ຂ່າວສານ

ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາລະບົບມູນຄ່າແບບຍືນຍົງ

      ກອງປະຊຸມເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງເກີດໂລກລະບາດໂຄວິດ-19.

(ກອງປະຊຸມ “ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາລະບົບມູນຄ່າແບບຍືນຍົງ")
      ຕອນເຊົ້າວັນທີ 24 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງແຜນການ ແລະ ການລົງທຶນຫວຽດນາມ ໄດ້ສົມທົບກັບອົງການພັດທະນາສາກົນອາເມລິກາ (USAID) ຈັດຕັ້ງກອງປະຊຸມດ້ວຍຫົວຂໍ້ວ່າ “ໜູນຊ່ວຍວິສາຫະກິດຫວຽດນາມ ພັດທະນາລະບົບມູນຄ່າແບບຍືນຍົງ”. ກອງປະຊຸມເພື່ອແນໃສ່ໜູນຊ່ວຍບັນດາວິສາຫະກິດຟື້ນຟູການຜະລິດ, ດຳເນີນທຸລະກິດພາຍຫຼັງເກີດໂລກລະບາດໂຄວິດ-19. ພ້ອມທັງຊ່ວຍໃຫ້ວິສາຫະກິດ, ພິເສດແມ່ນກຸ່ມວິສາຫະກິດຂະໜາດກາງ ແລະ ນ້ອຍ, ຮັບມືກັບການຫັນປ່ຽນເຂົ້າໃນລະບົບສະໜອງທົ່ວໂລກ ເພື່ອແນໃສ່ສ້າງບັນດາລະບົບສະໜອງໃໝ່ ແລະ ຍືນຍົງ.
        ທີ່ກອງປະຊຸມ, ທ່ານ ຫງວຽນຈີ໊ຢຸງ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຊີ້ແຈ້ງວ່າ: ບັນດາສັນຍາການຄ້າເສລີແບບໃໝ່ຄື: CPTPP, EVFTA… ມີຜົນສັກສິດຢ່າງເປັນທາງການ ຈະສ້າງທ່າແຮງຢ່າງໃຫຍ່ຫຼວງໃຫ້ແກ່ບັນດາວິສາກິດຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກ.
        “ວິສາຫະກິດຫວຽດນາມ ຄວນນຳໃຊ້ກາລະໂອກາດຈົນສຸດຄວາມສາມາດປະດິດຄິດສ້າງຂອງຕົນ ເພື່ອຊອກຫາກາລະໂອກາດໃໝ່ໃນສະພາບການປ່ຽນແປງ, ຫັນປ່ຽນບັນດາລະບົບສະໜອງຄືໃນປະຈຸບັນ. ທຸກຂັ້ນ, ທຸກຂະແໜງການ ຕ້ອງມີການກະທຳຢ່າງວ່ອງໄວ ແລະ ແຂງແຮງກວ່າ ເພື່ອໜູນຊ່ວຍວິສາຫະກິດກຳແໜ້ນກາລະໂອກາດ ແນໃສ່ຟື້ນຟູ ແລະ ພັດທະນາລະບົບມູນຄ່າແບບຍືນຍົງ, ສ້າງທ່າບຸກລະທຸ, ຊຸກຍູ້ການເຕີບໂຕເສດຖະກິດ”.
        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ Michael Greene, ຜູ້ອຳນວຍການໃຫຍ່ USAID ປະຈຳຫວຽດນາມ ໃຫ້ຮູ້ວ່າ, ລັດຖະບານອາເມລິກາ ໄດ້ໃຫ້ຄຳໝັ້ນສັນຍາອຸປະຖຳຈຳນວນເງິນ 9,5 ລ້ານ USD ຜ່ານອົງການ USAID ປະຈຳຫວຽດນາມ ເພື່ອໜູນຊ່ວຍບັນດາຂໍ້ລິເລີ່ມເພື່ອແນໃສ່ຊ່ວຍຫວຽດນາມ ໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ກໍຄືໜູນຊ່ວຍບັນດາວິສາຫະກິດສະໜາດກາງ ແລະ ນ້ອຍ. ພ້ອມທັງຫວັງວ່າ, ແຫຼ່ງງົບປະມານດັ່ງກ່າວ ຈະຊ່ວຍໃຫ້ຫວຽດນາມ ຟື້ນຟູພາຍຫຼັງວິກິດການ ແລະ ຈະປະກອບສ່ວນຊ່ວຍໃຫ້ຫວຽດນາມ ກາຍເປັນປະເທດມີລາຍຮັບປານກາງສູງ.
(ແຫຼ່ງຄັດຈາກ VOV)
 


top