ຂ່າວສານ

ໜ້າທີ່, ມາດຕະການຕົ້ນຕໍເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ປີ 2018

     ເອົາໃຈໃສ່ພິເສດບັນດາໜ້າທີ່ພັດທະນາວັດທະນະທຳ, ສັງຄົມ; ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ; ປົກປັກຮັກສາສະພາບແວດລ້ອມ.
      ລັດຖະບານຫາກໍ່ປະກາດໃຊ້ມະຕິເລກທີ 01 ກ່ຽວກັບໜ້າທີ່, ມາດຕະການຕົ້ນຕໍເພື່ອປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມ ແລະ ແຜນງົບປະມານແຫ່ງລັດໃນປີ 2018. ເພື່ອປະຕິບັດເປົ້າໝາຍ, ໜ້າທີ່ແຜນການພັດທະນາເສດຖະກິດ - ສົງຄົມໃນປີ 2018 ຢ່າງມີໄຊ, ລັດຖະບານໄດ້ວາງອອກທິດນຳການເຄື່ອນໄຫວ “ມີລະບຽບວິໄນ, ມີຄວາມຊື່ສັດບໍລິສຸດ, ມີການກະທຳ, ມີຫົວຄິດປະດິດສ້າງ, ມີປະສິດທິຜົນ” ແລະ ກຳນົດຈຸດສຸມໃນການຊີ້ນຳບໍລິຫານແມ່ນ: ເພີ່ມທະວີເສດຖະກິດມະຫາພາກຢ່າງມີສະຖຽນລະພາບ, ສ້າງການຫັນປ່ຽນຢ່າງຈະແຈ້ງ, ແທດຈິງໃນການປະຕິບັດບັນດາບາດກ້າວບຸກທະລຸຍຸດທະສາດ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່ຕິດພັນກັບການຫັນປ່ຽນຮູບແບບເຕິີບໂຕໃໝ່, ຍົກສູງສະມັດຕະພາບ, ຄຸນນະພາບ, ປະສິດທິຜົນ ແລະ ກຳລັງແກ່ງແຍ້ງ; ສົ່ງເສີມການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ, ເລີ່ມທຸລະກິດ, ພັດທະນາວິສາຫະກິດ, ຊຸກຍູ້ການເຕີບໂຕດ້ານເສດຖະກິດ.
        ພ້ອມກັນນັ້ນ, ລັດຖະບານຍັງໄດ້ຍູ້ແຮງການປ້ອງກັນ ແລະ ຕ້ານການສໍ້ລາດບັງຫຼວງ, ຟຸມເຟືອຍ. ເອົາໃຈໃສ່ພິເສດບັນດາໜ້າທີ່ພັດທະນາວັດທະນະທຳ, ສັງຄົມ; ຍົກສູງຊີວິດການເປັນຢູ່ຂອງປະຊາຊົນ; ປົກປັກຮັກສາສະພາບແວດລ້ອມ, ປ້ອງກັນຕ້ານໄພທຳມະຊາດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ;ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບແຫ່ງຊາດ; ຍົກສູງປະສິດທິຜົນຂອງການເຄື່ອນໄຫວທາງການທູດ, ການເຊື່ອມໂຍງເຂົ້າກັບສາກົນ.
 (ແຫຼ່ງຄັດຈາກ VOV)

top