ຂ່າວສານ

ໜູນ​ຊ່ວຍ​ສອງ​ແຂວງ ບັກ​ຢາງ ແລະ ບັກ​ນິງ ປ້ອງ​ກັນ​, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19

ທີ່ການເຮັດວຽກກັບແຂວງບັກນິງເມື່ອຕອນຄ່ຳວັນທີ 16 ພຶດສະພາ, ທ່ານ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໃຫ້ຄຳໝັ້ນສັນຍາວ່າ: ກະຊວງສາທາລະນະສຸກ ຈະໜູນຊ່ວຍແຂວງບັກນິງໃນວຽກງານບົ່ງມະຕິພະຍາດສຳລັບບັນດາກໍລະນີຕິດເຊື້ອໜັກ, ໃຊ້ເຄື່ອງຊ່ວຍຫາຍໃຈ.
ບັນດາທ່ານໝໍໄປປະຕິບັດໜ້າທີ່ (ພາບ: nhandan.com.vn)

ຕອນບ່າຍວັນທີ 16 ພຶດສະພາ, ຄະນະປະຕິບັດງານຂອງ ຮ່າໂນ້ຍ ລວມມີນັກຊ່ຽວຊານ 20 ທ່ານ, ໂດຍທ່ານ ເຈິ່ນວັນຈຸງ, ຮອງຫົວໜ້າພະແນກສາທາລະນະສຸກ ເປັນຫົວໜ້າຄະນະ ໄດ້ເດີນທາງໄປຍັງເຂດອຸດສາຫະກຳ ເວິນຈຸງ ຊຶ່ງແມ່ນຈຸດຮ້ອນເຮັ່ງຂອງໂລກລະບາດໂຄວິດ - 19 ຢູ່ແຂວງ ບັກຢາງ. ຄະນະປະຕິບັດງານ ຂອງ ຮ່າໂນ້ຍ ຈະຮັບຜິດຊອບການກວດວິໄຈຫາເຊື້ອ, ຄົ້ນຫາຜູ້ຕິດເຊື້ອ ຢູ່ເຂດອຸດສາຫະກຳ ເວິນຈຸງ. ພ້ອມກັນນັ້ນ, ນະຄອນຮ່າໂນ້ຍ ກໍ່ໄດ້ໜູນຊ່ວຍວິໄຈ້ຫາເຊື້ອຕົວຢ່າງ RT-PCR ກ່ວາ 10.000 ຕົວຢ່າງ ໃຫ້ແກ່ແຂວງບັກຢາງ.

ແລະກໍ່ໃນວັນດຽວກັນ, ມະຫາວິທະຍາໄລເຕັກນິກການແພດ ຫ໋າຍເຢືອງ ກໍ່ໄດ້ຈັດຕັ້ງພິທີອອກເຄື່ອນພົນ ເພື່ອໜູນຊ່ວຍໃຫ້ແກ່ 2 ແຂວງບັກຢາງ ແລະ ບັກນິງ ໃນການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. ຄະນະໄປໜູນຊ່ວຍແຂວງ ບັກຢາງ ລວມມີ: ພະນັກງານ, ຄູອາຈານ 3 ທ່ານ ແລະ ມີນັກສຶກສາຂະແໜງວິໄຈ, ພະຍາບານ ແລະ ແພດທົ່ວໄປ 212 ຄົນ. ຄະນະທີ 2 ໄປໜູນຊ່ວຍແຂວງບັກນິງ ລວມມີ: ຄູອາຈານ 2 ທ່ານ, ນັກສຶກສາຂະແໜງວິໄຈ 50 ຄົນ.

ທີ່ການເຮັດວຽກກັບແຂວງບັກນິງເມື່ອຕອນຄ່ຳວັນທີ 16 ພຶດສະພາ, ທ່ານ ຮອງລັດຖະມົນຕີ ກະຊວງສາທາລະນະສຸກ ຫວຽດນາມ ຫງວຽນເຈື່ອງເຊີນ ໃຫ້ຄຳໝັ້ນສັນຍາວ່າ: ກະຊວງສາທາລະນະສຸກ ຈະໜູນຊ່ວຍແຂວງບັກນິງໃນວຽກງານບົ່ງມະຕິພະຍາດສຳລັບບັນດາກໍລະນີຕິດເຊື້ອໜັກ, ໃຊ້ເຄື່ອງຊ່ວຍຫາຍໃຈ, ເຫັນດີເປັນເອກະພາບຈະຈັດສົ່ງບັນດານັກຊ່ຽວຊານໄປໜູນຊ່ວຍປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19.

(ແຫຼ່ງຄັດຈາກ VOV)


top