ຂ່າວສານ

ໜ້າປະຫວັດສາດໃໝ່ໃຫ້ແກ່ການຮ່ວມມື GMS ແລະ CLV

      ກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 ແລະ ກອງປະຊຸມສຸດຍອດເຂດ 3 ຫຼ່ຽມພັດທະນາ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍໃຫຍ່ສຸດໃນປີ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ.
            ຜົນສຳເລັດຂອງກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ແລະ ກອງປະຊຸມສຸດຍອດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ໂດຍ ຫວຽດນາມ ເປັນເຈົ້າພາບຈັດຕັ້ງ ແມ່ນມີຄວາມໝາຍສຳຄັນສຳລັບ ຫວຽດນາມ ແລະ ບັນດາປະເທດໃນພາກພື້ນ. ເອກະສານສຳຄັນຫລາຍສະບັບໄດ້ຮັບການຮັບຮອງເອົາໃນໂອກາດນີ້ ເຊິ່ງໄດ້ປະກອບສ່ວນສ້າງທິດທາງການຮ່ວມມືພາກພື້ນໃນໄລຍະຈະມາເຖິງໃຫ້ເປັນຮູບປະທຳ, ສະແດງໃຫ້ເຫັນຄຳໝັ້ນສັນຍາເພີ່ມທະວີການຮ່ວມມືຫລາຍດ້ານ ເພື່ອພ້ອມກັນສ້າງອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງເຊື່ອມໂຍງວັດທະນາຖາວອນ ແລະ ພັດທະນາແບບຍືນຍົງ.

ກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ (GMS)
      ກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 ແລະ ກອງປະຊຸມສຸດຍອດເຂດ 3 ຫຼ່ຽມພັດທະນາ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ແມ່ນໜຶ່ງໃນບັນດາການເຄື່ອນໄຫວການຕ່າງປະເທດຫລາຍຝ່າຍໃຫຍ່ສຸດໃນປີ ໂດຍຫວຽດນາມ ເປັນເຈົ້າພາບຈັດຕັ້ງ. 2 ກອງປະຊຸມນີ້ ໄດ້ບັນລຸໝາກຜົນສຳຄັນຫລາຍຢ່າງ.
ຮັບຮອງເອົາເອກະສານສຳຄັນຫລາຍສະບັບ, ສ້າງການພັດທະນາຂອງພາກພື້ນໃຫ້ເປັນຮູບປະທຳ
        ທີ່ກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6, ບັນດາການນຳໄດ້ເຫັນດີເປັນເອກະພາບກ່ຽວກັບບັນດາການກຳນົດທິດຮ່ວມມືໃຫຍ່ໃນໄລຍະກາງ ແລະ ເລີ່ມເຄື່ອນໄຫວວິວັດທະນາການສ້າງວິໄສທັດການຮ່ວມມືໄລຍະຍາວຂອງ GMS. ເອກະສານສຳຄັນ 3 ສະບັບຂອງກອງປະຊຸມແມ່ນ: ຖະແຫຼງການຮ່ວມ, ແຜນການດຳເນີນງານຮ່າໂນ້ຍ 2018 – 2022, ກອບການລົງທຶນອະນຸພາກພື້ນ 2022 ດ້ວຍ 222 ໂຄງການລະອຽດ, ດ້ວຍຂອບຂະໜາດປະມານ 65 ຕື້ USD ໄດ້ສະແດງໃຫ້ເຫັນ ທ່າອ່ຽງການຮ່ວມມືມີບົດບາດແຫ່ງລັດ. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ເປັນປະທານກອງປະຊຸມໄດ້ຕີລາຄາວ່າ:
        “ກອງປະຊຸມປະສົບຜົນສຳເລັດທີ່ສຸດ. ມັນນຳມາເຊິ່ງຄວາມໄວ້ເນຶ້ື້ອເຊື່ອໃຈ, ການກຳນົດທິດຈະແຈ້ງໃນຂົງເຂດ ຊຶ່ງບັນດາປະເທດໃນກຸ່ມ GMS ມີຄວາມສົນໃຈ. ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນກອງປະຊຸມຈະເລີ່ມເຄືື່ອນໄຫວວິວັດທະນາການສ້າງວິໄສທັດໄລຍະຍາວພາຍຫລັງປີ 2022. ໃນສະພາວະ ບັນດາປະເທດ GMS ມຸ່ງໄປເຖິງໂຄງການດຳເນີນງານການພັດທະນາແບບຍືນຍົງ SDG 2030 ຂອງສະຫະປະຊາຊາດ, ສະພາບການສາກົນ ແລະ ພາກພື້ນມີການປ່ຽນແປງຫລາຍຢ່າງ, ການຮ່ວມມື GMS ຄວນກຳນົດໄດ້ວິໄສທັດໄລຍະຍາວກ່ວາ ເພື່ອແນໃສ່ສ້າງພາກພື້ນ GMS ເຊື່ອມໂຍງ ແລະ ວັດທະນາຖາວອນ”.

ກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10)
      ໃນຂະນະນັ້ນ, ຜົນສຳເລັດຂອງກອງປະຊຸມສຸດຍອດເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10 (CLV 10) ໄດ້ສະແດງໃຫ້ເຫັນໂດຍຜ່ານບັນດາແງ່ມູມ. ນັ້ນແມ່ນ ການສ້າງການຮ່ວມມືໃໝ່ໃຫ້ CLV ເຊິ່ງເປັນຄັ້ງທຳອິດ ທີ່ບັນດາຄູ່ຮ່ວມມືພັດທະນາລ້ວນແຕ່ເຂົ້າຮ່ວມກອງປະຊຸມ. ສິ່ງດັ່ງກ່າວ ໄດ້ຕົກລົງບົດບາດຂອງ CLV ໃນພາກພື້ນ ແລະ ປະຊາຄົມ ອາຊຽນ. ກອງປະຊຸມຄັ້ງນີ້ ໄດ້ຕັດສິນສ້າງການຮ່ວມມືໃໝ່ລະຫວ່າງ 3 ປະເທດ, ໃນນັ້ນ ສິ່ງທີ່ເປັນໜ້າສົນໃຈ ແມ່ນແຜນການສັງລວມກ່ຽວກັບການເຊື່ອມຕໍ່ 3 ພື້ນຖານເສດຖະກິດ CLV ຈົນຮອດປີ 2030. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກ່າວວ່າ:
        “ນີ້ແມ່ນເນື້ອໃນທີ່ສຳຄັນ. ກ່ອນອື່ນໝົດ ແມ່ນການເຊື່ອມຕໍ່ລະບອບລະບຽບການ ລວມມີການເພີ່ມທະວີໂຄສະນາເຜີຍແຜ່ນະໂຍບາຍກົດໝາຍ. ທີ 2 ແມ່ນການເຊື່ອມຕໍ່ພື້ນຖານໂຄງລ່າງ ເຊິ່ງສຸມໃສ່ການຍົກລະດັບບັນດາເສັ້ນທາງຄົມມະນາຄົມ, ໄຟຟ້າ, ການຄ້າ, ການທ່ອງທ່ຽວ. ທີ 3 ແມ່ນການເຊື່ອມຕໍ່ມະນຸດ ລວມມີການຮ່ວມມືໃນຂົງເຂດການສຶກສາ, ບຳລຸງສ້າງ, ສາທາລະນະສຸກ, ກິລາ, ວັດທະນະທຳ. ດ້ວຍການເຊື່ອມຕໍ່ຢ່າງຄົບຊຸດນີ້ ເຂດ 3 ຫຼ່ຽມພັດທະນາຈະມີບາດກ້າວພັດທະນາໃນໄລຍະຈະມາເຖິງຢ່າງແນ່ນອນ”.
ຫວຽດນາມ ສ້າງຂີດໝາຍທີ່ກອງປະຊຸມ
        ການນຳບັນດາປະເທດ ລ້ວນແຕ່ຮັບຮູ້ບົດບາດພົ້ນເດັ່ນຂອງ ຫວຽດນາມ ດ້ວຍວິໄສທັດ ແລະ ບັນດາຂໍ້ລິເລີ່ມ ແນໃສ່ຊຸກຍູ້ການເຊື່ອມຈອດລະຫວ່າງບັນດາພື້ນຖານເສດຖະກິດ. ທີ່ກອງປະຊຸມ GMS 6, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເນັ້ນໜັກຫລາຍຄັ້ງ ເຖິງເລື່ອງ 6 ປະເທດຄວນເພີ່ມທະວີການເຊື່ອມຕໍ່ ເຊິ່ງທຳອິດແມ່ນດ້ານພື້ນຖານໂຄງລ່າງ ແລະ ບັນດາການນຳໄດ້ເຫັນດີເປັນເອກະສັນ ຈະຜັນຂະຫຍາຍ 200 ກ່ວາໂຄງການ ດ້ວຍຍອດເງິນທຶນປະມານ 65 ຕື້ USD.
        ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນເພື່ອເສີມຂະຫຍາຍການເຂົ້າຮ່ວມຢ່າງແຮງກ່ວາ ຂອງບັນດາຄູ່ຮ່ວມມືພັດທະນາ ແລະ ພິເສດ ແມ່ນພາກເອກະຊົນເຂົ້າໃນການຮ່ວມມື GMS, ຫວຽດນາມ ເປັນຄັ້ງທຳອິດຈັດຕັ້ງເວທີປາໄສສຸດຍອດການດຳເນີນທຸລະກິດ GMS, ດຶງດູດການເຂົ້າຮ່ວມຂອງບັນດາວິສາຫະກິດເປັນຈຳນວນຫລວງຫລາຍ ດ້ວຍຂອບຂະໜາດເຖິງ 2000 ຄົນ. ທ່ານ ຫວາງອີ ກຳມະການຄະນະລັດຖະບານ ຈີນ ຕີລາຄາວ່າ:
        “ດ້ວຍຂໍ້ລິເລີ່ມຂອງ ຫວຽດນາມ ເຊິ່ງເປັນຄັ້ງທຳອິດໄດ້ມີກອງປະຊຸມສຸດຍອດດຳເນີນທຸລະກິດ. ນີ້ແມ່ນກົນໄກໃໝ່ ແລະ ສຳຄັນທີ່ສຸດ ເພື່ອຊ່ວຍພວກເຮົາຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງບັນດາວິສາຫະກິດ ແລະ ຮຽກຮ້ອງວິສາຫະກິດເຂົ້າຮ່ວມການເຄື່ອນໄຫວຮ່ວມມືໃນພາກພື້ນ”.
        ທີ່ກອງປະຊຸມສຸດຍອດ CLV 10, ບົນພື້ນຖານຂໍ້ສະເໜີຂອງ ຫວຽດນາມ, ບັນດາການນຳໄດ້ເຫັນດີເປັນເອກະພາບເລີ່ມເຄື່ອນໄຫວວິວັດການເປີດກ້ວາງການຮ່ວມມືເຂດ 3 ຫຼ່ຽມພັດທະນາ ບໍ່ພຽງແຕ່ຈຳກັດຢູ່ 13 ແຂວງເທົ່ານັ້ນ ຫາກຍັງແມ່ນລະຫວ່າງ 3 ພື້ນຖານເສດຖະກິດອີກດ້ວຍ; ພ້ອມທັງ ຮັບຮອງເອົາແຜນການສັງລວມ ກ່ຽວກັບການເຊື່ອມຈອດ 3 ພື້ນຖານເສດຖະກິດ ດ້ວຍຈຸດປະສົງ ນຳ 3 ປະເທດກາຍເປັນເຂດສຳຄັນໃນການເຕີບໂຕຂອງ ອາຊຽນ.
        ໂດຍສືບຕໍ່ຜົນສຳເລັດຂອງກອງປະຊຸມ APEC 2017, 2 ເຫດການສາກົນຫລາຍຝ່າຍສຳຄັນຂອງປີ 2018 ແມ່ນກອງປະຊຸມສຸດຍອດບັນດາປະເທດອະນຸພາກພື້ນແມ່ນ້ຳຂອງ ແລະ ກອງປະຊຸມສຸດຍອດ 3 ຫຼ່ຽມພັກທະນາ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ ເຊິ່ງ ຫວຽດນາມ ຫາກໍ່ຈັດຕັ້ງຢ່າງສຳເລັດຜົນ. ສິ່ງດັ່ງກ່າວ ບໍ່ພຽງແຕ່ສະແດງໃຫ້ເຫັນການເປັນເຈົ້າການ, ຕັ້ງໜ້າຂອງປະເທດເຈົ້າພາບ ຫວຽດນາມ ໃນການປະກອບສ່ວນ ແລະ ເປັນເຈົ້າພາທາງ, ກຳນົດທິດບັນດາຮູບແບບການຮ່ວມມືຂອງບັນດາປະເທດເທົ່ານັ້ນ ຫາກຍັງປະກອບສ່ວນຮັບປະກັນການພັດທະນາແບບຍືນຍົງ, ກົມກຽວ, ດຸ່ນດ່ຽງຢູ່ພາກພື້ນອີກດ້ວຍ. 
 (ແຫຼ່ງຄັດຈາກ VOV)
 


top