ສາລະຄະດີ

ໄວໜຸ່ມທີ່ຝາກໄວ້ – ບັນດາຫຼັກຖານແຫ່ງຍຸກສະໄໝແຫ່ງ ໄຟສົງຄາມ

ທີ່ສຳນັກງານກົມເອກະສານ ແລະ ສໍາເນົາເອກະສານແຫ່ງລັດ (ເລກທີ 12 ຖະໜົນ ດາວເຕິ໋ນ, ຕາແສງ ຢາງຫວໍ, ນະຄອນ ຮ່າໂນ້ຍ), ງານວາງສະແດງ “ໄວໜຸ່ມທີ່ຝາກໄວ້” ໄດ້ແນະນຳ ບັນດາເອກະສານ, ຮູບພາບ ແລະ ວັດຖຸພັນພິເສດ ທີ່ຕິດພັນ ກັບ ຮຸ່ນຄົນ ທີ່ໄດ້ອຸທິດ ຕະຫຼອດຊ່ວງເວລາ ແຫ່ງຄວາມເປັນ ໜຸ່ມສາວ ຂອງ ຕົນ ໃຫ້ແກ່ພາລະກິດ ຕໍ່ສູ້ ປົດປ່ອຍຊາດ ແລະ ເຕົ້າໂຮມປະເທດຊາດ ເປັນເອກະພາບ. ພື້ນທີ່ວາງສະແດງ ດັ່ງ ກ່າວ ບໍ່ພຽງແຕ່ເປັນການທວນຄືນປະຫວັດສາດ ອັນພິລະອາດ ຫານ ເທົ່ານັ້ນ, ແຕ່ຍັງໄດ້ເປີດເຜີຍບັນດາເລື່ອງລາວ ທີ່ສະ ເທືອນໃຈ ກ່ຽວກັບນ້ຳໃຈເດັດດ່ຽວໜຽວແໜ້ນ, ອຸດົມການ ແລະ ຄວາມເສຍສະຫຼະ ຂອງ ຜູ້ທີ່ໄດ້ອອກເດີນທາງ ປະຕິບັດ ໜ້າທີ່ ໃນຂະນະທີ່ປະເທດຊາດ ຍັງຢູ່ໃນຊ່ວງສົງຄາມ ອີກດ້ວຍ.

ທີ່ສຳນັກງານກົມເອກະສານ ແລະ ສໍາເນົາເອກະສານແຫ່ງລັດ (ເລກທີ 12 ຖະໜົນ ດາວເຕິ໋ນ, ຕາແສງ ຢາງຫວໍ, ນະຄອນ ຮ່າໂນ້ຍ), ງານວາງສະແດງ “ໄວໜຸ່ມທີ່ຝາກໄວ້” ໄດ້ແນະນຳ ບັນດາເອກະສານ, ຮູບພາບ ແລະ ວັດຖຸພັນພິເສດ ທີ່ຕິດພັນ ກັບ ຮຸ່ນຄົນ ທີ່ໄດ້ອຸທິດ ຕະຫຼອດຊ່ວງເວລາ ແຫ່ງຄວາມເປັນ ໜຸ່ມສາວ ຂອງ ຕົນ ໃຫ້ແກ່ພາລະກິດ ຕໍ່ສູ້ ປົດປ່ອຍຊາດ ແລະ ເຕົ້າໂຮມປະເທດຊາດ ເປັນເອກະພາບ. ພື້ນທີ່ວາງສະແດງ ດັ່ງ ກ່າວ ບໍ່ພຽງແຕ່ເປັນການທວນຄືນປະຫວັດສາດ ອັນພິລະອາດ ຫານ ເທົ່ານັ້ນ, ແຕ່ຍັງໄດ້ເປີດເຜີຍບັນດາເລື່ອງລາວ ທີ່ສະ ເທືອນໃຈ ກ່ຽວກັບນ້ຳໃຈເດັດດ່ຽວໜຽວແໜ້ນ, ອຸດົມການ ແລະ ຄວາມເສຍສະຫຼະ ຂອງ ຜູ້ທີ່ໄດ້ອອກເດີນທາງ ປະຕິບັດ ໜ້າທີ່ ໃນຂະນະທີ່ປະເທດຊາດ ຍັງຢູ່ໃນຊ່ວງສົງຄາມ ອີກດ້ວຍ.

ພາບທົ່ວໄປ ພື້ນທີ່ຈັດວາງສະແດງ “ໄວໜຸ່ມທີ່ຝາກໄວ້” ຢູ່ກົມ ເອກະສານ ແລະ ສຳເນົາແຫ່ງລັດ. ພາບ: ກົງດາດ/VNP
ເຂດແນະນຳ ສຳເນົາເອກະສານ ແລະ ວັດຖຸພັນ ຂອງພະນັກ ງານ “ລົງໄປ B” ພາຍໃນງານວາງສະແດງ “ໄວໜຸ່ມທີ່ຝາກໄວ້”. ພາບ: ກົງດາດ/VNP

 

ຜ່ານບັນດາເອກະສານສຳເນົາ ທີ່ໄດ້ຄັດເລືອກມາແນະນຳ, ມວນຊົນມີໂອກາດໄດ້ເຂົ້າເຖິງ ບັນດາຫຼັກຖານຕົວຈິງ ກ່ຽວກັບ ຊີວິດ, ວິວັດທະນາການ ປະຕິບັດງານ ແລະ ເສັ້ນທາງ ການ ອຸ ທິດຕົນ ຂອງ ບັນດາພະນັກງານ “ລົງໄປ B”- ຜູ້ທີ່ໄດ້ເດີນທາງ ຈາກພາກເໜືອ ລົງສູ່ພາກໃຕ້ ເພື່ອປະຕິບັດໜ້າທີ່ ໃນໄລຍະ ສົງຄາມຕໍ່ສູ້ຕ້ານ ອາເມລິກາ ກູ້ຊາດ. ແຕ່ລະໜ້າສຳນວນ ເອກະສານ, ຮູບພາບ, ຈົດໝາຍ, ປຶ້ມບັນທຶກ ຫຼື ວັດຖຸພັນ ທີ່ ໄດ້ນຳມາຈັດວາງສະແດງ ລ້ວນແຕ່ນຳມາເຊິ່ງເລື່ອງລາວ ສ່ວນ ຕົວ ກ່ຽວກັບບຸກຄົນໜຶ່ງ, ຄອບຄົວໜຶ່ງ ແລະ ເສັ້ນທາງປະຫວັດ ສາດ ທີ່ບໍ່ສາມາດຫຼົງລືມໄດ້.  

ໃນຄວາມຊົງຈຳ ຂອງ ຫຼາຍຮຸ່ນຄົນ, ຄຳວ່າ “ລົງໄປ B” ຕິດພັນ ກັບໄລຍະ ທ່ີພິເສດ ເມື່ອພະນັກງານ, ປັນຍາຊົນ ແລະ ໄວໜຸ່ມ ຈາກພາກເໜືອ ຫຼາຍຄົນ ໄດ້ອຳລາຄອບຄົວ, ບ້ານເກີດ ເມືອງ ນອນ ເພື່ອອອກເດີນທາງ ເຂົ້າສູ່ ສະໜາມຮົບພາກໃຕ້. ກ່ອນ ມື້ອອກເດີນທາງ, ຫຼາຍຄົນໄດ້ຝາກເອກະສານ ສ່ວນຕົວ, ສຳ ເນົາເອກະສານ ປະຕິບັດງານ ແລະ ບັນດາເຄື່ອງໃຊ້ຕິດພັນ ກັບຊີວິດປະຈຳວັນໄວ້. ບັນດາເອກະສານເຫຼົ່ານັ້ນ ໃນເວລາຕໍ່ ມາ ໄດ້ຮັບເອົາ, ເກັບຮັກສາ ຢູ່ບັນດາອົງການສຳເນົາເອກະ ສານ ແຫ່ງລັດ, ກາຍເປັນແຫຼ່ງຂໍ້ມູນອັນລ້ຳຄ່າ ເພື່ອຮັບໃຊ້ ມວນຊົນ ໃນການຄົ້ນຄວ້າປະຫວັດສາດ, ສືບຄົ້ນຂໍ້ມູນ ແລະ ເຊື່ອມໂຍງຄວາມຊົງຈຳ ລະຫວ່າງອະດີດ ກັບ ປັດຈຸບັນ.

 

ບັນດາຫີບໄມ້ທາສີຂຽວ ໄດ້ຖືກນຳໃຊ້ ເພື່ອວາງສະແດງ ສຳ ເນົາເອກະສານ ແລະ ວັດຖຸພັນ ຂອງ ພະນັກງານ “ລົງໄປ B”. ພາບ: ກົງດາດ/VNP
 

 

ຈຸດພິເສດ ຂອງ ງານວາງສະແດງ “ໄວໜຸ່ມທີ່ຝາກໄວ້” ບໍ່ພຽງ ແຕ່ ຢູ່ໃນຄຸນຄ່າທາງປະຫວັດສາດ ຂອງ ເອກະສານເທົ່ານັ້ນ, ຫາກຍັງຢູ່ທີ່ຄວາມສາມາດ ໃນການປຸກອາລົມຈິດ ຈາກບັນດາ ລາຍລະອຽດທໍາມະດາ ຂອງ ຊີວິດປະຈຳວັນ. ຕົວໜັງສືແຖວ ໜຶ່ງ ໃນປຶ້ມບັນທຶກ, ຮູບເຄິ່ງຄີງ ທີ່ເກົ່າຕາມ ການເວລາ, ຈົດ ໝາຍກ້ານໜຶ່ງ ທີ່ຝາກເຖິງຍາດພີ່ນ້ອງ ຫຼື ເອກະສານ ສ່ວນຕົວ ລ້ວນແຕ່ສາມາດເລົ່າຄືນ ເລື່ອງລາວ ກ່ຽວກັບຄົນຮຸ່ນ ໜຶ່ງ ທີ່ ໄດ້ເລືອກເອົາການອຸທິດໄວໜຸ່ມ ຂອງ ຕົນໃຫ້ແກ່ປະເທດຊາດ.  

ບັນດາຂໍ້ມູນເອກະສານ ທີ່ນໍາມາແນະນຳໃນງານວາງສະແດງ ໄດ້ຊ່ວຍໃຫ້ຜູ້ຊົມ ຈິນຕະນາການ ຢ່າງຈະແຈ້ງກວ່າ ກ່ຽວກັບ ຊີ ວິດການເປັນຢູ່, ແນວຄິດຈິດໃຈ ແລະ ຄວາມຮູ້ສຶກຂອງຜູ້ຄົນ ໃນເງື່ອນໄຂພິເສດ. ນັ້ນບໍ່ພຽງແຕ່ເປັນເລື່ອງລາວ ກ່ຽວກັບສົງ ຄາມເທົ່ານັ້ນ, ຫາກຍັງເປັນເລື່ອງລາວ ກ່ຽວກັບຄວາມຮັກບ້ານ ເກີດເມືອງນອນ, ຄວາມຮັບຜິດຊອບ ຕໍ່ປະເທດຊາດ ແລະ ຄວາມມຸ່ງຫວັງ ທີ່ໄດ້ປະກອບສ່ວນ ເພື່ອວັນແຫ່ງສັນຕິພາບ. ຢູ່ ເບື້ອງຫຼັງ ບັນດາເອກະສານ ທີ່ເບິ່ງຄືວ່າ ທໍາມະດາ ແມ່ນເດືອນ ປີ ທີ່ຫ່າງໄກຈາກເຮືອນ, ການພັດພາກ ແລະ ຄວາມເສຍສະ ຫຼະ ຢ່າງງຽບໆ.

 

 

ສຳລັບຄົນຮຸ່ນໜຸ່ມ ໃນປັດຈຸບັນ, ບັນດາຫຼັກຖານປະຫວັດສາດ ທີ່ໄດ້ແນະນຳໃນງານວາງສະແດງ ແມ່ນວິທີການເຂົ້າເຖິງ ຢ່າງ ໃກ້ຊິດ ເພື່ອເຂົ້າໃຈ ກ່ຽວກັບອະດີດ ຍິ່ງຂຶ້ນ. ແທນທີ່ຈະຮັບຮູ້ປະຫວັດສາດ ຜ່ານປຶ້ມຕຳລາເທົ່ານັ້ນ, ຜູ້ຊົມສາມາດສຳຜັດໄດ້ ໂດຍກົງ ເຖິງຮ່ອງຮອຍ ຂອງ ການເວລາ ຜ່ານແຕ່ລະໜ້າເອກະສານ, ແຕ່ລະວັດຖຸພັນ ທີ່ໄດ້ຮັບການຮັກສາໄວ້. ນັ້ນກໍ່ແມ່ນຄຸນຄ່າທ່ີສໍາຄັນ ຂອງ ວຽກງານສຳເນົາເອກະສານ - ບໍ່ພຽງແຕ່ ປົກປັກຮັກສາ ເອກະສານເທົ່ານັ້ນ, ແຕ່ຍັງນຳເອົາບັນດາເລື່ອງລາວ ປະຫວັດສາດ ເຂົ້າໃກ້ກັບຊຸມຊົນ ຍິ່ງຂຶ້ນອີກດ້ວຍ.

ທຸງ ແນວໂຮມປົດປ່ອຍຊາດ ພາກໃຕ້ ຫວຽດນາມ ໄດ້ຮັບການ ແຂວນ ຢ່າງສົມກຽດ ຢູ່ພື້ນທີ່ວາງສະແດງ. ພາບ: ກົງດາດ/VNP
 
 

ໃນສະພາບທີ່ທົ່ວປະເທດ ພວມຜັນຂະຫຍາຍ “ບັ້ນຮົບ 500 ວັນຄືນ ເພີ່ມທະວີການຊອກຫາ, ເຕົ້າໂຮມ ແລະ ກຳນົດຕົວຕົນ ຂອງອັດຖິ ນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ”, ການເສີມຂະ ຫຍາຍຄຸນຄ່າ ຂອງບັນດາແຫຼ່ງຂໍ້ມູນປະຫວັດສາດ ຍິ່ງມີຄວາມ ໝາຍຢ່າງແທ້ຈິງ. ບັນດາສຳເນົາເອກະສານ, ຂໍ້ມູນ, ຮູບພາບ ທີ່ໄດ້ເກັບຮັກສາ ແລະ ແນະນຳຢ່າງກວ້າງຂວາງ ໄດ້ປະກອບ ສ່ວນ ກ່ຽວກັບຜູ້ທີ່ໄດ້ອຸທິດ, ເສຍສະຫຼະ ເພື່ອເອກະລາດ, ຄວາມເປັນເອກະພາບ ຂອງ ປະເທດຊາດ; ພ້ອມດຽວກັນນັ້ນ ກໍ່ແຜ່ກະຈາຍນ້ຳ ໃຈຮູ້ບຸນຄຸນ, ຄວາມຮັບຜິດຊອບ ຂອງຄົນຮຸ່ນ ປັດຈຸບັນ ໃນເສັ້ນທາງການ ຊອກຫາ, ກຳນົດຕົວຕົນ ແລະ ນຳ ເອົາບັນດານັກຮົບທີ່ ໄດ້ເສຍສະຫຼະຊີວິດ ເພື່ອຊາດ ກັບຄືນສູ່ ຄອບຄົວ, ບ້ານເກີດເມືອງນອນ.

ຄຳສັ່ງສອນ ຂອງ ປະທານ ໂຮ່ຈີມິນ: “ການເບິ່ງແຍງດູແລ ທະ ຫານເສຍອົງຄະ, ຄອບຄົວນັກຮົບ ທ່ີເສຍສະຫຼະຊີວິດເພື່ອຊາດ ແລະ ຜູ້ທີ່ມີຄຸນງາມຄວາມດີ ຕໍ່ປະເທດຊາດ ແມ່ນພັນທະ ຂອງ ປະຊາຊົນ...” ໄດ້ຖືກຈັດວາງຢ່າງສົມກຽດ ຢູ່ພື້ນທີ່ວາງສະແດງ. ພາບ: ກົງດາດ/VNP
ມວນຊົນເຂົ້າຊົມ ພື້ນທີ່ວາງສະແດງ “ໄວໜຸ່ມທີ່ຝາກໄວ້”. ພາບ: ກົງດາດ/VNP

“ໄວໜຸ່ມທີ່ຝາກໄວ້” ບໍ່ພຽງແຕ່ແມ່ນງານວາງສະແດງ ກ່ຽວກັບ ອະດີດເທົ່ານັ້ນ, ແຕ່ຍັງແມ່ນເສັ້ນທາງການເຊື່ອມໂຍງຄວາມ ຊົງຈຳ. ແຕ່ລະເອກະສານ ທີ່ໄດ້ແນະນຳ, ແຕ່ລະເລື່ອງລາວ ທີ່ ໄດ້ເລົ່າຄືນ ແມ່ນຂົວຕໍ່ ລະຫວ່າງ ເດືອນປີສົງຄາມ ກັບ ຊີວິດ ປະຈຳວັນໃນປັດຈຸບັນ. ຜ່ານນັ້ນ, ບັນດາຄຸນຄ່າ ຂອງຍຸກສະ ໄໝ ທີ່ພິລະອາດຫານ ໄດ້ສືບຕໍ່ຮັບການປົກປັກຮັກສາ, ແຜ່ກະ ຈາຍ ແລະ ກາຍເປັນກຳລັງຜັກດັນ ໃຫ້ກັບຄົນຮຸ່ນໃນປັດຈຸບັນ ທະນຸຖະໜອມສັນຕິພາບ, ເອກະລາດ ແລະ ຄວາມເສຍສະຫຼະ ຂອງ ບັນພະບຸລຸດຂອງເຂົາເຈົ້າ ຍິ່ງຂຶ້ນ.

ບົດ ແລະ ພາບ: ກົງດາດ/VNP


top