ຂ່າວສານ

ໜັງສືພິມ ຍີ່ປຸ່ນ ຕີລາຄາສູງຄວາມສາມາດບົ່ມຊ້ອນດ້ານໄຟຟ້າແຮງລົມຢູ່ໄກຝັ່ງຂອງ ຫວຽດນາມ

ຫຼັງຈາກນັ້ນ 3 ເດືອນ, Sumitomo ໄດ້ດຳເນີນການສຳຫຼວດເພື່ອສຶກສາເສັ້ນທາງຕິດຕັ້ງສາຍສົ່ງໄຟຟ້າ. ຄາດວ່າ, ກຸ່ມບໍລິສັດ ນີ້ຈະນຳບໍລິສັດໄຟຟ້າແຮງລົມຢູ່ ຫວຽດນາມ ເຂົ້າເຄື່ອນໄຫວດ້ວຍກຳລັງຜະລິດແຕ່ 500MW ຮອດ 1GW ໃນປີ 2030
  (ພາບປະກອບຈາກ TTXVN )  

ວັນທີ 6 ມັງກອນ, ໜັງສືພິມ Nikkei Asia, ຍີ່ປຸ່ນ ໄດ້ລົງບົດໄຈ້ແຍກກ່ຽວກັບຄວາມສາມາດບົ່ມຊ້ອນດ້ານໄຟຟ້າແຮງລົມຂອງ ຫວຽດນາມ, ໃນນັ້ນ ຢັ້ງຢືນ “ໄຟຟ້າແຮງລົມຢູ່ໄກຝັ່ງຂອງ ຫວຽດນາມ ພວມດຶງດູດແຫ່ງເງິນລົງທຶນຈາກຕ່າງປະເທດ”. ຕາມບົດຂຽນນີ້ແລ້ວ, ບັນດາບໍລິສັດ ຍີ່ປຸ່ນ ແລະ ເອີລົບ ພວມມີການກະທຳໃຫຍ່ໃນຂົງເຂດໄຟຟ້າແຮງລົມ ໄກຝັ່ງຢູ່ ຫວຽດນາມ.

ເດືອນກັນຍາ 2022, ກຸ່ມບໍລິສັດ Sumitomo ຂອງຍີ່ປຸ່ນ ໄດ້ປະກາດຜັນຂະຫຍາຍໂຄງການກະຈາຍໄຟຟ້າແຮງລົມຢູ່ໄກຝັ່ງ ຫວຽດນາມ. ຫຼັງຈາກນັ້ນ 3 ເດືອນ, Sumitomo ໄດ້ດຳເນີນການສຳຫຼວດເພື່ອສຶກສາເສັ້ນທາງຕິດຕັ້ງສາຍສົ່ງໄຟຟ້າ. ຄາດວ່າ, ກຸ່ມບໍລິສັດ ນີ້ຈະນຳບໍລິສັດໄຟຟ້າແຮງລົມຢູ່ ຫວຽດນາມ ເຂົ້າເຄື່ອນໄຫວດ້ວຍກຳລັງຜະລິດແຕ່ 500MW ຮອດ 1GW ໃນປີ 2030. ນອກຈາກກຸ່ມບໍລິສັດ Sumitomo ແລ້ວ, Renova, ກໍ່ເປັນບໍລິສັດລົງເລິກສະເພາະກ່ຽວກັບພະລັງງານທົດແທນ ກໍ່ພວມຊອກຫາສ່ວນແບ່ງການຕະຫຼາດໃນຂົງເຂດໄຟຟ້າແຮງລົມຢູ່ໄກຝັ່ງຢູ່ ຫວຽດນາມ. ເດືອນ ເມສາ 2022, Renova ກໍ່ໄດ້ລົງນາມບົດບັນທຶກຊ່ວຍຈຳກ່ຽວກັບການພັດທະນາໄຟຟ້າແຮງລົມຢູ່ໄກຝັ່ງກັບກຸ່ມບໍລິສັດນ້ຳມັນອາຍແກັດ ຫວຽດນາມ ເພື່ອກໍ່ສ້າງໂຮງງານໄຟຟ້າແຮງລົມມີກຳລັງຜະລິດ 2 GW ໃນ ອະນາຄົດ.


top