ເຄື່ອງໝາຍ ຫວຽດ

ໝາກຂຽບ ຈີລັງ

ທົ່ວເຂດ ຈີລັງ ເຕັມໄປດ້ວຍພູຫີນ, ປັດຈຸບັນ ໄດ້ປົກຫຸ້ມດ້ວຍ ສີຂຽວຂອງຕົ້ນໝາກຂຽບ. ຕົ້ນໝາກຂຽບ ໄດ້ຊາວເຜົ່າ ໄຕ່, ເຜົ່ານຸ່ງ ນໍາຂຶ້ນໄປປູກຢູ່ຈອມພູ, ແຜ່ລາມອອກໄປທົ່ວຮ່ອມ ພູ. ດ້ວຍເນື້ອທີ່ກວ່າ 15.000 ເຮັກຕາ, ຕົ້ນໝາກຂຽບ ພວມ ເປັນທ່າແຮງເພື່ອໃຫ້ ລ້າງເຊີນ ກາຍເປັນເຂດຜະລິດສິນຄ້າ ຂະ ໜາດໃຫຍ່ທີ່ສຸດຂອງແຂວງ. 
ແຕ່ນະຄອນ ຮ່າໂນ້ຍ, ໄປຍັງຖະໜົນເລກ 1A, ມາຮອດ ຂົວ ຈີລັງ ຂຶ້ນກັບເທດສະບານ ດົ່ງໝໍ, ເມືອງ ຈີລັງ, ຈະໄດ້ເຫັນ ບັນຍາກາດທີ່ຟົດຟື້ນ ໃນລະດູການເກັບກ່ຽວ. ທ່ານ ຫວ່າງ ວັນຟູ, ຊາວເຜົ່າ ໄຕ່ ຢູ່ເທດສະບານ ຈີລັງ ພວມເອົາກະຕ່າ ໝາກຂຽບ ທີ່ສົ່ງມາຈາກຈອມພູ ດ້ວຍລູກເລື່ອນແລ້ວ ເລືອກ ໝາກຂຽບ ໜ່ວຍທີ່ສຸກ ແລະ ແຊບກວ່າໝູ່ ເພື່ອເຊີນແຂກ ຊີມ. ທ່າມກາງແສງແດດຂອງທ້າຍລະດູຮ້ອນ, ລົດຊາດ ທີ່ ຫອມຫວານຂອງໝາກຂຽບ ເຮັດໃຫ້ເຮົາລືມຄວາມອິດ ເມື່ອຍ ພາຍຫຼັງການເດີນທາງດ້ວຍ ໄລຍະໄກ. 

ໄປຕາມຖະໜົນເລກ 1A ມາຮອດເທດສະບານ ດົ່ງແບ່ງ, ພວກຂ້າພະເຈົ້າພົບເຫັນບັນຍາກາດທີ່ຟົດຟື້ນຂອງຕະຫຼາດຂາຍສົ່ງໝາກຂຽບ ໃຫຍ່ທີ່ສຸດໝາກເໜືອ. ປະຊາຊົນມາຈາກຕາແສງ ບັກຖຸຍ, ບັ່ງຫືວ, ບັ່ງມາກ, ຢາກລົກ, ຮວ່າບິ່ງ, ຫືວ ກຽນ, ເລີມເຊີນ, ກວານເຊີນ... ພາກັນມາຕະຫຼາດ ໝາກ ຂຽບ ດົ່ງແບ່ງ ເພື່ອຂາຍໝາກຂຽບໃຫ້ພໍ່ຄ້າ. ນາງ ຫງວຽນທິ ລົ້ວ, ຜູ້ຂາຍໝາກຂຽບຢູ່ ດົ່ງແບ່ງ ໃຫ້ຮູ້ວ່າ ແຕ່ລະມື້ ມີຈຳ ນວນ ໝາກຂຽບປະມານ 50 ໂຕນ ໄດ້ຄ້າຂາຍອອກຢູ່ຕະ ຫຼາດ ແຫ່ງນີ້.


ເມືອງ ຈີລັງ ມີເນື້ອທ່ີປະມານ 15.000 ເຮັກຕາ ປູກໝາກ ຂຽບ. ໝາກຂຽບເປັນຜະລິດຕະພັນກະເສດຕົ້ນຕໍ ທີ່ນຳຜົນ ປະໂຫຍດສູງ ດ້ານເສດຖະກິດ ໃຫ້ແກ່ທ້ອງຖ່ິນ. ພາບ: ຫງອກແທ່ງ


ແຕ່ລະປີ ໃນ ເດືອນ 8-9 ແມ່ນລະດູການເກັບກ່ຽວ ໝາກ ຂຽບ ຂອງປະຊາຊົນເມືອງ ຈີລັງ. ພາບ: ເຕິດເຊີນ/VNP


ຊາວເມືອງ ຈີລັງ ຈະເກັບໝາກຂຽບ ຢູ່ເທິງພູ ໃນຕອນເຊົ້າ ເພື່ອສົ່ງໄປຂາຍໃຫ້ພໍ່ຄ້າ ຢູ່ຕະຫຼາດ ນຳໄປຈໍາໜ່າຍ ແຕ່ລະມື້. ພາບ: ຫງອກແທ່ງ


ຫຼັງຈາກເກັບມາ, ໝາກຂຽບ ຈະໄດ້ຫຸ້ມຫໍ່ໃນແກັດ ຫຼື ກະຕ່າ
ມີນຳ້ໜັກປະມານ 30 ກິໂລກຣາມ ແລ້ວສົ່ງລົງມາຕີນພູ ດ້ວຍລູກ ເລື່ອນ. ພາບ: ຫງອກແທ່ງ



 ການປະດິດສ້າງ ລູກເລື່ອນ ຊ່ວຍຫຼຸດຜ່ອນເວລາຂົນສົ່ງ. ຕາມທຳມະດາ, ກະຕ່າ ໜຶ່ງ ທີ່ສົ່ງແຕ່ຈອມພູ ລົງມາ ດ້ວຍລູກ ເລື່ອນ ໃຊ້ເວລາ ພຽງ 2 ນາທີ. ພາບ: ທົງທ້ຽນ/VNP


ໝາກຂຽບ ໄດ້ສົ່ງລົງມາຕີນພູດ້ວຍລູກເລື່ອນ. ພາບ: ຫງອກແທ່ງ

ພາຍຫຼັງທີ່ໄດ້ຂົນສົ່ງດ້ວຍລູກເລື່ອນ, ກະຕ່າໝາກຂຽບທຸກ
ໜ່ວຍ ໄດ້ເຕົ້າໂຮມກັນຢູ່ແຄມຖະໜົນເລກ 1
A ຕອນ ຜ່ານ ເມືອງ ຈີລັງ ເພື່ອສ້າງຄວາມສະດວກໃຫ້ແກ່ພໍ່ຄ້າ ໃນການຊື້-ຂາຍ. ພາບ: ເຕິດເຊີນ/VNP


ສຳລັບພູທີ່ຕໍ່າ, ປະຊາຊົນ ຈະຫາບໝາກຂຽບ ລົງໄປຂາຍ ໃຫ້ພໍ່ຄ້າ ທີ່ຕະຫຼາດ ດົ່ງແບ່ງ. ພາບ: ຫງອກແທ່ງ


ພູຫຼາຍພັນໜ່ວຍຢູ່ເມືອງ ຈີລັງ ໄດ້ປົກຫຸ້ມດ້ວຍສີຂຽວຂອງຕົ້ນໝາກຂຽບ. ພາບ: ບ໋າວອວຽນ


ພໍ່ຄ້າ ເກັບຊື້ໝາກຂຽບ ຢູ່ຖະໜົນເລກ 1A, ຕອນ ຜ່ານເມືອງ ຈີລັງ. ພາບ: ເຕິດເຊີນ/VNP


ທ່ານ ຫ່ວາງວັນຟູ ໃຊ້ພາຫະນະ ກະເສດ ຂົນສົ່ງໝາກຂຽບ ໄປຂາຍໃຫ້ພໍ່ຄ້າ. ພາບ: ເຕິດເຊີນ/VNP

ທ່ານ ວີນົງເຈື່ອງ, ຮອງປະທານຄະນະກຳມະການ ເມືອງ ຈີ ລັງ ໃຫ້ຮູ້ວ່າ ເມືອງ ຈີລັງ ແລະ ແຂວງ ລ້າງເຊີນ ສົມທົບກັນ ຈັດຕັ້ງຕະຫຼາດນັດຫຼາຍຄັ້ງ ເພື່ອໂຄສະນາເຄື່ອງໝາຍການ ຄ້າໝາກຂຽບ ຈີລັງ ເຖິງຜູ້ບໍລິໂພກຢູ່ບັນດາແຂວງພາກເໜືອ. 

ເວົ້າເຖິງຄວາມຄາໃຈຂອງຕົນຕໍ່ເລື່ອງເຮັດແນວໃດເພື່ອເຮັດໃຫ້ເຄື່ອງໝາຍການຄ້າໝາກຂຽບ ຈີລັງ ໄດ້ເຜີຍແຜ່ ກວ້າງຂວາງ ເຖິງລູກຄ້າຢູ່ພາຍໃນ ແລະ ຕ່າງປະເທດ, ທ່ານ ຫວ່າງ ວັນຈຶກ, ຜູ້ປູກໝາກຂຽບ ຢູ່ເທດສະບານ ດົ່ງໝໍ ໃຫ້ຮູ້ວ່າ: “ເວ ລາເກັບກ່ຽວ ແລະ ໝາກຂຽບສຸກ ແມ່ນໄວ, ພາຍໃນ ໜຶ່ງອາ ທິດ ເທົ່ານັ້ນ. ຖ້າພວກເຮົາມີວິທີການເກັບຮັກສາໝາກຂຽບ ໄດ້ດົນກວ່າ ຫຼື ປຸງແຕ່ງເປັນຜະລິດຕະພັນຕ່າງໆ ຄືນຳ້ໝາກ ໄມ້ ຈະຍົກຄຸນຄ່າຂອງໝາກຂຽບໃຫ້ສູງຂຶ້ນ. ຊາວ ຈີລັງ  ທຸກ ຄົນ, ຜູ້ໃດກໍ່ຢາກເຫັນໝາກຂຽບ ທີ່ຫອມແຊບຂອງບ້ານເກີດ ເມືອງນອນຕົນເອງ ໄດ້ສົ່ງໄປຍັງບັນດາລູກຄ້າຢູ່ທະວີບ ເອີ ຣົບ, ທະວີບ ອາເມລິກາ ຄືໝາກລິ່ນຈີ່ ຢູ່ແຂວງ ບັກຢາງ”. 


ແຕ່ເຊົ້າໆ, ການຊື້-ຂາຍ ໝາກຂຽບ ທີ່ຕະຫຼາດ ບົ່ງແບ່ງເປັນ ໄປຢ່າງຟົດຟື້ນ, ຖືເປັນຕະຫຼາດໝາກຂຽບໃຫຍ່ສຸດ ຢູ່ພາກ ເໜືອ. ພາບ: ບ໋າວອວຽນ


ພໍ່ຄ້າ ເລືອກຊື້ໝາກຂຽບສົດໆ ແຊບໆ ທີ່ຕະຫຼາດ ດົ່ງແບ່ງ. ພາບ: ເຕິດເຊີນ/VNP


ແຕ່ລະມື້ ມີໝາກຂຽບ ປະມານ 50 ໂຕນ ເຕົ້າໂຮມກັນຢູ່ ຕະ ຫຼາດ ດົ່ງແບ່ງ, ໄດ້ພໍ່ຄ້າ ເກັບຊື້ ແລ້ວສົ່ງໄປຈຳໜ່າຍຢູ່ ບັນ ດາແຂວງພາກເໜືອ. ພາບ: ບ໋າວອວຽນ 


ຕະຫຼາດຂາຍໝາກຂຽບ ດົ່ງແບ່ງ ເຕັມໄປດ້ວຍຜູ້ຊື້ ແລະ ຜູ້ ຂາຍ. ພາບ: ເຕິດເຊີນ/VNP


ພໍ່ຄ້າຊາວຂາຍ ຫຸ່ມຫໍ່ໝາກຂຽບໃສ່ແກັດ ເພື່ອສົ່ງ ໄປຈຳ ໜ່າຍໄດ້ງ່າຍກວ່າ. ພາບ: ທົງທ້ຽນ/VNP


ທີ່ຕະຫຼາດ ດົ່ງແບ່ງ, ໝາກຂຽບ ໄດ້ພໍ່ຄ້າຊາວຂາຍເລືອກຊື້
ໃນລາຄາແຕ່ 20.000-60.000 ດົ່ງ/ກິໂລກຣາມ ຂຶ້ນກັບ ໜ່ວຍໃຫຍ່ ຫຼື ນ້ອຍ. ພາບ: ທົງທ້ຽນ
/VNP



ໝາກຂຽບທີ່ປູກຢູ່ເມືອງ ຈີລັງ ໜ່ວຍໃຫຍ່, ມີລົດຫອມຫວານ ພິເສດ, ໄດ້ຕະຫຼາດພາຍໃນນິຍົມຊື້. ພາບ: ທົງທ້ຽນ/VNP

ຕົ້ນໝາກຂຽບ ທ່ີປູກຫຼາຍຢູ່ ຈີລັງ ມີແຕ່ຊຸມປີ 60 ຂອງ ສະ ຕະວັດກ່ອນ, ໂດຍຊາວ ບັກຢາງ ເອົາມາປູກ. ຕົ້ນໝາກຂຽບ ຢູ່ ຈີລັງ ມີໜ່ວຍໃຫຍ່, ເປືອກບາງ, ແກ່ນໜ້ອຍ, ຊີ້ນໜາ, ມີລົດຫວານ, ຫອມ ແລະ ຄຸນນະພາບດີ ກວ່າ ເມື່ອທຽບກັບ ໝາກຂຽບ ປູກຢູ່ບັນດາທ້ອງຖິ່ນ.
ເຖິງຢ່າງໃດກໍ່ຕາມ, ຕົ້ນໝາກຂຽບ ໄດ້ຮັບປະກັນຊີວິດການ ເປັນຢູ່ໃຫ້ແກ່ປະຊາຊົນກວ່າ 300 ຄອບຄົວ,​ ສ່ວນຫຼາຍແມ່ນ ຊາວເຜົ່າ ໄຕ່, ເຜົ່ານຸ່ງ ຢູ່ເມືອງ ຈີລັງ ແລະ ເຮັດແນວໃດ ເພື່ອ ເຄື່ອງໝາຍການຄ້າ ໝາກຂຽບ ຈີລັງ ບືນຕົວອອກສູ່ຕ່າງປະ ເທດ ຊຶ່ງທ້ອງຖິ່ນດ່ັງກ່າວ ພວມຊອກຫາຄຳຕອບໃນ ອະນາ ຄົດມໍ່ໆ ​ນີ້. 

ເມືອງ ຈີລັງ ແມ່ນທ້ອງຖິ່ນ ມີເນື້ອທີ່ປູກໝາກຂຽບ ລວມສູນ ໃຫຍ່ທີ່ສຸດ ໃນປະເທດ ມີເນື້ອທ່ີກວ່າ 1.550 ເຮັກຕາ, ໃຫ້ ຜະລິດໄດ້ 15.500 ໂຕນ/ປີ, ມີມູນຄ່າຫຼາຍກວ່າ 460 ຕື້ດົ່ງ.
 
ບົດ: ຟອງທູ - ພາບ: ບ໋າວອວຽນ, ທົງທ້ຽນ, ເຕິດເຊີນ ແລະ ຫງອກແທ່ງ

top