ຂ່າວສານ

ໝາກຜົນແຫ່ງການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ

      ເນື່ອງໃນໂອກາດການຢ້ຽມຢາມ ນິວຊີແລນ, ອົດສະຕາລີ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ອາຊຽນ - ອົດສະຕາລີ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ພັນລະຍາແຕ່ວັນທີ 11 – 18 ມີນາ,

ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ
      ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນກວກຢຸງ ໄດ້ຕອບສຳພາດຕໍໍ່ນັກຂ່າວກ່ຽວກັບໝາກຜົນແຫ່ງການຢ້ຽມຢາມ.
        ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ຢັ້ງຢືນວ່າ: ການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍຂົງເຂດ, ແຕ່ລາຍການເຄື່ອນໄຫວຕະຫລອດຮອດເນື້ອໃນການແລກປ່ຽນ, ເອກະສານລົງນາມ ແລະ ບັນດາການເຄື່ອນໄຫວຢູ່ນອກການຢ້ຽມຢາມ. ທ່ານຮອງລັດຖະມົນຕີ ຫງວຽນກວກຢຸງ ກ່າວວ່າ:
        “ຜົນສຳເລັດຂອງການຢ້ຽມຢາມສະແດງໃຫ້ເຫັນຢູ່ບ່ອນວ່າ ບັນດາຝ່າຍມີຄວາມເພິ່ງພໍໃຈໃນລະດັບສູງສຸດໃນບັນດາຂົງເຂດ. ຫວຽດນາມໄດ້ຍົກລະດັບການພົວພັນກັບ 2 ປະເທດນີ້. ພິເສດ ສຳລັບ ອົດສະຕາລີ ໄດ້ຍົກລະດັບຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ແລະ ຍົກອອກເນື້ອໃນລະອຽດ, ຊັດເຈນກ່ຽວກັບບັນດາກົນໄກແລກປ່ຽນ, ຮ່ວມມື, ທາບທາມຄຳເຫັນປະຈຳປີຢູ່ຂັ້ນສູງ ແລະ ຂັ້ນວິຊາການ. ສຳລັບ ນິວຊີແລນ, ຫວຽດນາມ ກໍ່ເພີ່ມທະວີກ່ຽວກັບເນື້ອໃນຂອງຄູ່ຮ່ວມມືຮອບດ້ານ ແລະ ກໍ່ກຳນົດຂັ້ນຕອນໃຫ້ຄູ່ຮ່ວມມືຍຸດທະສາດໃນໄລຍະຈະມາເຖິງ”.
 (ແຫຼ່ງຄັດຈາກ VOV)

top