ຂ່າວສານ

ໜັງ​ສື​ພິມ​ເຢຍ​ລະ​ມັນ​ຍ້ອງຍ​ໍ​ຊົມ​ເຊີຍຫວຽດ​ນາມ​ເປັນ​ເຈົ້າ​ການ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ Covid -19

ໃນສະພາບການໂລກລະບາດ Covid – 19 ພວມມີການແຜ່ລາມຢ່າງວ່ອງໄວແລະບັນດາປະເທດໄດ້ມີມາດຕະການຮັບມືຫຼາຍຢ່າງ, ໜັງສືພິມລາຍວັນ Junge Welt ຂອງເຢຍລະມັນໄດ້ມີບົດຂຽນຍ້ອງຍໍຊົມເຊີຍການກະທຳຢ່າງທັນການແລະຂ້ຽວຂາດຂອງຫວຽດນາມໃນບັ້ນສະກັດກັ້ນໂລກລະບາດ Covid – 19 ທີ່ອັນຕະລາຍນີ້.

ເວັບໄຊ ໜັງສືພິມລາຍວັນ Junge Welt 

ໃນບົດຂຽນ, ນັກຂຽນ Stefan Kuhner ໃຫ້ຮູ້ວ່າຫວຽດນາມມີການກະກຽມເປັນຢ່າງດີໃນຂັ້ນຕອນການກວດພົບເຊື້ອໄວຣັດ SARS – CoV- 2 ເມື່ອວິທະຍາຄານເສນາຮັກໄດ້ສົມທົບກັບບໍລິສັດຫວຽດ - ອາປະດິດສ້າງສຳເລັດຊຸດ Kit ທົດລອງວິໄຈເຊື້ອໄວຣັດSARS – CoV- 2. ຊຸດ kit ດັ່ງກ່າວບໍ່ພຽງແຕ່ມີຜົນກວດທີ່ຖືກຕ້ອງ, ຊັດເຈນສູງຕາມມາດຕະການຂອງອົງການອະນາໄມໂລກ (WHO) ແລະສູນຄວບຄຸມແລະສະກັດກັ້ນພະຍາດຕິດແປດອາເມລິກາ (CDC) ເທົ່ານັ້ນຫາກຍັງມີລາຄາຖືກ (ພຽງແຕ່ປະມານ 17 – 26 USD)ອີກດ້ວຍ.

        ນັກຂຽນກໍ່ໄດ້ເຕື້ອງເຖິງເລື່ອງທ່ານນາຍົກລັດຖະມົນຕີຫວຽດນາມຫງວຽນຊວັນຟຸກໄດ້ຊີ້ນຳບັນດາອົງການ, ຂະແໜງການແລະຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນຫວຽດນາມຕ້ອງກຳນົດແລະຄວບຄຸມແຫຼ່ງແຜ່ເຊື້ອພະຍາດ Covid – 19 ຢ່າງໄວວາແລະແໜ້ນແຟ້ນ.

 (ແຫຼ່ງຄັດຈາກ VOV)


top