ຂ່າວສານ

ໜັງສືພິມ ອີນໂດເນເຊຍ ແລະ ກຳປູເຈຍ ຍົກໃຫ້ເຫັນການພົວພັນສອງຝ່າຍກັບຫວຽດນາມ ຢ່າງຈະແຈ້ງ

      ໜັງສືພິມ Kompasiana ຂອງອິນໂດເນເຊຍ ຫາກໍ່ລົງບົດຂຽນເນັ້ນໜັກເຖິງຄວາມໝາຍຂອງການຢ້ຽມຢາມຕ່າງປະເທດຄັ້ງທຳອິດຂອງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄປຍັງ ອິນໂດເນເຊຍ ແລະ ເຂົ້າຮ່ວມກອງປະຊຸມການນຳອາຊຽນ ໃນວັນທີ 24 ເມສາ ຢູ່ນະຄອນຫຼວງ ຈາກາຕາ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ແລະ ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo. ພາບ: TTXVN
      ໜັງສືພິມນີ້ໄດ້ໃຫ້ຂໍ້ສັງເກດວ່າ ການຢ້ຽມຢາມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄປຍັງ ອິນໂດເນເຊຍ ແມ່ນ ຂີດໝາຍສຳຄັນໃນປະຫວັດສາດ 66 ປີແຫ່ງການພົວພັນມິດຕະພາບລະຫວ່າງສອງປະເທດ”. ຫວຽດນາມໃຫ້ຄຳໝັ້ນສັນຍາຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບອິນໂດເນເຊຍ ແລະ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບ ຈາກາຕາ ໃນບັນດາບັນຫາພາກພື້ນ ແລະ ສາກົນ.
            ວັນທີ 24 ເມສາ, ເວັບໄຊ Fresh News ຂອງກຳປູເຈຍ ໄດ້ລົງຂ່າວວ່າ ທີ່ກອງປະຊຸມໂດຍກົງຄັ້ງທຳອິດພາຍຫຼັງກອງປະຊຸມບັນດາການນຳອາຊຽນ ທີ່ໄດ້ດຳເນີນຢູ່ນະຄອນຫຼວງ ຈາກາຕາ (ປະເທດ ອິນໂດເນເຊຍ), ທ່ານນາຍົກລັດຖະມົນຕີ ກຳປູເຈຍ Samdech Techo Hun Sen ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ໄດ້ສະແດງຄວາມພໍໃຈຕໍ່ການພັດທະນາການພົວພັນລະຫວ່າງສອງປະເທດ ອີ່ງຕາມຫຼັກການຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນແລະກັນ.
        ການນຳສອງຝ່າຍໄດ້ຢັ້ງຢືນຄຳໝັ້ນສັນຍາວ່າຈະຮັກສາການພົວພັນຮ່ວມມືຢ່າງແໜ້ນແຟ້ນໃນບັນດາເວທີປາໄສສາກົນເພື່ອຜົນປະໂຫຍດລວມຂອງສອງປະເທດ, ກໍ່ຄືຊຸກຍູ້ຄວາມສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງຢູ່ພາກພື້ນ ແລະ ໃນອະນາຄົດ.
(ແຫຼ່ງຄັດຈາກ VOV)


top