ອາຫານການກິນ

ໝີ່ ກວ໊າງ

ຫວຽດນາມ ມີຊື່ສຽງດ້ານສິລະປະອາຫານການກິນ ແລະ ວັດ ທະນະທຳ ທີ່ຫຼາກຫຼາຍ, ແຕ່ລະທ້ອງຖິ່ນ, ແຕ່ລະພາກ ກໍ ມີ ລາຍການອາຫານທີ່ເປັນເອກະລັກຂອງຕົນ ຊຶ່ງເປັນທີ່ນິຍົມ ຂອງ ຜູ້ຮັບປະທານເຊັ່ນ: ເຝີຮ່າໂນ້ຍ, ເຂົ້າປຸ້ນ ງົວ ເມືອງ ເຫວ້ ແລະ ໝີ່ກວ໊າງ ກໍແມ່ນລາຍການອາຫານ ທີ່ໄດ້ຮັບຄວາມນິ ຍົມຫຼາຍ ຢູ່ແຂວງ ກວ໊າງນາມ ແລະ ນະຄອນ ດ່າໜັງ. 
ຫວຽດນາມ ມີຊື່ສຽງດ້ານສິລະປະອາຫານການກິນ ແລະ ວັດ ທະນະທຳ ທີ່ຫຼາກຫຼາຍ, ແຕ່ລະທ້ອງຖິ່ນ, 
ລາຍການອາຫານໝີ່ກວ໊າງ ທີ່ຖືກສູດ ຈະຕ້ອງມີຫຼາຍສີສັນ ຄື: ສີຂາວ, ສີຂຽວ, ສີເຫຼືອງ, ສີແດງ ປະສົມເຂົ້າກັນ ຢ່າງລະອຽດ  ແລະ ດຶງດູດໃຈດ້ວຍລົດຊາດ ເຜັດ, ຫວານ, ມັນ, ນົວ... 
ແຕ່ລະພາກ ກໍ ມີ ລາຍການອາຫານທີ່ເປັນເອກະລັກຂອງຕົນ ຊຶ່ງເປັນທີ່ນິຍົມ ຂອງ ຜູ້ຮັບປະທານເຊັ່ນ: ເຝີຮ່າໂນ້ຍ, ເຂົ້າປຸ້ນ ງົວ ເມືອງ ເຫວ້ ແລະ ໝີ່ກວ໊າງ ກໍແມ່ນລາຍການອາຫານ ທີ່ໄດ້ຮັບຄວາມນິ ຍົມຫຼາຍ ຢູ່ແຂວງ ກວ໊າງນາມ ແລະ ນະຄອນ ດ່າໜັງ. 

ສູດເຮັດລາຍການອາຫານ ໝີ່ກວ໊າງ ຖືວ່າ ບໍ່ຍາກ.  ເຄື່ອງປະ ກອບຕົ້ນຕໍກໍ່ມີ ເສັ້ນໝີ່ກວ໊າງ ທີ່ເຮັດຈາກເຂົ້າປະຈຳທ້ອງຖິ່ນ ທີ່ຫອມໜຽວ, ຜັກດິບເພື່ອກິນແກ້ມ ລວມມີ: ຜັກສະຫຼັດ, ຜັກ ອີ່ຕູ່, ປີກ້ວຍຊອຍເປັນເສັ້ນ, ງົ່ວງອກ, ຜັກກາດ ແລະ  ໝາກ ຖົ່ວດິນຂົ້ວ. ແລ້ວແຕ່ລົດຊາດຂອງແຕ່ລະຄົນ ຫຼື ສະພາບອາ ກາດ, ລາຍການອາຫານນີ້ ຈຶ່ງໄດ້ປຸງແຕ່ງຄົບທາດໂປຼຕິນ ເຊັ່ນ: ກຸ້ງ, ໄຂ່, ຊີ້ນໄກ່, ຊີ້ນເປັດ, ປາ ຫຼື  ກົບ...
ຍ້ອນສິ່ງດັ່ງກ່າວນີ້ ໄດ້ສ້າງຄວາມປະທັບໃຈ ຂອງ ລາຍການ ອາຫານ ໝີ່ກວ໊າງ. ນັ້ນອາດຈະແມ່ນ ລົດຫວານນົວຂອງ ກຸງ ທະເລ, ຂອງ ຊີ້ນກົບ ທີ່ຫາມາຈາກ ທົ່ງນາ ຫຼື ລົດຊາດທ່ີເຂັ້ມ ຄົ້ນ ແກ່ວນເຄີຍຂອງຊີ້ນໄກ່, ຊີ້ນເປັດ, ຊີ້ນປາ...
ອາດເປັນຍ້ອນເຫດຜົນແນວນັ້ນ ນັກທ່ອງທ່ຽວເມື່ອມາຍັງ ນະ ຄອນ ດ່າໜັງ ຫຼື ແຂວງ ກວ໊າງນາມ ກໍບໍ່ລືມແວ່ຊີມ ລົດຊາດ ຂອງ ໝີ່ ກວ໊າງ ເພື່ອຊີມລົດຊາດ ທີ່ຖືກໃຈ ຂອງ ເຂດພາກ ກາງ ທີ່ເຕັມໄປດ້ວຍແສງແດດ ແລະ ລົມ. 


ຊີ້ນກົບນາ ອ່ອມໃນດ້ວຍໝໍ້ດິນນ້ອຍ  ເຮັດໃຫ້ໝີ່ກວ໊າງ ຍິ່ງ ຈັບໃຈ ແລະ ໜ້າຮັບປະທານ. 


ເສັ້ນໝີ່ ກວ໊າງເຮັດຈາກແປ້ງເຂົ້າຈ້າວ. 


ໝີ່ກວ໊າງ ເປັນລາຍການອາຫານທີ່ມີຊື່ສຽງຂອງແຂວງ ກວ໊າງນາມ.


ຜັກກິນແກ້ມກັບໝີ່ກວ໊າງ.


ີ່ກວ໊າງ ສ້າງຄວາມປະທັບໃຈ ໃຫ້ນັກທ່ອງທ່ຽວ ເມື່ອມີ ໂອ ກາດ ໄດ້ມາຢາມນະຄອນ ດ່າໜັງ
ຍ້ອນຄວາມງ່າຍ ແລະ ສາມັນທົ່ວໄປຂອງມັນ. 



ີ່ກວ໊າງ ແມ່ນຂອງກິນທີ່ສາມັນທົ່ວໄປຢູ່ ກວ໊າງນາມ ແລະ ດ່າໜັງ, ຜ່ານການເວລາ ໄດ້ເປັນລາຍການອາຫານ
ທີ່ມີຊື່ສຽງ ສຳລັບນັກທ່ອງທ່ຽວ ທັງຢູ່ ພາຍ ໃນ ແລະ ຕ່າງປະເທດ.

ລະບົບຮ້ານອາຫານ ໝີ່ກວ໊າງ ເບັ໋ບຈາງ ຢູ່ແຂວງ ດາໜັງ

ເຮືອນເລກທີ 441 ຖະໜົນ ອົງອິກຄຽມ
ເຮືອນເລກທີ 26 ຖະໜົນ ເລຮົ່ງຟອງ
ເຮືອນເລກທີ 24 ຖະໜົນ Pasteur
ສະຖານທີ່ບັນເທີງ SunWorld, ເລກທີ 1 ຖະໜົນ ຟານດັງລືວ
ສັບພະສິນຄ້າ Lotte Mart ດາໜັງ, ເລກທີ 6 ຖະໜົນ ນ້າຍນາມ. 
ບົດ ແລະ ພາບ: ແທງຮ່ວາ

top