ຂ່າວສານ

ໜັງສືພິມຍີ່ປຸ່ນຕີລາຄາ ສິ່ງທ້າທາຍ ແລະ ກາລະໂອກາດຂອງຫວຽດນາມໃນປີເປັນປະທານອາຊຽນ 2020

      ໜັງສືພິມ Sakai ສຳນັກສື່ມວນຊົນໃຫຍ່ ແລະ ມີອິດທິພົນຊື່ສຽງຢູ່ເຂດ Kansai, ພາກກາງຍີ່ປຸ່ນ ຫາກໍ່ມີບົດຂຽນໂດຍຢັ້ງຢືນວ່າ ຫວຽດນາມຈະປະຕິບັດສຳເລັດບົດບາດເປັນປະທານອາຊຽນ ປີ 2020ໄດ້ເປັນຢ່າງດີ.

ພາບປະກອບ: TTXVN 
      ບົດຂຽນຖືວ່າ ສິ່ງທ້າທາຍອັນໃຫຍ່ຫຼວງສຳລັບຫວຽດນາມ ໃນບົດບາດເປັນປະທານອາຊຽນ 2020 ແມ່ນ ຜົນສະທ້ອນຈາກການແຜ່ລະບາດອອກສູ່ວົງກ້ວາງຂອງໂລກລະບາດ Covid – 19, ລັດທິອາລັກຂາ, ຜົນສະທ້ອນຈາກການແກ້ງແຍ້ງລະຫວ່າງບັນດາປະເທດໃຫຍ່, ກໍ່ຄືການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກ. ເຖິງຢ່າງໃດກໍ່ຕາມ, ດ້ວຍບົດຮຽນ, ປະສົບການທີ່ເຄີຍເປັນປະທານອາຊຽນ ປີ 2010 ແລະການຈັດຕັ້ງສຳເລັດກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS), ຫວຽດນາມສາມາດຜ່ານຜ່າຄວາມຫຍຸ້ງຍາກນີ້ເພື່ອປະຕິບັດບົດບາດໃນຄັ້ງນີ້ໃຫ້ສຳເລັດເປັນຢ່າງດີ.
        ບົດຂຽນກໍ່ຢັ້ງຢືນວ່າ ປີ 2020 ຈະແມ່ນຈຸດເວລາເພື່ອໃຫ້ບັນດາປະເທດອາຊຽນ ອີກຄັ້ງໜຶ່ງໄດ້ຢັ້ງຢືນບົດບາດຂອງ ລັກສະນະທີ່ເປັນໃຈກາງຂອງອາຊຽນ ກໍ່ຄືຄວາມເປັນເອກະລາດ ແລະ ເປັນເຈົ້າຕົນເອງ. ບົດຂຽນຖືວ່າ ຫວຽດນາມອາດຈະປະສົບຜົນສຳເລັດໃນການຜັນຂະຫຍາຍນະໂຍບາຍທາງການທູດທີ່ “ເຂັ້ມຂຸ້ນໄປດ້ວຍສີສັນອາຊຽນ”

 (ແຫຼ່ງຄັດຈາກ VOV)
 
top