ຂ່າວສານ

ໜູນຊ່ວຍນັກສຶກສາ ລາວ, ກຳປູເຈຍ ຢູ່ ຮ່າໂນ້ຍ ຍົກສູງຄຸນນະພາບຊີວິດການເປັນຢູ່ ແລະ ການຮ່ຳຮຽນ

ຕາມຂໍ້ຕົກລົງວ່າດ້ວຍການຮ່ວມມືດ້ານການສຶກສາ ລະຫວ່າງລັດຖະບານ 3 ປະເທດ ຫວຽດນາມ - ລາວ - ກຳປູເຈຍ ແລ້ວ, ແຕ່ລະປີ, ນະຄອນ ຮ່າໂນ້ຍ ໄດ້ຕ້ອນຮັບນັກສຶກສາ ລາວ ແລະ ກຳປູເຈຍ ນັບຮ້ອຍຄົນມາຮ່ຳຮຽນຢູ່ບາງໂຮງຮຽນຈຸດສຸມຄື: ມະຫາວິທະຍາໄລສັບພະວິຊາ, ມະຫາວິທະຍາໄລເສດຖະກິດ, ມະຫາວິທະຍາໄລກໍ່ສ້າງ, ມະຫາວິທະຍາໄລວິທະຍາສາດສັງຄົມ - ມະນຸດສາດ… ພ້ອມກັບໂຮງຮຽນ, ສູນໜູນຊ່ວຍວຽກງານກໍ່ສ້າງສາກົນ (ສັງກັດກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ) ແມ່ນຫົວໜ່ວຍຄຸ້ມຄອງໂດຍກົງ, ໃຫ້ການໜູນຊ່ວຍນັກສຶກສາຕ່າງປະເທດເວົ້າລວມ ແລະ ນັກສຶກສາ ລາວ - ກຳປູເຈຍ ເວົ້າສະເພາະ, ຊ່ວຍໃຫ້ພວກນ້ອງຜ່ານຜ່າຄວາມຫຍຸ້ງຍາກນັບທັງດ້ານວັດຖຸ ແລະ ຈິດໃຈ, ຍົກສູງຄຸນນະພາບຊີວິດການເປັນຢູ່ ແລະ ການສຶກສາຮ່ຳຮຽນ.

ໃນຊຸມວັນກາງເດືອນ ເມສາ ຜ່ານມາ, ພາຍຫຼັງຖືກຕັດຕອນມາເປັນເວລາ 2 ປີຍ້ອນໂລກລະບາດໂຄວິດ - 19, ກິດຈະກຳສະເຫຼີມສະຫຼອງບຸນປີໃໝ່ ທີ່ເປັນມູນເຊື້ອຂອງລາວ ແລະ  ບຸນ Chol Chhnam Thomay ຂອງ ກຳປູເຈຍ ຈຶ່ງໄດ້ຈັດຂຶ້ນຢູ່ສູນໜູນຊ່ວຍວຽກງານການກໍ່ສ້າງສາກົນ, ຢູ່ເຮືອນເລກທີ 23 ຕ້າກວາງບືວ, ຮ່າໂນ້ຍ. ໂດຍກຳແໜ້ນໄດ້ຄວາມມຸ່ງມາດປາດຖະໜາຂອງນັກສຶກສາ, ທາງສູນໄດ້ໜູນຊ່ວຍງົບປະມານ, ສ້າງເງື່ອນໄຂເພື່ອຈັດພິທີສະຫຼອງວັນປີໃໝ່, ແນໃສ່ຊ່ວຍໃຫ້ພວກນ້ອງສາມາດຕ້ອນຮັບບຸນປີໃໝ່ປະຈຳຊາດຂອງຕົນໃນບັນຍາກາດທີ່ເບີກບານມ່ວນຊື່ນ ແລະ ອົບອຸ່ນ. ສຳລັບ Sok Sovanndeth ແລະ Khamphut Inchung ແລ້ວ, ພິທີສະຫຼອງບຸນປີໃໝ່ນີ້ ບໍ່ພຽງແຕ່ຊ່ວຍໃຫ້ພວກນ້ອງບັນເທົາຄວາມຄິດຮອດບ້ານເທົ່ານັ້ນ, ຫາກຍັງແມ່ນໂອກາດເພື່ອໃຫ້ເພີ່ມທະວີການພົບປະແລກປ່ຽນ ແລະ ທຳຄວາມເຂົ້າໃຈເຊິ່ງກັນແລະກັນອີກດ້ວຍ.

  ລາຍການສະແດງສິລະປະຂອງນັກສຶກສາ ກຳປູເຈຍ ໃນບຸນ Chol Chhnam Thomay   

 ເຖິງວ່າບໍ່ໄດ້ຄົບຖ້ວນຄືຢູ່ບ້ານກໍຕາມແຕ່ພວກນ້ອງທຸກຄົນຕ່າງກໍຮູ້ສຶກໄດ້ເຖິງຄວາມເອົາໃຈໃສ່ຂອງອ້າຍເອື້ອຍໃນສູນໃນບັນດາໂອກາດຄືແນວນີ້ ເຮັດໃຫ້ພວກນ້ອງມີຄວາມເອກອ້າງທະນົງໃຈທີ່ເປັນນັກສຶກສາ ກຳປູເຈຍ ຢູ່ ຫວຽດນາມ ແລະ ຖືນີ້ແມ່ນເຮືອນຫຼັງທີ 2 ຂອງຕົນ”.

ໂດຍແມ່ນຫົວໜ່ວຍສັງກັດ ກົມຮ່ວມມືສາກົນ, ກະຊວງສຶກສາ ແລະ ກໍ່ສ້າງ, ສູນໜູນຊ່ວຍວຽກງານກໍ່ສ້າງສາກົນ ລວມມີເຂດຫໍພັກ 4 ແຫ່ງ ດ້ວຍນັກສຶກສາຕ່າງປະເທດ 500 ຄົນ, ໃນນັ້ນ ມີນັກສຶກສາ ລາວ ແລະ ກຳປູເຈຍ 400 ຄົນ. ບັນດາພະນັກງານຢູ່ສູນ ບໍ່ພຽງແຕ່ຮັບຜິດຊອບວຽກງານລະບຽບການບໍລິຫານ, ເອກະສານຕ່າງໆຂອງນັກສຶກສາເທົ່ານັ້ນ, ຫາກຍັງແມ່ນຜູ້ພົບປະໂດຍກົງກັບພວກນ້ອງທຸກໆມື້ ເພື່ອຮັບຟັງ, ແບ່ງປັນຄວາມຫຍຸ້ງຍາກເຊິ່ງເຂົາເຈົ້າປະເຊີນໜ້າ, ເນື່ອງຈາກນັ້ນ, ກໍມີວິທີການໜູນຊ່ວຍຢ່າງທັນການ, ມີປະສິດທິຜົນ. ທ່ານນາງ ຫງວຽນທິຮວ່າງຈີ, ຫົວໜ້າສູນໜູນຊ່ວຍວຽກງານກໍ່ສ້າງສາກົນ ໃຫ້ຮູ້ວ່າ:

ຍາມໃດທາງສູນ ກໍແກ້ໄຂລະບອບນະໂຍບາຍຕ່າງໆ ໃຫ້ນັກສຶກສາໄດ້ຊົມໃຊ້ຕາມຂໍ້ກຳນົດຂອງລັດຢ່າງທັນການ ເພື່ອການດຳລົງຊີວິດ ແລະ ຮ່ຳຮຽນຢູ່ ຫວຽດນາມ ເປັນປົກກະຕິ. ພວກຂ້າພະເຈົ້າກໍເອົາໃຈໃສ່ເຖິງການຍົກສູງກຳລັງຄວາມສາມາດ, ຍົກສູງລະດັບຄວາມຮູ້ໃຫ້ແກ່ນັກສຶກສາ ເປັນຕົ້ນແມ່ນສ້າງຕັ້ງສະໂມສອນບໍາລຸງສ້າງພາສາ ຫວຽດ, ຈັດຊົ່ວໂມງສອນເພີ່ມ, ຈັດກິດຈະກຳພົບປະແລກປ່ຽນວັດທະນະທຳ, ກິລາ, ສະເຫຼີມສະຫຼອງບຸນປີໃໝ່ປະຈຳຊາດ ຫຼື ເຂົ້າຮ່ວມລາຍການຕ່າງໆ ໂດຍ ສະຫະພັນສະມາຄົມມິດຕະພາບ ແລະ ນະຄອນ ຮ່າໂນ້ຍ ຈັດຂຶ້ນ”.

  ການແຂ່ງຂັນບານເຕະມິດຕະພາບລະຫວ່າງ ນັກສຶກສາ ລາວ ແລະ ກຳປູເຈຍ  

 ໄປຄຽງຄູ່ກັນນັ້ນ, ທາງສູນກໍສົມທົບກັບມະຫາວິທະຍາໄລຫຼາຍແຫ່ງຢູ່ພາຍໃນປະເທດ ເພື່ອຈັດວັດນບຸນໃຫ້ຄຳປຶກສາກ່ຽວກັບການຮັບສະໝັກນັກສຶກສາຢູ່ຮາກຖານບຳລຸງສ້າງພາສາ ຫວຽດ, ຊ່ວຍໃຫ້ນັກສຶກສາມີຄວາມເຂົ້າໃຈ, ເລືອກເຟັ້ນສາຍຮຽນທີ່ເໝາະສົມ, ກຳນົດທິດວຽກເຮັດງານທຳໃຫ້ແກ່ເຂົາເຈົ້າພາຍຫຼັງຮຽນຈົບ. ທ່ານນາງປະລິນຍາເອກ ຕ້າກວິ່ງຮວາ, ຫົວໜ້າພະແນກກໍ່ສ້າງສາກົນ, ມະຫາວິທະຍາໄລກໍ່ສ້າງຮ່າໂນ້ຍ, ໃຫ້ຮູ້ວ່າ:

ໂດຍໄດ້ຮັບການໃຫ້ຄຳປຶກສາຈາກສູນ, ໃນສາມປີຜ່ານມາ, ທາງໂຮງຮຽນໄດ້ສ້າງຫຼາຍລາຍການທີ່ແທດຈິງ, ເປັນຕົ້ນແມ່ນ ມອບທຶນການສຶກສາຮ້ອຍສ່ວນຮ້ອຍໃນລະດັບຊັ້ນປະລິນຍາຕີ, ປະລິນຍາໂທ ແລະ ປະລິນຍາເອກ ໃຫ້ແກ່ນັກສຶກສາ ລາວ ແລະ ກຳປູເຈຍ. ນັກສຶກສາຫຼາຍຄົນບັນລຸໄດ້ຜົນການຮຽນທີ່ດີ, ໄດ້ເຂົ້າຮ່ວມລາຍການພົບປະແລກປ່ຽນນັກສຶກສາ ຢູ່ ຍີ່ປຸ່ນ ແລະ ສ.ເກົາຫຼີ”.

ນອກຈາກບັນຫາການຮຽນ, ການດຳລົງຊີວິດແລ້ວ, ການໃຫ້ບຸລິມະສິດຮັບປະກັນສຸຂະພາບ, ຄວາມປອດໄພໃຫ້ແກ່ນັກສຶກສາກໍໄດ້ຮັບຄວາມເອົາໃຈໃສ່ຢ່າງໃກ້ຊິດ, ພິເສດແມ່ນໃນໄລຍະເກີດໂລກລະບາດໂຄວິດ - 19 ໃນສອງປີຜ່ານມາ. Sok Sovandeth, ນັກສຶກສາ ກຳປູເຈຍ ຢູ່ມະຫາວິທະຍາໄລສັບພະວິຊາ, ແບ່ງປັນວ່າ:

ໃນສອງປີທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ - 19, ທາງສູນກໍໄດ້ໃຫ້ການໜູນຊ່ວຍຫຼາຍຢ່າງ, ເປັນຕົ້ນແມ່ນ ແຈກຢາຍຜ້າອັດປາກ - ດັງ, ນ້ຳຢາຂ້າເຊື້ອ, ຈັດແຈງຫ້ອງແຍກຕົວໃຫ້ຜູ້ທີ່ຕິດເຊື້ອ ຫຼື ຖືກສົງໄສຈະຕິດເຊື້ອ ຢ່າງສະອາດງາມຕາ, ໃຫ້ການໜູນຊ່ວຍດ້ານທັນຍາຫານ, ສະບຽງອາຫານ, ຢຸກຢາຢ່າງຄົບຖ້ວນ ແລະ ໄດ້ສັກວັກຊິນຢ່າງວ່ອງໄວ”.

ປີ 2022 ເປັນຂີດໝາຍສຳຄັນເປັນພິເສດ, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງ ຫວຽດນາມ - ລາວ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ, ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ກຳປູເຈຍ ຄົບຮອບ 55 ປີ. ດ້ວຍການປະກອບສ່ວນເຂົ້າໃນວຽການບຳລຸງສ້າງ ແລະ ເບິ່ງແຍງດູແລໃຫ້ນັກສຶກສາ ລາວ, ກຳປູເຈຍ ລຸ້ນຕ່າງໆທີ່ມາຮຽນຢູ່ ຫວຽດນາມ, ສູນໜູນຊ່ວຍວຽກງານກໍ່ສ້າງສາກົນ ຍາມໃດກໍມີຄວາມເອກອ້າງທະນົງໃຈກ່ຽວກັບບົດບາດ, ພາລະກຳຂອງຕົນ, ແມ່ນຂົວຕໍ່ແຫ່ງໄມຕີຈິດມິດຕະພາບທີ່ຜູກພັນໜຽວແໜ້ນລະຫວ່າງສາມຊາດ ຫວຽດນາມ - ລາວ - ກຳປູເຈຍ./.


top