ຂ່າວສານ

ໜູນຊ່ວຍວິສາຫະກິດເພື່ອຍາດແຍ່ງເອົາຜົນປະໂຫຍດຈາກ EVFTA ຢ່າງສຸດຂີດ

ກົມພາສີຍາມໃດກໍ່ໜູນຊ່ວຍ, ສ້າງຄວາມສະດວກເພື່ອໃຫ້ວິສາຫະກິດສາມາດຍາດແຍ່ງບັນດາຜົນປະໂຫຍດຈາກສັນຍາເປັນຢ່າງດີ ແລະ ພ້ອມແລ້ວທີ່ຈະປະກອບຄຳເຫັນຢ່າງເລິກເຊິ່ງໃຫ້ວິສາຫະກິດກ່ຽວກັບ EVFTA.

ກອງປະຊຸມສົນທະນາ (ພາບ: congluan.vn)

ກອງປະຊຸມສົນທະນາ “ກົມພາສີນະຄອນໂຮ່ຈີມິນ ແລະ ວິສາຫະກິດຮ່ວມເດີນທາງປະຕິບັດສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ເອີຣົບ (EVFTA)” ດຳເນີນໃນຕອນເຊົ້າວັນທີ 06 ຕຸລາ ຢູ່ນະຄອນ ໂຮ່ຈີມິນ. ນະທີ່ນີ້, ບັນດາຜູ້ແທນໄດ້ສະແດງຄວາມຫວັງຢາກຍາດແຍ່ງບັນດາບຸລິມະສິດຢ່າງສຸດຂີດ ຊື່ງ EVFTA ນຳມາໃຫ້, ແຕ່ວິສາຫະກິດຕ້ອງເອົາໃຈໃສ່ເຖິງບັນຫາຢັ້ງຢືນຕົ້ນກຳເນີດຂອງສິນຄ້າ, ເອກະສານຂົນສົ່ງເຊິ່ງສະແດງໃຫ້ເຫັນຕົ້ນກຳເນີດຈາກບັນດາປະເທດຂຶ້ນກັບ ອີຢູ, ລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ໃບແຈ້ງພາສີນຳເຂົ້າຈາກບັນດາປະເທດດັ່ງກ່າວ. ທ່ານ ດິງງອັກທັ໊ງ, ຫົວໜ້າກົມພາສີນະຄອນ ໂຮ່ຈີມິນ ຢືນຢັນວ່າ: ກົມພາສີຍາມໃດກໍ່ໜູນຊ່ວຍ, ສ້າງຄວາມສະດວກເພື່ອໃຫ້ວິສາຫະກິດສາມາດຍາດແຍ່ງບັນດາຜົນປະໂຫຍດຈາກສັນຍາເປັນຢ່າງດີ ແລະ ພ້ອມແລ້ວທີ່ຈະປະກອບຄຳເຫັນຢ່າງເລິກເຊິ່ງໃຫ້ວິສາຫະກິດກ່ຽວກັບ EVFTA.
(ແຫຼ່ງຄັດຈາກ VOV)

top