ຂ່າວສານ

ໜ້າຫຼັກ/ຂ່າວເດັ່ນ ທ່ານລັດຖະມົນຕີໂຕເລີມຕ້ອນຮັບທ່ານຮອງລັດຖະມົນຕີກະຊວງພາຍໃນ ອົດສະຕາລີ

ກະຊວງຕຳຫຼວດຫວຽດນາມ ໄດ້ພ້ອມກັບບັນດາອົງການປະຕິບັດກົດໝາຍ ອົດສະຕາລີ ຮັກສາ, ພັດທະນາ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ.

ທ່ານພົນເອກ ໂຕເລີມ ລັດຖະມົນຕິກະຊວງຕຳຫລວດ ຫວຽດນາມ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງພາຍໃນ ອົດສະຕາລີ Marc Ablong  (ພາບ: conganthanhhoa.gov.vn)

ຕອນບ່າຍວັນທີ 2 ທັນວາ, ຢູ່ນະຄອນຫຼວງ ຮ່າໂນ້ຍ, ພົນເອກ ໂຕເລີມ ລັດຖະມົນຕິກະຊວງຕຳຫລວດ ຫວຽດນາມ ຕ້ອນຮັບ ທ່ານຮອງລັດຖະມົນຕີກະຊວງພາຍໃນ ອົດສະຕາລີ Marc Ablong, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ທ່ານລັດຖະມົນຕີໂຕເລີມເນັ້ນໜັກວ່າ ກ່ານຮ່ວມມືດ້ານຄວາມໝັ້ນຄົງສືບຕໍ່ແມ່ນໜຶ່ງໃນເສົາຄ້ຳສຳຄັນຂອງການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ອົດສະຕາລີ ແລະ ກະຊວງຕຳຫຼວດຫວຽດນາມ ໄດ້ພ້ອມກັບບັນດາອົງການປະຕິບັດກົດໝາຍ ອົດສະຕາລີ ຮັກສາ, ພັດທະນາ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ມີປະສິດທິຜົນ, ແທດຈິງ. ທ່ານລັດຖະມົນຕີຫວັງວ່າ ໃນໄລຍະຈະມາເຖິງ, ອົດສະຕາລີ ຈະສະໜັບສະໜູນ, ປະສານສົມທົບກັບຫວຽດນາມ ຢ່າງແໜ້ນແຟ້ນໃນວິວັດການ ຫວຽດນາມ ຮັບບົດບາດເປັນປະທານອາຊຽນ 2020, ແມ່ນກຳມະການບໍ່ປະຈຳການ ສະພາຄວາມໝັ້ນຄົງສະຫະປະຊາຊາດ 2020-2021.

ທ່ານຮອງລັດຖະມົນຕີກະຊວງພາຍໃນ ອົດສະຕາລີ Marc Ablong ເນັ້ນໜັກວ່າ ກະຊວງພາຍໃນ ອົດສະຕາລີ ຍາມໃດພ້ອມແລ້ວທີ່ຈະຮ່ວມມືກັບກະຊວງຕຳຫຼວດ ຫວຽດນາມ ໃນບັນດາຂົງເຂດເຊິ່ງສອງຝ່າຍມີຄວາມສົນໃຈ, ພິເສດແມ່ນຂົງເຂດປ້ອງກັນຕ້ານອາດຊະຍາກຳ.

(ແຫຼ່ງຄັດຈາກ VOV)


top