ຂ່າວສານ

ໜູນ​ຊ່ວຍ​ລົບ​ລ້າງ​ເຮືອນ​ຢູ່​ຊົ່ວ​ຄາວ, ເຮືອນ​ເປ່​ເພ​ກ່​ວາ 200.000 ຫຼັງ​ໃນ​ທົ່ວ​ປະ​ເທດ

ໄລ່ຮອດວັນທີ 18 ເມສາ 2025, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ 201.651 ຫຼັງ, ໃນນັ້ນມີເຮືອນ 105.968 ຫຼັງສາມາດນຳເຂົ້ານຳໃຊ້ໄດ້ແລ້ວ ແລະ ມີ 95.683 ຫຼັງເລີ່ມລົງມືກໍ່ສ້າງ.
ພາບປະກອບ: TTXVN
ຕາມແຫຼ່ງຂ່າວໂດຍກະຊວງບັນດາເຜົ່າ ແລະ ສາສະໜາປະກາດໃນວັນທີ 20 ເມສາ, ໄລ່ຮອດວັນທີ 18 ເມສາ 2025, ທົ່ວປະເທດໄດ້ລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປເພ 201.651 ຫຼັງ, ໃນນັ້ນມີເຮືອນ 105.968 ຫຼັງສາມາດນຳເຂົ້ານຳໃຊ້ໄດ້ແລ້ວ ແລະ ມີ 95.683 ຫຼັງເລີ່ມລົງມືກໍ່ສ້າງ. ດັ່ງນັ້ນ, ຈຳນວນເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພຂອງຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກທີ່ຍັງເຫຼືອເຊິ່ງຕ້ອງລົບລ້າງໃນໂຄງການແມ່ນ 34.700 ຫຼັງ. ຄວາມຄືບໜ້າໃນການລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນເປ່ເພພວມໄດ້ຮັບການຍູ້ແຮງຢູ່ບາງທ້ອງຖິ່ນ, ຍົກຕົວຢ່າງຄື: ນະຄອນໂຮ່ຈີມິນ. ເນື່ອງໃນໂອກາດສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ (30/04/1975 – 30/04/2025), ແນວໂຮມປະເທດຊາດຫວຽດນາມ ນະຄອນໂຮ່ຈີມິນ ແລະ ບັນດາຫົວໜ່ວຍໄດ້ສົມທົບກັນປະຕິບັດສຳເລັດການໜູນຊ່ວຍງົບປະມານສ້ອມແປງເຮືອນຢູ່ 323 ຫຼັງທີ່ເປັນຂອງຄອບຄົວທຸກຍາກ, ຄອບຄົວໃກ້ຂັ້ນທຸກຍາກ, ຄອບຄົວປະສົບກັບຄວາມຫຍຸ້ງຍາກທີ່ມີເຮືອນຢູ່ຊຸດໂຊມ ດ້ວຍງົບປະມານກ່ວາ 25,3 ຕື້ດົ່ງ (ປະມານ 1 ລ້ານUSD).

top