ຂ່າວສານ

ໄວຫນຸ່ມໃນທົ່ວປະເທດເລີ່ມເຄື່ອນໄຫວເດືອນຊາວຫນຸ່ມປີ 2018

ວັນທີ 24 ກຸມພາ ຢູ່ ເມືອງ ຊອກເຊີນ ຄະນະຊາວຫນຸ່ມ ຮ່າໂນ້ຍ ໄດ້ຈັດຕັ້ງພິທີປຸກລະດົມບຸນປີໃຫມ່ປູກຕົ້ນໄມ້ ແລະ ເລີ່ມເຄື່ອນໄຫວເດືອນຊາວຫນຸ່ມປີ 2018.

ພິທີປຸກລະດົມບຸນປີໃຫມ່ປູກຕົ້ນໄມ້ ແລະ ເລີ່ມເຄື່ອນໄຫວເດືອນຊາວຫນຸ່ມປີ 2018
ມີຊາວຫນຸ່ມ, ປະຊາຊົນນະຄອນຫລວງຮ່າໂນ້ຍ ເກືອບ 1000 ຄົນໄດ້ເຂົ້າຮ່ວມລາຍການດັ່ງກ່າວ. ດ້ວຍຫົວຂໍ້ “ໄວຫນຸ່ມນະຄອນຫລວງ ຕໍ່ກັບສັງຄົມ ແລະ Starup”, ໃນເດືອນຊາວຫນຸ່ມປີ 2018, ຄະນະຊາວຫນຸ່ມ ຮ່າໂນ້ຍ ໄດ້ສຸມໃສ່ຜັນຂະຫຍາຍບັນດາເນື້ອໃນລະອຽດຄື: ຈັດຕັ້ງບັນດາການເຄື່ອນໄຫວຫນູນຊ່ວຍ ຊາວຫນຸ່ມ Starup; ໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃນວຽກງານໂຄສະນາ; ຈັດຕັ້ງພິທີສະເຫລີມສະຫລອງ 87 ປີແຫ່ງວັນສ້າງຕັ້ງຄະນະຊາວຫນຸ່ມກອມມູນິດໂຮ່ຈິມີນ (26/3/1931-26/3/2018).
(ແຫຼ່ງຄັດຈາກ VOV)

top