ຂ່າວສານ

ໜັງສືພິມ The Japan Times ຕີລາຄາສູງສະພາບແວດລ້ອມດ້ານ ເສດຖະກິດ - ການລົງທຶນ ຢູ່ຫວຽດນາມ

      ຫວຽດນາມ ພວມສະແດງໃຫ້ເຫັນວ່າ ແມ່ນປະເທດທີ່ມີອຸດົມການໃນການດຶງດູດບັນດາແຫຼ່ງກໍາລັງລົງທຶນ, ດໍາເນີນທຸລະກິດຈາກຕ່າງປະເທດ, ພ້ອມທັງແມ່ນປະເທດທີ່ມີຄວາມຮັບຜິດຊອບ, ມີຜົນສະທ້ອນ ແລະ ເຂົ້າຮ່ວມຊີວິດເສດຖະກິດ, ການເມືອງຂອງໂລກ ນັບມື້ນັບເລິກເຊິ່ງກວ່າ.

(ພາບປະກອບ: TTXVN)
      ວັນທີ 28 ມິຖຸນາ ເຊິ່ງເປັນວັນໄຂກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນແຖວໜ້າໂລກ (G20), ໜັງສືພິມ The Japan Times ໄດ້ລົງພິມບົດຂຽນ ດ້ວຍຫົວຂໍ້ວ່າ “ສະພາບແວດລ້ອມແຫ່ງການລົງທຶນ ແລະ ແງ່ຫວັງຂອງເສດຖະກິດຫວຽດນາມ” ຂອງສາດສະດາຈານ Ryo Ikebe, ສັງກັດມະນາຫາວິທະຍາໄລ Senshu, ປະເທດ ຍີ່ປຸ່ນ. ບົດຂຽນກໍຊີ້ແຈ້ງເຖິງ ນະໂຍບາຍບຸລິມະສິດການລົງທຶນຂອງຫວຽດນາມ ເມື່ອທຽບໃສ່ພາກພື້ນ ແມ່ນໄດ້ຮັບການຕີລາຄາວ່າ ນອນໃນກຸ່ມແຖວໜ້າ. ອາກອນລາຍຮັບຂອງວິສາຫະກິດພວມຢູ່ໃນລະດັບ 20% - ເບິ່ງຄືວ່າຕໍ່າທີ່ສຸດຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້, ພ້ອມກັບບັນດາບຸລິມະສິດລົງທຶນຕາມແຕ່ລະຂົງເຂດ, ເຂດ, ພາກ. ນອກຈາກທ່າແຮງກ່ຽວກັບແຫຼ່ງແຮງງານ, ຕະຫຼາດແລ້ວ, ລະດັບເປີດຂອງພື້ນຖານເສດຖະກິດ, ພ້ອມດ້ວຍລະບົບກົດໝາຍກໍ່ນັບມື້ນັບໄດ້ຮັບການປັບປຸງໃຫ້ສົມບູນແບບ ອັນໄດ້ສ້າງເງື່ອນໄຂສຸດຂີດໃຫ້ບັນດານັກລົງທຶນ, ດໍາເນີນທຸລະກິດ, ຫວຽດນາມ ຍັງແມ່ນປະເທດໄດ້ຮັບການຕີລາຄາວ່າ ມີສະພາບການເມືອງເປັນປົກກະຕິ, ດັດຊະນີຄວາມປອດໄພຂອງປະຊາຊົນນັບມື້ນັບໄດ້ຮັບການປັບປຸງ. ບັນດາຂໍ້ສະດວກດັ່ງກ່າວ ບວກກັບແນວທາງການຕ່າງປະເທດທີ່ເປີດເຜີຍ ໄດ້ຊ່ວຍໃຫ້ທີ່ຕັ້ງຂອງຫວຽດນາມ ນັບມື້ນັບໄດ້ຍົກສູງຂຶ້ນ.
        ຫວຽດນາມ ພວມສະແດງໃຫ້ເຫັນວ່າ ແມ່ນປະເທດທີ່ມີອຸດົມການໃນການດຶງດູດບັນດາແຫຼ່ງກໍາລັງລົງທຶນ, ດໍາເນີນທຸລະກິດຈາກຕ່າງປະເທດ, ພ້ອມທັງແມ່ນປະເທດທີ່ມີຄວາມຮັບຜິດຊອບ, ມີຜົນສະທ້ອນ ແລະ ເຂົ້າຮ່ວມຊີວິດເສດຖະກິດ, ການເມືອງຂອງໂລກ ນັບມື້ນັບເລິກເຊິ່ງກວ່າ.
 (ແຫຼ່ງຄັດຈາກ VOV)


top