ເລີ່ມເຮັດທຸລະກິດແຕ່ປີ 1995, ຜົວເມຍທ່ານ ຫງວຽນຢຸງຈີ໋ ແລະ ນາງ ຫງວຽນທິຖຸຍ ໄດ້ຮຽນອາຊີບ ສານໝາກຕຸ້ມ ຈາກບໍລິສັດຂອງເອື້ອຍ. ຫຼັງຈາກທີ່ມີປະສົບການແລ້ວ, ວິສາຫະກິດ ໝາກຕຸ້ມ ເຟືອກດ້າດ ໄດ້ສ້າງຕັ້ງຂຶ້ນມາ ໃນສະພາບຂະແໜງແຟຊັ່ນ ພວມພັດທະນາຢ່າງເຂັ້ມແຂງ ແລະ ນັບມື້ມັບມີຖານະບົດບາດທີ່ສຳຄັນໃນການຂະຫຍາຍຕົວຂອງພື້ນຖານເສດຖະກິດ.
ພາຍຫຼັງການເຄື່ອນໄຫວມາເປັນເວລາກວ່າ 20 ປີ, ປະຈຸບັນ ຍອດມູນຄ່າຂອງໝາກຕຸ້ມ ເຟອກດ້າດ ບັນລຸໄດ້ຫຼາຍຕື້ດົ່ງ, ໃນນັ້ນ ມູນຄ່າສົ່ງອອກບັນລຸໄດ້ແຕ່ 10-20 ຕື້ດົ່ງ ແລະ ສ້າງວຽກເຮັດງານທຳໃຫ້ແກ່ແຮງງານຫຼາຍພັນຄົນ.

ຈັກຕຳ່ແຜ່ນຕັດຫຍິບເຄື່ອນໄຫວແບບອັດຕະໂນມັດ.

ໂສ້ງ jeans ໄດ້ຮັບການປະດັບປະດາດ້ວຍໝາກຕຸ້ມ.

ສານໝາກຕຸ້ມດ້ວຍມື.

ໝາກຕຸ້ມໄດ້ນຳເຂົ້າມາຈາກ ໂຮງໂກງ.

ຕິດໝາກຕຸ້ມ ເປັນໜຶ່ງໃນບັນດາຂັ້ນຕອນທີ່ສຳຄັນ.

ໝາກຕຸ້ມ ເຟືອກດ້າດ ໄດ້ສ້າງວຽກເຮັດງານທຳໃຫ້ ແກ່ແຮງງານຫຼາຍພັນຄົນ. |
ນາງ ຫງວຽນທິຖຸຍ, ຜູ້ອຳນວຍການຂອງບໍລິສັດ ໝາກຕຸ້ມ ເຟືອກດ້າດ ໃຫ້ຮູ້ວ່າ: “ທຸກໆ ຂັ້ນຕອນໃນການຜະລິດ ລ້ວນແຕ່ໄດ້ເຮັດດ້ວຍມື, ແຕ່ການເລືອກຮູບແບບ, ເລືອກ ໝາກຕຸ້ມ, ຈົນເຖິງການເລືອກສີສັນໃຫ້ເໝາະສົມ, ເຕັກນິກ ຕ້ອງມີຄວາມລະອຽດລະອໍ. ຜະລິດຕະພັນໜຶ່ງກໍ່ຈະມີວິທີສານໜຶ່ງທີ່ແຕກຕ່າງກັນ”.
ພິເສດ, ວິສາຫະກິດ ໝາກຕຸ້ມ ເຟືອກດ້າດ ໄດ້ສ້າງວຽກ ເຮັດງານທຳໃຫ້ແກ່ປະຊາຊົນຫຼາຍພັນຄົນທີ່ພວມອາໄສ ຢູ່ບັນດາແຂວງພາກຕາເວັນຕົກ, ພາກຕາເວັນອອກສ່ຽງໃຕ້ດ້ວຍລາຍຮັບແຕ່ 6-8 ລ້ານດົ່ງຕໍ່ເດືອນ. ນາງ ຫງວຽນທິຖຸຍ, ພະນັກງານຂອງບໍລິສັດໃຫ້ຮູ້ວ່າ: “ການຮຽນສານໝາກຕຸ້ມມັນບໍ່ຍາກ, ສິ່ງສຳຄັນແມ່ນຕ້ອງ ມີຄວາມອົດທົນ ແລະ ຄວາມມັກກັບອາຊີບ ແມ່ນຈະ ເຮັດໄດ້. ຄວາມໝັ້ນຄົງຂອງບໍລິສັດໝາກຕຸ້ມ ເຟືອກດ້າດໄດ້ດຶງດູດເອື້ອຍນ້ອງມາເຮັດວຽກດ້ວຍຈຳນວນຫຼວງຫຼາຍ”.
ບັນດາຜະລິດຕະພັນຂອງໝາກຕຸ້ມ ເຟືອກດ້າດ ໄດ້ ຈຳໜ່າຍໃຫ້ບັນດາບໍລິສັດ ແຟຊັ່ນ ທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ. ແລະ ໄດ້ສົ່ງອອກໄປສູ່ບັນດາຕະຫຼາດຢູ່ ສ ອາເມລິກາ, ຍີ່ປຸ່ນ, ໂຮງໂກງ ແລະ ອື່ນໆ. ບັນດາຜະລິດຕະພັນຂອງໝາກຕຸ້ມ ເຟືອກດ້າດ ມິຄຸນນະພາບດີ,ຫຼາກຫຼາຍຮູບແບບ, ຕອບສະໜອງໄດ້ຄວາມຮຽກຮ້ອງ ຕ້ອງການຂອງລູກຄ້າ.

ສານໝາກຕຸ້ມໃຫ້ແກ່ໂສ້ງ jeans.

ຜະລິດຕະພັນທີ່ໄດ້ຕິດໝາກຕຸ້ມ ຫວຽດນາມ ໄດ້ຮັບ ການນິຍົມຊົມຊື້ຈາກຕະຫຼາດສາກົນ ຢ່າງຫຼວງຫຼາຍ.

ດອກໄມ້ທີ່ໄດ້ສານດ້ວຍໝາກຕຸ້ມ.

ບັນດາຜະລິດຕະພັນມີລາຍດອກທີ່ສວຍງາມແບບພິເສດຂອງແຟຊັ່ນທີ່ໄດ້ຕິດໝາກຕຸ້ມ.

ໝາກຕຸ້ມ ເຟືອກດ້າດ ໄດ້ຈຳໜ່າຍໃຫ້ບັນດາບໍລິສັດ ແຟຊັ່ນ ທີ່ມີຊື່ສຽງຢູ່ພາຍໃນ ແລະ ຕ່າງປະເທດ. |
ບົດ ແລະ ພາບ: ດັ້ງກິມເຟືອງ