ປູກໝາກກ້ຽງນ້ອຍຕາມມາດຕະຖານ VietGap
ໃນລະຫວ່າງເດືອນກັນຍາ 2017, ພວກຂ້າພະເຈົ້າພ້ອມກັບຄະນະປະຕິບັດງານຂອງອົງການຮ່ວມມືສາກົນ JICA ໄດ້ໄປຢາມບ້ານ ຟາ (ຕາແສງ ອຽນເຄ, ເມືອງ ກອນກວງ) ຖືກກັບ ໄລຍະຊາວທ້ອງຖິ່ນເລີ່ມຕົ້ນການເກັບກ່ຽວໝາກກ້ຽງນ້ອຍ.
ຕາມທ່ານນາງ ຄາທິຕິມ, ຮອງເຈົ້າເມືອງເມືອງ ກອນກວງ ແລ້ວ, ແຕ່ກ່ອນ ຕາແສງ ອຽນເຄ ແລະ ບັນດາທ້ອງຖິ່ນທີ່ໃກ້ຄຽງແມ່ນ ເຂດປູກໝາກກ້ຽງນ້ອຍຂອງນິຄົມ ບາຍຟູ. ໃນໄລຍະປີ 1980, ນີ້ແມ່ນໜ່ວຍງານສະໜອງໝາກກ້ຽງນ້ອຍເພື່ອຮັບໃຊ້ໃຫ້ແກ່ການສົ່ງອອກໄປສູ່ປະເທດ ສ.ລັດເຊຍ ແລະ ບັນດາປະເທດ ເອີຣົບຕາເວັນອອກ.
ໝາກກ້ຽງນ້ອຍຢູ່ທີ່ນີ້ ໄດ້ມີຊື່ສຽງດ້ວຍລົດຊາດທີ່ຫອມແຊບ, ນຳ້ຫຼາຍ. ໄລຍະມໍ່ໆ ນີ້, ເມືອງ ກອນກວງ ໄດ້ປະຕິບັດ ນະໂຍບາຍຟື້ນຟູເນື້ອທີ່ປູກໝາກກ້ຽງນ້ອຍດ້ວຍຂະໜາດໃຫຍ່, ນຳໃຊ້ເຕັກໂນໂລຊີໃໝ່ ເຂົ້າໃນການເພາະປູກເພື່ອເຮັດໃຫ້ໝາກກ້ຽງນ້ອຍກາຍເປັນຕົ້ນໝາກໄມ້ຕົ້ນຕໍ່, ນຳຄຸນຄ່າດ້ານເສດຖະກິດສູງມາໃຫ້ແກ່ຊາວທ້ອງຖິ່ນ.