ຂ່າວສານ

ໜັງສືພິມເຢຍລະມັນຍ້ອງຍໍຊົມເຊີຍວຽກງານຄວບຄຸມໂລກລະບາດໂຄວິດ- 19 ຂອງຫວຽດນາມ

      ບົດຂຽນໄດ້ຕີລາຄາເລື່ອງລັດຖະບານຫວຽດນາມ ໄດ້ໂຍະຍານບັນດາມາດຕະການແຍກຫ່າງໃນສັງຄົມ ທີ່ນຳໃຊ້ແຕ່ວັນທີ 01 ເມສາ, ໄດ້ຊີ້ໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.

ໜັງສືພິມເຢຍລະມັນຍ້ອງຍໍຊົມເຊີຍວຽກງານຄວບຄຸມໂລກລະບາດໂຄວິດ- 19 ຂອງຫວຽດນາມ
(ພາບປະກອບ: TTXVN)
      ວັນທີ 28 ເມສາ, ໜັງສືພິມ Spiegel ໄດ້ມີບົດຂຽນຕີລາຄາສູງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຂອງຫວຽດນາມ. ບົດຂຽນໄດ້ຕີລາຄາເລື່ອງລັດຖະບານຫວຽດນາມ ໄດ້ໂຍະຍານບັນດາມາດຕະການແຍກຫ່າງໃນສັງຄົມ ທີ່ນຳໃຊ້ແຕ່ວັນທີ 01 ເມສາ, ໄດ້ຊີ້ໃຫ້ເຫັນວ່າຫວຽດນາມ ສາມາດຄວບຄຸມສະພາບການໄດ້ເປັນຢ່າງດີ.
ກ່ຽວຂ້ອງເຖິງເລື່ອງປຸກລະດົມການແຜ່ບໍລິຈາກເງິນຊື້ຜ້າອັດປາກ - ອັດດັງ ມອບໃຫ້ປະເທດເຢຍລະມັນ ເປັນຂອງຂວັນນັ້ນ, ບົດຂຽນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍກຸ່ມອະດີດນັກສຶກສາ ແລະ ນັກຄົ້ນຄວ້າຫວຽດນາມ ຢູ່ເຢຍລະມັນ ທີ່ໄດ້ຮຽກຮ້ອງ, ປຸກລະດົມເງິນບໍລິຈາກໄດ້ 300 ລ້ານດົ່ງ ເພື່ອຊື້ຜ້າອັດປາດ - ອັດດັງ ມອບໃຫ້ບັນດາແພດໝໍເຢຍລະມັນ ເພື່ອປ້ອງກັນ, ຕ້ານໂລກລະບາດ. ບົດຂຽນໄດ້ຕີລາຄາ “ການໜູນຊ່ວຍພັດທະນາຈາກຮ່າໂນ້ຍ” ນີ້ແມ່ນການກະທຳ ອັນສູງສົ່ງ ແລະ ຈົບງາມພິເສດໃນການໜູນຊ່ວຍມະນຸດສະທຳ ແລະ ແມ່ນການກະທຳ ເຖິງວ່ານ້ອຍໆແຕ່ສະແດງໃຫ້ເຫັນຄວາມສາມັກຄີສາກົນໃນສະພາບເກີດໂລກລະບາດຄືໃນປະຈຸບັນ.
 (ແຫຼ່ງຄັດຈາກ VOV)


top