ອາຫານການກິນ

ໝາກກ້ວຍ ອ່ອມກັບເຕົ້າຮູ້

ໄດ້ຖືວ່າເປັນໜຶ່ງໃນ ລາຍການອາຫານຫຼາຍເຍື່ອງ ຢູ່ເຂດ ຊົນນະບົດ ທົ່ງພຽງພາກເໜືອ ຫວຽດນາມ, ໝາກກ້ວຍອ່ອມ ເຕົ້າຮູ້ ມີເຄື່ອງ ປະກອບທີ່ມີຢູ່ທົ່ວໄປຢູ່່ເຂດບ້ານນາ. 
ນອກຈາກເຄື່ອງປະກອບຕົ້ນຕໍເຊັ່ນ: ໝາກກ້ວຍດິບ, ເຫັດ, ເຕົ້າຮູ້ ແລະ  ຜັກຫອມເຮືອດແລ້ວ ກໍຍັງມີເຂົ້າສົ້ມ ເປັນເຄື່ອງ ເທດ ຊະນິດໜຶ່ງ ໃນອາຫານການກິນ ຂອງຄົນ ຫວຽດນາມ, ຖືວ່າ ເປັນສ່ວນປະກອບທີ່ຂາດບໍ່ໄດ້ ຊຶ່ງມີລົດຊາດຫອມໆ ສົ້ມໆ ທີ່ເປັນເອກະລັກໃຫ້ແກ່ ລາຍການອາຫານ ໝາກກ້ວຍ ອ່ອມ ເຕົ້າຮູ້.

ລາຍການອາຫານໝາກກ້ວຍ ອ່ອມ ເຕົ້າຮູ້ ມີວິທີການປຸງ ແຕ່ງ ຄື: ເອົາກ້ວຍດິບມາປອກເປືອກ ສີຂຽວບາງໆ ອອກ ແລ້ວເອົາໄປແຊ່ ກັບນຳ້ໝາກນາວ ໜ້ອຍໜຶ່ງ ຈົນເຖິງ ຢາງ ກ້ວຍ ຢູ່ເປືອກນອກຈົນໝົດ.

ຫຼັງຈາກນັ້ນຕັດກ້ວຍ ໃຫ້ສະຫຼຽງ ມີຄວາມໜາປະມານ 1 ຊມ ແລ້ວນຳ ໄປຕົ້ມເກືອບສຸກ. ຊອຍ ເຫັດ ເປັນປ່ຽງນ້ອຍໆ ແລະ ຈືນເຕົ້າຮູ້ ຈົນເຫຼືອງອ່ອນ. ເອົາໝາກກ້ວຍ, ເຫັດທີ່ກຽມໄວ້ ລົງ ໃສ່ ໝໍ້ ຄົນໃຫ້ສະເໝີ ແລ້ວ ຈິ່ງເອົາເຕົ້າຮູ້ລົງ ແລ້ວຂົ້ວ ເພື່ອ ໃຫ້ ເຄື່ອງເທດ ຊຶມເຂົ້າໄດ້ດີ.


ເຄື່ອງປະກອບຂອງລາຍການອາຫານປະກອບມີ: ເຕົ້າຮູ້ຈືນ, ໝາກກ້ວຍດິບ, ເຫັດ, ຜັກຫອມເຮືອດ ແລະ ເຂົ້າສົ້ມ. 


ເຕົ້າຮູ້ໄດ້ຈືນເປັນປ່ຽງໃຫຍ່, ຫຼັງຈາກນັ້ນຈຶ່ງຕັດເປັນປ່ຽງ ນ້ອຍໆ ພໍດີຄຳ. 


ໝາກກວ້ຍ ຕ້ອງປອກເປືອກ ບາງໆ ອອກ. 


ໝາກກ້ວຍ ແລະ ເຫັດ ຫຼັງຈາກ ໄດ້ຕັດເປັນປ່ຽງນ້ອຍ ຈຶ່ງເອົາ ລົງຂົ້ວໃສ່ໝໍ້ ແລ້ວຄົນໃຫ້ສະເໝີ ກ່ອນຈະເອົາເຕົ້າຮູ້ລົງ. 


ຫຼັງຈາກນັ້ນ ບັນດາເຄື່ອງປະກອບ ໄດ້ອ່ອມກັບນ້ຳ ແລະ ນ້ຳ ສົ້ມ ດ້ວຍໄຟອ່ອນ. 


ຫຼັງຈາກນັ້ນ ບັນດາເຄື່ອງປະກອບ ໄດ້ອ່ອມກັບນ້ຳ ແລະ ນ້ຳ ສົ້ມ ດ້ວຍໄຟອ່ອນ. 
 
ຈຽວຫອມຜັກບົ່ວແຫ້ງ, ຈາກນັ້ນ ໃສ່ໝາກກ້ວຍ, ເຫັດ ແລະ ເຕົ້າຮູ້ ລົງໄປ ຄົນໃຫ້ເຂົ້າກັນ ພໍປະມານ ແລ້ວ ໃສ່ນຳ້ລົງໄປ ໃຫ້ພໍດີ ຖ້ວມສ່ວນປະສົມ, ຕື່ມເຂົ້າ ສົ້ມ ແລ້ວອ່ອມ ດ້ວຍໄຟອ່ອນໆ ໃຊ້ເວລາ ປະມານ 15-20 ນາທີ ເມື່ອອາຫານມີນ້ຳຂຸ້ນໆ ຖື ວ່າໄດ້. ກ່ອນຈະມອດໄຟ, ເອົາເຄື່ອງປຸງ ແລະ ຜັກຫອມເຮືອດ, ຄົນໃຫ້ສະເໝີ ແລ້ວຕັກໃສ່ຖ້ວຍ.

ຫຼັງຈາກອ່ອມແລ້ວ, ໝາກກ້ວຍຈະໜຽວ ແລະ ມີລົດຊາດ ມັນໆ; ເຫັດ, ເຕົ້າຮູ້ມີລົດຊາດສົ້ມໆ ເລັກນ້ອຍ ຂອງ ເຂົ້າ ສົ້ມ ແລະ ກິ່ນຫອມຂອງຜັກຫອມເຮືອດ. ລາຍການອາຫານ ໝາກ ກ້ວຍອ່ອມເຕົ້າຮູ້ ສາມາດກິນກັບເຂົ້າປຸ້ນ ຫຼື ເຂົ້າຈີ່, ເໝາະ ໃນຊຸມມື້ທີ່ມີອາກາດໜາວເຢັນ. 
ປະຕິບັດ: ເຈິ່ນແທງຢາງ

top