ຂ່າວສານ

ໜ້າຫຼັກ/ຂ່າວເດັ່ນ ການ​ນຳ​ພັກ, ລັດ ຫວຽດ​ນາມ ສົ່ງ​​ສານອວຍ​ພອນ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ

ເນື່ອງໃນໂອກາດທ່ານ Lee Jae Myung ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີຜູ້ທີ 21 ຂອງ ສ.ເກົາຫຼີ, ວັນທີ 04 ມິຖຸນາ 2025, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຄອມມູນິດ ຫວຽດນາມ ໂຕເລິມ ແລະ ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ສົ່ງສານອວຍພອນ.
ທ່ານ Lee Jae Myung, ຜູ້ສະໝັກເລືອກຕັ້ງຂອງພັກປະຊາທິປະໄຕຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ສ.ເກົາຫຼີ (ພາບ: Jiji Press)
ໃນສານສະບັບຕ່າງໆ, ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ ສະແດງຄວາມເຊື່ອໝັ້ນດ້ວຍອິດທິພົນຊື່ສຽງ, ຈັນຍາບັນ ແລະ ວິໄສທັດຍຸດທະສາດຂອງທ່ານປະທານາທິບໍດີ Lee Jae Myung, ປະເທດ ສ.ເກົາຫຼີ ຈະສືບຕໍ່ພັດທະນາຢ່າງແຮງ, ບັນລຸໄດ້ຫຼາຍຜົນງານອັນຍິ່ງໃຫຍ່ກວ່າ, ຢັ້ງຢືນບົດບາດ ແລະ ທີ່ຕັ້ງສາກົນຂອງ ສ.ເກົາຫຼີ ໃນໄລຍະເວລາຈະມາເຖິງ. ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບທ່ານປະທານາທິບໍດີ ແລະ ປະເທດ ສ.ເກົາຫຼີ ສືບຕໍ່ຊຸກຍູ້ການພົວພັນສອງປະເທດພັດທະນາຢ່າງແທດຈິງ, ມີປະສິດທິຜົນ ແລະ ຮອບດ້ານກວ່າອີກ ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

top