ຂ່າວສານ

ໜູນຊ່ວຍນັກສຶກສາ ລາວ ໃນໂລກລະບາດ ໂຄວິດ-19

ມອບເຄື່ອງຊ່ວຍເຫຼືອໃຫ້ນັກສຶກສາ ລາວ ທີ່ພວມຮຳ່ຮຽນ ຢູ່ແຂວງ ກວາງຫງາຍ. ພາບ: ໂຄງການ ຕໍ່ອ້ອມແຂນ ຫວຽດ ສະໜອງໃຫ້

ຫວ່າງແລ້ວນີ້, ທີ່ນະຄອນ ກວາງຫງາຍ, ແຂວງ ກວາງຫງາຍ, ບັນດານັກສຶກສາ ລາວ ຢູ່ໂຮງຮຽນ ການແພດ ຊັ້ນສູງ ດັ້ງຖຸ່ຍເຈີມ ໄດ້ໂຄງການ ຕໍ່ອ້ອມແຂນ ຫວຽດ ມອບໃຫ້ຂອງກິນ 40 ຊຸດທີ່ເປັນເຂົ້າໜຽວ ແລະ ຕົ້ມເຄັມໝູ ເພື່ອຊ່ວຍເຫຼືອນັກສຶກສາ ໃນໂລກລະບາດ ໂຄວິດ-19.
 
ລາຍການໜູນຊ່ວຍ ແລະ ແຮກສ່ຽວ ຄອບຄົວກັບນັກສຶກສາ ລາວ ທີ່ພວມຮຳ່ຮຽນຢູ່ມະຫາວິທະຍາໄລ ແລະ ໂຮງຮຽນຊັ້ນສູງ 3 ແຫ່ງຢູ່ແຂວງ ກວາງຫງາຍ ໂດຍກຸ່ມອາສາສະໝັກ ຕໍ່ອ້ອມແຂນ ຫວຽດ ສ້າງຕັ້ງແຕ່ວັນທີ 5 ກັນຍາ 2021, ແນໃສ່ຊ່ວຍເຫຼືອໃຫ້ແກ່ນັກສຶກສາ ລາວ.  
 
ເຄື່ອງຊ່ວຍເຫຼືອໃຫ້ແກ່ນັກສຶກສາ ລາວ ທີ່ໄດ້ມອບໃນໂຄງການ ລວມມີ: ເຂົ້າ, ໝີ່ໄວໆ, ໝາກໂຕ່ນ, ໝາກອຶ ແລະ ເຄື່ອງຫອມຫຼາຍຊະນິດ. ພາຍຫຼັງ 10 ວັນ, ໂຄງການໄດ້ມອບຂອງຂວັນໃຫ້ນັກສຶກສາລາວ ທີ່ພວມຮຳ່ຮຽນຢູ່ມະຫາວິທະຍາໄລ ຟ້າມວັນດົ່ງ ແລະ ໂຮງຮຽນການແພດ ຊັ້ນສູງ ດັ້ງຖຸ່ຍເຈີມ ທັງໝົດ 7 ຄັ້ງ. ນອກຈາກການໜູນຊ່ວຍນັກສຶກສາ, ໂຄງການດັ່ງກ່າວ ຍັງຊ່ວຍເຫຼືອນັກສຶກສາ ລາວ ແຮກສ່ຽວ ກັບບັນດາຄອບຄົວຢູ່ແຂວງ ກວາງຫງາຍ ເພື່ອໃຫ້ມີຫຼາຍການຊ່ວຍເຫຼືອ, ສ້າງສາຍພົວພັນ ເພື່ອໃຫ້ນັກສຶກສາລາວ ມີຄວາມສະໜິດຕິດພັນກັບບ້ານເກີດເມືອງນອນ ແລະ ຜູ້ຄົນ ຫວຽດນາມ. 
ປະຕິບັດ: VNP

top