ຂ່າວສານ

ໄວ​ໜຸ່ມ ຫວຽດ​ນາມ - ລາວ ມີ​ຄວາມ​ຮ​ັບ​ຜິດ​ຊອບ​ສືບ​ທອດ, ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ແບບ​ພິ​ເສດ​ລະ​ຫວ່າງ​ສອງ​ປະ​ເທດ

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມຄະນະກຳມະການຮ່ວມມືທະວີພາຄີລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ລາວ ຄັ້ງທີ 44 ຢູ່ ຫວຽດນາມ, ຕອນບ່າຍວັນທີ 9 ມັງກອນ, ຢູ່ ຮ່າໂນ້ຍ, ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ໄດ້ຕ້ອນຮັບທ່ານເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ.
ທ່ານເລຂາທີໜຶ່ງ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ຫງວຽນແອັງຕວ໊ນ ຕ້ອນຮັບທ່ານເລຂາສູນກາງຄະນະຊາວໜຸ່ມ ປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ

ໃນການຕ້ອນຮັບ, ທ່ານ ຫງວຽນແອັງຕວ໊ນ ໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ຕ້ອນຮັບແຂກຕ່າງປະເທດຄົນທຳອິດມາຢ້ຽມຢາມ ສູນກາງຄະນະຊາວໜຸ່ມກອມມູນິດ ໂຮ່ຈີມິນ ໃນປີ 2022, ສິ່ງດັ່ງກ່າວມີຄວາມໝາຍຢ່າງໃຫຍ່ຫຼວງໃນສະພາບການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ພວມສືບຕໍ່ໄດ້ຮັບການປັບປຸງຢ່າງໝັ້ນຄົງໜັກແໜ້ນ, ນັບມື້ນັບເຂົ້າສູ່ລວງເລິກໃນທຸກຂົງເຂດ.

        ຕາມທ່ານ ຫງວຽນແອັງຕວ໊ນ ແລ້ວ, ປີ 2022 ແມ່ນປີທີ່ມີຄວາມໝາຍສໍາຄັນເປັນພິເສດສຳລັບສອງປະເທດ ຫວຽດນາມ - ລາວ ເມື່ອສອງປະເທດຈັດຕັ້ງສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາ ມິດຕະພາບ ແລະ ການຮ່ວມມື ຫວຽດນາມ - ລາວ ຄົບຮອບ 45 ປີ, ປີສາມັກຄີ, ມິດຕະພາບ, ໄວໜຸ່ມສອງປະເທດຕ້ອງມີຄວາມຮັບຜິດຊອບສືບທອດ, ເພີ່ມພູນຄູນສ້າງສາຍພົວພັນແບບພິເສດຂອງສອງປະເທດໃຫ້ໝັ້ນຄົງໜັກແໜ້ນ ແລະ ສວຍງາມຍິ່ງໆຂຶ້ນ.

        ສ່ວນທ່ານເລຂາສູນກາງຊາວຄະນະໜຸ່ມ ປະຊາຊົນປະຕິວັດ ລາວ ອາລຸນໄຊ ສູນນະລາດ ສະເໜີ ຄະນະຊາວໜຸ່ມສອງປະເທດຕ້ອງສົມທົບກັນຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 2 ວັນປະຫວັດສາດໃຫ້ມີປະສິດທິຜົນ, ມີຄວາມໝາຍ ແລະ ແທດຈິງ; ພ້ອມທັງຕີລາຄາສະຫຼຸບການເຄື່ອນໄຫວຮ່ວມມືລະຫວ່າງຄະນະຊາວໜຸ່ມສອງປະເທດ ໃນໄລຍະ 2017 – 2022, ກະກຽມ ແລະ ເປັນເອກະສັນກັນບັນດາເນື້ອໃນຂອງຂໍ້ຕົກລົງຮ່ວມມືໄລຍະ 2022 – 2027 ໂດຍໄວ.

(ແຫຼ່ງຄັດຈາກ VOV)


top