ຂ່າວສານ

ໜູນຊ່ວຍເງິນ 530 ຕື້ດົ່ງໃຫ້ແກ່ 8 ແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ເພື່ອປ້ອງກັນ, ຕ້ານໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ຫາກໍ່ເຊັນຂໍ້ຕົກລົງວ່າດ້ວຍການເບີກຈ່າຍງົບປະມານການປ້ອງກັນ, ຕ້ານໄພແຫ້ງແລ້ງ, ນ້ຳທະເລຊຶມເຂົ້າ ຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ.

 ດ້ວຍຈຳນວນເງິນ 530 ຕື້ດົ່ງ ຈາກແຫຼ່ງງົບປະມານສູນກາງສຳຮອງປີ 2020 ໃຫ້ແກ່ 8 ທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ, ເພື່ອປະຕິບັດບັນດາມາດຕະການຮີບດ່ວນ ໃນການປ້ອງກັນ, ຕ້ານໄພແຫ້ງແລ້ງ, ສະພາບການຂາດແຄນນ້ຳຈືດ, ນ້ຳທະເລຊຶມເຂົ້າ.

 (ພາບປະກອບ/TTXVN)

ບັນດາທ້ອງຖິ່ນຕ້ອງມີຄວາມຮັບຜິດຊອບໃນການນຳໃຊ້ແຫຼ່ງງົບປະມານໜູນຊ່ວຍດັ່ງກ່າວ, ງົບປະມານທ້ອງຖິ່ນ ແລະ ບັນດາແຫຼ່ງທຶນທີ່ຖືກຕ້ອງຕາມກົດໝາຍອື່ນ ເພື່ອຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນ ໃນການປ້ອງກັນ, ຕ້ານໄພແຫ້ງແລ້ງ, ສະພາບການຂາດແຄນນ້ຳຈືດ, ນ້ຳທະເລຊຶມເຂົ້າ, ຮັບປະກັນຖືກຕາມຂໍ້ກຳນົດ, ຖືກຕາມຈຸດປະສົງ, ມີປະສິດທິຜົນ.
 (ແຫຼ່ງຄັດຈາກ VOV)

top