ຂ່າວສານ

ໝາກຜົນກອງປະຊຸມຂັ້ນລັດຖະມົນຕີກ່ຽວກັບການປ້ອງກັນ,ຕ້ານຢາເສບຕິດຂ້າມຊາດ

ກະຊວງຕຳຫຼວດຫວຽດນາມ ໄດ້ຈັດກອງປະຊຸມຂ່າວແຈ້ງໝາກຜົນຂອງກອງປະຊຸມຂັ້ນລັດຖະມົນຕີ ກ່ຽວກັບການຍົກສູງປະສິດທິຜົນການຮ່ວມມືຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ.


ອງປະຊຸມຂັ້ນລັດຖະມົນຕີ ກ່ຽວກັບການຍົກສູງປະສິດທິຜົນການຮ່ວມມືຕໍ່ສູ້, ປ້ອງກັນ,

ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ

(ພາບ: bocongan.gov.vn)


ຕອນບ່າຍວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ກະຊວງຕຳຫຼວດຫວຽດນາມ ໄດ້ຈັດກອງປະຊຸມຂ່າວແຈ້ງໝາກຜົນຂອງກອງປະຊຸມຂັ້ນລັດຖະມົນຕີ ກ່ຽວກັບການຍົກສູງປະສິດທິຜົນການຮ່ວມມືຕໍ່ສູ້, ປ້ອງກັນ, ຕ້ານອາດຊະຍາກຳຢາເສບຕິດຂ້າມຊາດ. ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບໝາກຜົນທີ່ບັນລຸໄດ້ໃນກອງປະຊຸມຂັ້ນລັດຖະມົນຕີຄັ້ງນີ້, ທ່ານ ພັນເອກ ຫວູວັນເຮົ້າ, ຮອງຫົວໜ້າກົມຕຳຫຼວດສືບສວນອາດຊະຍາກຳຢາເສບຕິດ, ໃຫ້ຮູ້ວ່າ.

        “ສິ່ງທີ່ບັນລຸໄດ້ໃຫຍ່ທີ່ສຸດນັ້ນແມ່ນຄວາມເຫັນດີກ່ຽວກັບຄວາມຮັບຮູ້, ກ່ຽວກັບການແບ່ງປັນຂໍ້ມູນຂ່າວສານ, ບົດຮຽນ ແລະ ບັນດາມາດຕະການແກ້ໄຂລະອຽດໃນການຕໍ່ສູ້, ປ້ອງກັນ, ຕ້ານອາຊະຍາກຳຢາເສບຕິດ ພິເສດແມ່ນຜ່ານບັນດາເສັ້ນທາງບົກ, ທາງທະເລ, ທາງອາກາດ ແລະ ຜ່ານທາງໄປສະນີ. ຫຼາຍທີ່ສຸດນັ້ນແມ່ນຄວາມເຫັນດີເຫັນພ້ອມສູງກ່ຽວກັບແຜນນະໂຍບາຍ, ມາດຕະການຄືສະກັດກັ້ນແຕ່ທາງໄກ, ຄວບຄຸມຊາຍແດນ. ຄົ້ນພົບບັນດາຂະບວນການຄ້າຂາຍ, ຂົນສົ່ງຢາເສບຕິດ ແລະ ຮັບຮອງເອົາຖະແຫຼງການຮ່ວມ”.

        ໃນຂອບເຂດກອງປະຊຸມ, ຍັງດຳເນີນບັນດາວາລະປະຊຸມກຸ່ມລວມມີ: ຫວຽດນາມ - ໄທ - ລາວ - ມຽນມາ; ຫວຽດນາມ - ຈີນ - ລາວ; ຫວຽດນາມ - ໄທ - ກຳປູເຈຍ, ຫວຽດນາມ ຟີລິບປິນ - ອົງການປ້ອງກັນ, ຕ້ານຢາເສບຕິດອາເມລິກາ (DEA) - ຕຳຫຼວດສະຫະພັນອົດສະຕາລີ (AFP) - ອົງການປ້ອງກັນ, ຕ້ານອາດຊະຍາກຳ ແລະ ຢາເສບຕິດສະຫະປະຊາຊາດ (UNODC). ນີ້ແມ່ນບັນດາຂໍ້ລິເລີ່ມໃໝ່ຂອງປະເທດເຈົ້າພາບຫວຽດນາມ.

(ແຫຼ່ງຄັດຈາກ VOV)


top