ຂ່າວສານ

ໜັງສືພິມອາກຊັງຕິນຍ້ອງຍໍຊົມເຊີຍຜົນສຳເລັດຂອງຫວຽດນາມ ໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ-19

      ໃນຂະນະທີ່ຫຼາຍປະເທດໃນໂລກມີຜູ້ເສຍຊີວິດຍ້ອນໂລກລະບາດເປັນຈຳນວນຫຼາຍນັ້ນ, ມາຮອດປະຈຸບັນຫວຽດນາມ ຍັງບໍ່ທັນມີຜູ້ເສຍຊີວິດຈັກຄົນ.

(ພາບປະກອບ: TTXVN)
      ພາຍໃຕ້ຫົວຂໍ້ວ່າ “ບັ້ນຕໍ່ສູ້ຕ້ານເຊື້ອໄວຣັດ SARS-CoV-2: ຮູບແບບຫວຽດນາມ - ແບບຢ່າງຂອງໂລກ”, ຫວ່າງມໍ່ໆມານີ້, ເວບໄຊ OJODIGITA ຂອງອາກຊັງຕິນ ໄດ້ມີບົດຂຽນຍ້ອງຍໍຊົມເຊີຍບັນດາຜົນສຳເລັດຂອງຫວຽດນາມ ໃນການສະກັດກັ້ນການແຜ່ລະບາດຂອງໂລກລະບາດໂຄວິດ-19. ບົດຂຽນໃຫ້ຮູ້ວ່າ, ໃນຂະນະທີ່ຫຼາຍປະເທດໃນໂລກມີຜູ້ເສຍຊີວິດຍ້ອນໂລກລະບາດເປັນຈຳນວນຫຼາຍນັ້ນ, ມາຮອດປະຈຸບັນຫວຽດນາມ ຍັງບໍ່ທັນມີຜູ້ເສຍຊີວິດຈັກຄົນ.
ຜົນສຳເລັດຂອງຫວຽດນາມ ໃນການຕໍ່ສູ້ຮັບມືກັບໂລກລະບາດໂຄວິດ-19 ໄດ້ຮັບການຕີລາຄາສູງຈາກລັດຖະບານບັນດາປະເທດ ແລະ ອົງການຈັດຕັ້ງສາກົນ. ບໍ່ພຽງແຕ່ແກ້ໄຂບັນດາການຜັນແປຈາກໂລກລະບາດຢູ່ພາຍໃນປະເທດ ເປັນຢ່າງດີເທົ່ານັ້ນ, ຫວຽດນາມ ຍັງໄດ້ສະແດງໃຫ້ເຫັນເຖິງການຮ່ວມມືກັບຫຼາຍປະເທດໃນໂລກໃນວິກິດການດ້ານການແພດທົ່ວໂລກນີ້, ໂດຍຜ່ານການມອບເຄື່ອງອຸປະກອນປ້ອງກັນການຕິດເຊື້ອໃຫ້ແກ່ອີຕາລີ, ແອັດສະປາຍ, ເຢຍລະມັນ, ຝລັ່ງ, ລາວ ແລະ ກຳປູເຈຍ.
ໃນການຜັນແປທີ່ກ່ຽວຂ້ອງ, ເນື່ອງໃນໂອກາດໂຮງໝໍ St.Georg ຢູ່ນະຄອນ Leipzig ປະເທດເຢຍລະມັນ, ຫາກໍ່ໄດ້ຮັບເຄື່ອງຊ່ວຍເຫຼືອຈາກໂຮງໝໍເສນາຮັກ 175 ຂອງຫວຽດນາມ, ທ່ານ Burkhard Jung ເຈົ້າຄອງນະຄອນ Leipzig, ໄດ້ສົ່ງຄຳຂອບໃຈເຖິງບັນດາຄູ່ຮ່ວມມືຫວຽດນາມ, ພ້ອມທັງເນັ້ນໜັກວ່າ ໃນວິກິດການຈຶ່ງເຫັນໄດ້ຄວາມສຳຄັນຂອງການຮ່ວມມືມາແຕ່ດົນນານ.
ຈຳນວນເຄື່ອງອຸປະກອນການແພດເຊິ່ງໂຮງໝໍ St.Georgໄດ້ຮັບ ລວມມື: ຜ້າອັດປາກ-ດັງ 10.000 ອັນ, ຊຸດປ້ອງກັນການຕິດເຊື້ອພະຍາດ 1.000 ຊຸດພ້ອມກັບແວ່ນຕາ, ຖົງມື…
 (ແຫຼ່ງຄັດຈາກ VOV)


top