ຂ່າວສານ

ໄວ​ໜຸ່ມ​ທົ່ວ​ກອງ​ທັບ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ພອນ​ສະ​ຫວັນ, ກຳ​ລັງ​ແຮງ​ໜຸ່ມຢ່າງ​ແຮ​ງ​ກ່​ວາ​ອີກ, ປະ​ກອບ​ສ່ວນ​ເຂົ້າ​​ໃນການ​ສ້າ​ງສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ

ຕອນເຊົ້າວັນທີ 18 ພຶດສະພາຢູ່ຮ່າໂນ້ຍ, ກະຊວງປ້ອງກັນປະເທດ ຈັດພິທີມອບລາງວັນໄວໜຸ່ມປະດິດຄິດສ້າງຄັ້ງທີ 23.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ

ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີຟ້າມມິງຈິງ ໄດ້ສະເໜີຄະນະພັກການທະຫານ, ກະຊວງປ້ອງກັນປະເທດ, ສືບຕໍ່ຊາບຊືມ, ຜັນຂະຫຍາຍການປະຕິບັດແຜນນະໂຍບາຍ, ແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດກ່ຽວກັບວຽກງານວິທະຍາສາດເຕັກໂນໂລຢີ ແລະ ວຽກງານຊາວໜຸ່ມຢ່າງເຂັ້ມງວດ. ຖືການພັດທະນາວິທະຍາສາດການທະຫານ ແມ່ນໜຶ່ງໃນບັນດາກຳລັງໜູນ, ຄວາມຮຽກຮ້ອງຕ້ອງການທີ່ຈຳເປັນເພື່ອສ້າງກອງທັບທີ່ກ້າວໜ້າທັນສະໄໝ, ໃນຂະນະນັ້ນ, ໄວໜຸ່ມກອງທັບແມ່ນໜຶ່ງໃນບັນດາກຳລັງຫຼັກແຫຼ່ງເພື່ອພັດທະນາວິທະຍາສາດການທະຫານ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັ້ກວ່າ:

        ການນຳພັກ, ລັດ ຍາມໃດກໍ່ມີຄວາມຫວັງ ແລະ ເຊື່ອໝັ້ນຢ່າງໝັ້ນແກ່ນວ່າ ໄວໜຸ່ມປັດຈຸບັນດ້ວຍຄວາມສຸດຈິດສຸດໃຈ, ຂະຫຍັນຂັນເຄື່ອນ, ຄວາມເມົາມົວ, ຄວາມໄຝ່ຟັນ ຈະນັບມື້ນັບມີການປະກອບສ່ວນທີ່ສຳຄັນເຂົ້າໃນການສ້າງສາປະເທດ ຫວຽດນາມ ໃຫ້ພັດທະນາຢ່າງເຂັ້ມແຂງແຮງກ້າ ແລະ ວັດທະນາຖາວອນ. ໄວໜຸ່ມທົ່ວກອງທັບສືບຕໍ່ເສີມຂະຫຍາຍພອນສະຫວັນ, ກຳລັງແຮງໜຸ່ມຢ່າງແຮງກ່ວາອີກ, ປະກອບສ່ວນເຂົ້າໃນການສ້າງສາ ແລະ ປົກປັກຮັກສາປະເທດສັງຄົມນິຍົມ ຫວຽດນາມ.

 


top