ຂ່າວສານ

ໝາກ​ຜົນ​ທີ່​ພົ້ນ​ເດັ່ນ​ໃນ​ກອງ​ປ​ະ​ຊຸມ​ສຸດຍອດ G20

ວັນທີ 31 ຕຸລາ, ກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ຖືກດຳເນີນຢູ່ນະຄອນຫຼວງ ໂຣມ, ອີຕາລີ ຖືກອັດລົງພາຍຫຼັງເຮັດວຽກມາເປັນເວລາ 2 ວັນ. ກອງປະຊຸມໄດ້ອອກຖະແຫຼງການຮ່ວມ ໂດຍຍົກໃຫ້ເຫັນໝາກຜົນລະອຽດທີ່ບັນລຸໄດ້ໃນ 3 ຫົວຂໍ້ຈຸດສຸມ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມສຸດຍອດ G20 ໃນວັນທີ 30 ຕຸລາ (ພາບ: AFP/TTXVN)

ໃນຂົງເຂດສາທາລະນະສຸກ, ຖະແຫຼງການສະບັບດັ່ງກ່າວໄດ້ຢັ້ງຢືນວ່າ ການສັກວັກຊິນ ແມ່ນໜຶ່ງໃນບັນດາມາດຕະການສຳຄັນທີ່ສຸດເພື່ອຕ້ານຄືນໂລກລະບາດໂຄວິດ - 19. ບັນດາປະເທດ G20 ຕ້ອງມານະພະຍາຍາມຮັບປະກັນໃຫ້ບັນດາປະເທດມີລາຍຮັບປານກາງ ແລະ ຕ່ຳ ໄດ້ເຂົ້າເຖິງແຫຼ່ງວັກຊິນ, ວິທີການປິ່ນປົວ ແລະ ບົ່ງມະຕິພະຍາດຢ່າງທັນການ, ຍຸຕິທຳ ແລະ ກວມລວມ.

        ກ່ຽວຂ້ອງເຖິງການຕ້ານການປ່ຽນແປງຂອງດິນຟ້າອາກາດ, ກອງປະຊຸມຢັ້ງຢືນຄືນຄຳໝັ້ນສັນຍາຮັກສາອຸນຫະພູມໜ່ວຍໂລກບໍ່ໃຫ້ເພີ່ມຂຶ້ນເກີນ 2 ອົງສາ C ແລະ ມານະພະຍາຍາມຄວບຄຸມໃຫ້ຢູ່ໃນລະດັບ 1,5 ອົງສາ C ໃນກາງສະຕະວັດ ເມື່ອທຽບໃສ່ໄລຍະກ່ອນຫັນເປັນອຸດສາຫະກຳ. ບັນດາປະເທດ G20 ຢັ້ງຢືນນັບແຕ່ນີ້ຮອດປີ 2025 ຈະມານະພະຍາຍາມລະດົມເງິນຈຳນວນ 100 ຕື້ USD ຕໍ່ປີ ເພື່ອໜູນຊ່ວຍບັນດາປະເທດພວມພັດທະນາ.

        ໃນຂົງເຂດເສດຖະກິດ, ຖະແຫຼງການສະບັບດັ່ງກ່າວກໍໃຫ້ຂໍ້ສັງເກດວ່າ ເສດຖະກິດທົ່ວໂລກພວມຄ່ອຍໆໄດ້ຮັບການຟື້ນຟູ ແຕ່ລະຫວ່າງບັນດາປະເທດຍັງຫຼຸດລື່ນກັນຫຼາຍພໍສົມຄວນ ແລະ ສືບຕໍ່ປະເຊີນໜ້າກັບຄວາມສ່ຽງ, ພິເສດແມ່ນຄວາມສ່ຽງເກີດມີໄວຣັດກາຍພັນຈາກ SARS – CoV – 2.

        ນອກຈາກຫົວຂໍ້ຫຼາຍຝ່າຍແລ້ວ, ບັນດາຝ່າຍເຂົ້າຮ່ວມກໍປະຊຸມ ກໍ່ຍັງບັນລຸໄດ້ຂໍ້ຕົກລົງສອງຝ່າຍຈຳນວນໜຶ່ງ. ໃນນັ້ນ, ສິ່ງທີ່ໜ້າສົນໃຈແມ່ນ ຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ສະຫະພາບເອີຣົບ (EU) ກ່ຽວກັບການຍົກເລີກຄຳສັ່ງຈັດວາງອັດຕາພາສີສຳລັບຜະລິດຕະພັນເຫຼັກກ້າ ແລະ ອາລູມີນຽມຂອງກັນ.

(ແຫຼ່ງຄັດຈາກ VOV)


top