຕາມຝັ່ງທະເລ ຮາບພຽງ ກັບຊາຍທ່ີຂາວນຽນ. ທະເລ ໝຸ໊ຍ ແນ໋ມີນໍ້າໃສສະອາດ, ໄດ້ດຶງດູດນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ ເພື່ອມາອາບແດດ, ອາບນ້ຳທະເລ, ຫຼິ້ນກະດານໂຕ້ຄື້ນ... ຊຶ່ງສ້າງພາບພົດ ທ່ອງທ່ຽວ ຢ່າງມີຊີວິດຊີວາ. 

ອາຫານ ຢູ່ ໝຸ໊ຍແນ໋ ກໍເປັນທີ່ດຶງດູດໃຈ ກັບບັນດາເຍື່ອງອາຫານ ທີ່ສົດແຊບ ຖືກປຸງແຕ່ງ ຕາມແບບຂອງຊາວທ້ອງຖິ່ນຢູ່ ໃນຮ້ານອາ ຫານ ຕ່າງໆ ລຽບຕາມຝັ່ງກັນເຈື່ອນ. ຖ້າມາຍັງ ໝຸ໊ຍແນ໋, ທ່ານຈົ່ງລອງຊີມ ບັນດາລາຍການອາຫານ ປີ້ງຫອຍໃສ່ນໍ້າມັນຜັກບົ່ວຈຽວ, ແກ້ມກັບເຂົ້າປຸ້ນສົດ ຈໍ້າກັບນໍ້າປາ ຟານຖ໋ຽດ ຈະເປັນປະສົບການຕົວຈິງທີ່ໜ້າປະທັບໃຈຢ່າງຍິ່ງ. 

ກາຍເປັນຈຸດໝາຍປາຍທາງ ອັນດັບແຖວໜ້າໃນພາກພື້ນ

ຕາມ​ກຳນົດທິດ, ໝຸ໊ຍແນ໋ ໄດ້​ຮັບ​ການ​ອະນຸມັດ​ແຜນຜັງ ຈາກ​ລັດຖະບານ​ ເພື່ອ​ພັດທະນາ​ເປັນ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ​ມີ​ວິ​ໄສ​ທັດ​ແຕ່​ປີ 2040 ເຖິງປີ 2050 ດ້ວຍ​ຄວາມ​ຕັດສິນ​ໃຈ​ ຫັນ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໝຸ໊ຍແນ໋ ​ໃຫ້​ກາຍ​ເປັນ​ແຫຼ່ງທ່ອງ​ທ່ຽວ​ນຳ​ໜ້າ​ຂອງ​ພາກ​ພື້ນ.

 ດັ່ງນັ້ນ​, ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ ໝຸ໊ຍແນ໋ ​ໄດ້​ວາງ​ແຜນຜັງ ດ້ວຍ​ເນື້ອ​ທີ່​ທັງ​ໝົດ 14.760 ​ເຮັກຕາ ຢູ່ 3 ທ້ອງ​ຖິ່ນ​ແຄມ​ທະ​ເລ​ຄື: ​ນະ ຄອນ ຟານ​ຖ໋ຽດ, ​ເມືອງ ບັກ​ບິ່ງ ​ແລະ ​ເມືອງ​ຕຸຍຟອງ. ນອກ​ຈາກຄວາມເອື້ອອຳນວຍດ້ານ ​ສະ​ພາບ​ອາ​ກາດ​ແລະ ​ພູມ​ສັນ​ຖານ​ ທີ່​ໄດ້ ທໍາ​ມະ​ຊາດມອບ​ໃຫ້​, ໝຸ໊ຍແນ໋ ຍັງເປັນບ່ອນເຕົ້າໂຮມ ທາງດ້ານປະຫວັດສາດ-ວັດທະນະທຳ ທີ່ມີຊ່່ືສຽງອີກຫຼາຍແຫ່ງ​, ມີສັນຍາລັກພິເສດຂອງເຂດດິນຢູ່ ແຄມຝັ່ງທະເລ ກັບຮີດຄອງປະເພນີຫຼາຍຢ່າງ ທີ່ມີມາແຕ່ດົນນານ. ນະແຫ່ງນີ້ມີກຸ່ມທາດ ຈຳບູຮານ Pô sah Inư (ຕາແສງ ຟູ໋ຮ່າຍ) ພ້ອມກັບງານບຸນປະເພນີ ກາເຕ ຂອງຊາວເຜົ່າ ຈຳ ຢູ່ທ້ອງຖິ່ນ; ມີໂຮງຮຽນ ຢູກແທງ ຢູ່ ຕາມຝັ່ງ ແມ່ນໍ້າ ກ່າຕີ - ບ່ອນມີຮ່ອງຮອຍຂອງປະທານ ໂຮ່ຈີມິນ ໃນອະດີດ; ສາລາ ວ້ານຖຸຍຕູ໋ ໄດ້ຮັບການ​ກໍ່​ສ້າງ​ໃນ​ປີ 1762, ບ່ອນ​ທີ່​ຮັກສາ ແລະ ວາງສະແດງ​ໂຄງ​ກະດູກ​ປາວານ​ ໃຫຍ່​ທີ່​ສຸດຫວຽດນາມ; ມີຫ້ວຍ ຕຽນ (ຕາແສງ ຮ່າມຕ໋ຽນ) ມີສາຍ ນ້ຳຈືດ ໄຫຼຜ່ານ ລະຫວ່າງ ສອງເນີນພູຊາຍແດງມີເກາະ ຮ່ອນເຣີມ ທ່ີີມີຄວາມງາມແບບປະຖົມປະຖານ ແລະ ສະຫງົບສຸກ; ມີໝູ່​ບ້ານ​ຫາ​ປາ ໝຸ໊ຍແນ໋ ​ທີ່ເຕັມໄປດ້ວຍ ກຳລັງວັງຊາທີ່ເປັນເອກະລັກ ຂອງໝູ່ບ້ານຊາວປະມົງ. ຢູ່ທີ່ນີ້ ຍັງມີຫາດຫີນ 7 ສີຢູ່ແຄມຝັ່ງທະເລ (ຕາແສງ ບິ່ງແທ້ງ, ເມືອງ ຕຸຍຟອງ) ໄດ້ຮັບການຮັບຮອງ ຈາກສູນປື້ມບັນທຶກສະຖິຕິ ຫວຽດນາມ ວ່າເປັນ “ຫາດຫີນ ທີ່ມີສີສັນ ແລະ ຮູບຮ່າງ ຫຼາກຫຼາຍທີ່ສຸດ ຫວຽດນາມ”ມີ​ໜອງ​ນ້ຳ​ຈືດ​ທຳ​ມະ​ຊາດ ​ຢູ່​ກາງໂນນ​ຊາຍ​ອັນ​ກວ້າງ​ໃຫຍ່ ມີ​ຊື່​ວ່າ ເບົ່າຈັ໋ງ (ຕາ​ແສງ ຮ່​ວາ​ຖັ໋ງ, ເມືອງ ບັກ​ບິ່ງ). ນອກຈາກນັ້ນ, ໝຸ໊ຍແນ໋ ຍັງໄດ້ ຮັບເລືອກວ່າ ເປັນໜຶ່ງໃນ 50 ຫາດຊາຍທີ່ດີ ທີ່ສຸດໂລກ ສໍາລັບປະເພດ ກິລາ ກະດານໂຕ້ຄື້ນ ແລະ ເປັນຫາດຊາຍອັນດັບໜຶ່ງ ຂອງ ອາຊີສໍາລັບປະເພດ ກິລາດັ່ງກ່າວ. ສະຖານ​ທີ່ແຫ່ງ​ນີ້​ໄດ້​ຈັດ​ການ​ແຂ່ງຂັນ ​ກະດານໂຕ້ຄື້ນ ຫຼາຍຄັ້ງ ຊຶ່ງໄດ້ດຶງດູດນັກກິລາ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ ໃນ​ທົ່ວ​ໂລກ ມາ​ເຂົ້າ​ຮ່ວມ​ການ​ແຂ່ງຂັນ.

ເກມ​ຂີ່​ລົດຈັກ​ ຂຶ້ນໂນນ
ບັນດາໝໍເຢົາ ຂອງຊາວ​ເຜົ່າ​ຈຳ (ແຂວງ ບິ່ງ​ຖ້ວນ) ພວມ​ກະ ກຽມ​ເຄື່ອງ​ບູຊາ​ ຢູ່​ຫໍ​ບູຊາ Pô sah Inư ຢູ່​ນະຄອນ ຟານ​ຖ໋ຽດ ​ໃນ​ໂອ ກາດ​ບຸນ​ ກາເຕ. ພາບ: ຫງວຽນຖັ໋ງ/VNP

ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໝຸ໊ຍແນ໋ ຍັງ​ມີ​ຄວາມ​ສາ​ມາດ​ເຊື່ອມ​ຕໍ່​ກັບ​ແຫຼ່ງ​ທ່ອງ​ທ່ຽວ​ອື່ນໆ ​ຂອງ​ແຂວງ ບິ່ງ​ຖ້ວນ ກໍ່​ຄື​ໃນ​ພາກ​ພື້ນ, ດ້ວຍ​ເປົ້າ​ໝາຍເຮັດໃຫ້ດີທີ່ສຸດ ຄວາມສາມາດບົ່ມຊ້ອນ ດ້ານການທ່ອງ ທ່ຽວ​, ຮັບປະກັນ​ປະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ - ສັງ​ຄົມ, ​ປັບປຸງຄຸນ​ນະ​ພາບ ຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ; ນຳ ໝຸ໊ຍແນ໋ ກາຍເປັນສູນກາງທ່ອງທ່ຽວ ລະດັບສາກົນ, ເປັນຈຸດໝາຍປາຍທາງ ​ແຖວໜ້າຂອງ​ພາກ​ພື້ນ​ ອາຊີ-ປາຊີ​ຟິກ​

ປັດຈຸ​ບັນ, ບິ່ງ​ຖ້ວນ​ ໄດ້ຈັດຢູ່ໃນບັນຊີລາຍຊື່ 10 ແຂວງທ່ອງທ່ຽວ​ທີ່​ດີ​ເດັ່ນ​ຂອງ​ ຫວຽດນາມ, ໝຸ໊ຍແນ໋ ໄດ້ກາຍເປັນ 1 ​ໃນ 6 ​ເຂດ​ທ່ອງ​ທ່ຽວ ​ແຫ່ງ​ຊາດ​ຂອງ​ປະ​ເທດ. ມາ​ຍັງ​ເຂດ​ທ່ອງ​ທ່ຽວ​ແຫ່ງ​ຊາດ ໝຸ໊ຍ ແນ໋, ນັກທ່ອງທ່ຽວຈະໄດ້ຜ່ານປະສົບການຕົວຈິງ ກັບບັນດາຮູບການທ່ອງທ່ຽວ ທີ່ເປັນເອກະລັກ ແລະ ໜ້າປະທັບໃຈເຊັ່ນ: ໄປທັດສະນະສຶກສາ, ພັກຜ່ອນທາງທະເລ, ຫຼິ້ນກິລາທາງທະເລ, ທ່ອງທ່ຽວ ດ້ານຈິດວິນຍານທາງທະເລ...  


ທ່ານ ບຸ່ນເຖ໋ເຍິນ, ຜູ້ອຳນວຍການ​ພະ​ແນ​ກວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ບິ່ງ​ຖ້ວນ ​ໃຫ້​ຮູ້​ວ່າ: ຂະ​ແໜງ​ການທ່ອງທ່ຽວ​ແຂວງ ບິ່ງ​ຖ້ວນ ຍາມ​ໃດ​ກໍ່​ມານະ​ພະຍາຍາມ​ ກໍ່ສ້າງ ​ເຄື່ອງໝາຍການຄ້າ​ທ່ອງ​ທ່ຽວ​ທະ​ເລ​ ຕິດ​ພັນ​ກັບ​ ການຈັດ​ຕັ້ງ ​ບັນດາ​ເຫດການ​ສະກົນທີ່ມີສັນຍາລັກສະເພາະຂອງຕົນ. ດ້ວຍເຫດນັ້ນ ໃນ 6 ເດືອນຕົ້ນປີ 2022, ເມື່ອການລະບາດ ຂອງ ພະຍາດໂຄວິດ-19 ສາມາດຄວບຄຸມໄດ້ ຢ່າງສຳເລັດຜົນ, ຈຳນວນແຂກທ່ອງທ່ຽວ ມາຢ້ຽມຢາມ ແລະ ພັກຜ່ອນຢູ່ ຟານຖ໋ຽດ ບັນລຸກວ່າ 1,9 ລ້ານເທື່ອຄົນ, ເພີ່ມຂຶ້ນ 30% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ ມີປະມານ 20.640 ເທື່ອຄົນ, ເພີ່ມຂຶ້ນ 20%; ຄາດ​ວ່າ​ລາຍ​ຮັບ​ ຈະບັນລຸປະມານ 3.700 ຕື້​ດົ່ງ, ​ເພີ່ມ​ຂຶ້ນ 3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2021.

ພາຍຫຼັງ 30 ປີ​ແຫ່ງ​ການ​ແຍກ​ຕົວ​ອອກ​ຈາກ​ແຂວງ ຖ້ວນຫາຍ (ປີ 1992), ຂະ​ແໜງ​ທ່ອງ​ທ່ຽວ ບິ່ງ​ຖ້ວນ ໄດ້​ມີ​ການ​ພັດ​ທະ​ນາ​ຢ່າງ​ແຂງ​ແຮງ, ຢືນ​ຢັນເຄື່ອງໝາຍການຄ້າ ແລະ ສືບ​ຕໍ່​ຂະ​ຫຍາຍ​ຕົວ, ບໍ່​ພຽງ​ແຕ່​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ແຜນ​ທີ່​ທ່ອງ​ທ່ຽວ​ ຢູ່​ ຫວຽດນາມເທົ່ານັ້ນ, ສະເພາະ ໝຸ໊ຍແນ໋ ໄດ້ມີບາດກ້າວ ພັດທະນາ ຢ່າງໜ້າປະທັບໃຈ, ກາຍເປັນສະຖານທີ່ທ່ອງທ່ຽວທະເລ ທີ່ມີຊື່ສຽງລະດັບໂລກ, ສົມກັບນາມມະຍົດວ່າເປັນ “ແດນສະຫວັນ ແຫ່ງການພັກຜ່ອນ” ອີກດ້ວຍ.


ໃນລະດູລົມ ພັດມາແຕ່ທິດຕາເວັນອອກສຽງເໜືອ, ບັນດາປະ ເພດກິລາ ທາງນ້ຳ ດຶງດູດນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ, ໂດຍສະເພາະແມ່ນ ປະເພດ ກິລາ ກະດານໂຕ້ຄື້ນຈ້ອງ. ພາບ: ຫື້ວແທ່ງ/VNP

ວັນ​ທີ 24 ຕຸລາ1995, ຟານ​ຖ໋ຽດ​ ໄດ້​ຕ້ອນ​ຮັບ​ນັກ​ທ່ອງ​ທ່ຽວ​ນັບ​ແສນ​ເທື່ອ​ຄົນ​ໂດຍ​ບໍ່​ຄາດ​ຄິດມາກ່ອນ, ຫຼັງ​ຈາກ​ໄດ້​​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ກຳ​ນົດ​ວ່າ ​ແມ່ນ​ສະ​ຖານ​ທີ່​ ທີ່​ດີ​ທີ​ສຸດ ​ເພື່ອ​ຊົມປະກົດການ ສຸລິຍະຄາດ ເຕັມດວງ ​ຄັ້ງ​ສຸດ​ທ້າຍ​ ຂອງ​ ສະ​ຕະ​ວັດ​ທີ XX. ຈາກເຫດການ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ຄວາມ​ສາມາດ​ບົ່ມ​ຊ້ອນ ​ດ້ານ​ການ​ທ່ອງ​ທ່ຽວ​ ຂອງ​ ຟານຖ໋ຽດ ​ໄດ້​ຮັບ​ການຄົ້ນພົບ ​ໂດຍ​ນັກ​ທ່ອງ​ທ່ຽວ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ​, ​ໄດ້​ຮັບການສຳ​ຫຼວດ​ໂດຍ​ນັກ​ລົງທຶນ ​ແລະ ​ເລີ່​ມມີ​ກະແສ​ລົງທຶນ​ ຣີສອດ ​ຂະໜາດ​ໃຫຍ່​ຢູ່​ທີ່​ນີ້. ນັບ​ແຕ່​ນັ້ນ​ມາ, ໝຸ໊ຍແນ໋ - ຟານຖ໋ຽດ ໄດ້ຮັບຂະໜານນາມວ່າ ເປັນ “ສູນກາງ ແຫ່ງ ຣີສອດ” ຂອງ​ ຫວຽດນາມ.

ບົດ: ເຊີນເງ້ຍ - ພາບ: ຫງວຽນຖັ໋ງ, ຫືວແທ່ງ, ຮວ່າງຮ່າ, ເລມິງ - ແປໂດຍ: ບິກລຽນ


top