ຂ່າວສານ

ໄວຣັດ ກໍ່ໃຫ້ເກີດພະຍາດ ໝາກສຸກລີງ ສືບຕໍ່ແຜ່ລະບາດ

ແຕ່ວັນທີ 13 ພຶດສະພາ ຫາວັນທີ 2 ມິຖຸນາ, ບັນດາອົງການສາທາລະນະສຸກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໝາກສຸກລີງ ຈຳນວນ 780 ຄົນ ຢູ່ 27 ປະເທດ ທີ່ບໍ່ຄ່ອຍເກີດພະຍາດຈຳພວກດັ່ງກ່າວ.
  ອັງກິດ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໝາກສຸກລີງ ຫຼາຍກວ່າໝູ່ ດ້ວຍ 207 ຄົນ(ພາບ: TTXVN)  

 ວັນທີ 5 ມິຖຸນາ, ອົງການອະນາໄມໂລກ (WHO) ໃຫ້ຮູ້ວ່າ ແຕ່ວັນທີ 13 ພຶດສະພາ ຫາວັນທີ 2 ມິຖຸນາ, ບັນດາອົງການສາທາລະນະສຸກ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໝາກສຸກລີງ ຈຳນວນ 780 ຄົນ ຢູ່ 27 ປະເທດ ທີ່ບໍ່ຄ່ອຍເກີດພະຍາດຈຳພວກດັ່ງກ່າວ. ມີບາງກໍລະນີຕ້ອງເຂົ້າປິ່ນປົວຢູ່ໂຮງໝໍ, ໃນຂະນະທີ່ກໍມີຫຼາຍຄົນຕ້ອງປະຕິບັດການແຍກປ່ຽວ.

ໃນບັນດາປະເທດເຫຼົ່ານັ້ນ, ອັງກິດ ຢັ້ງຢືນມີຜູ້ຕິດເຊື້ອພະຍາດ ໝາກສຸກລີງ ຫຼາຍກວ່າໝູ່ ດ້ວຍ 207 ຄົນ. ຖັດຈາກນັ້ນແມ່ນ ແອັດສະປາຍ (156 ຄົນ), ປອກຕຸຍການ (138 ຄົນ), ການາດາ (58 ຄົນ) ແລະ ເຢຍລະມັນ 57 ຄົນ.

WHO ກ່າວເຕືອນວ່າ ໄວຣັດທີ່ກໍ່ໃຫ້ເກີດພະຍາດໝາກສຸກລີງ ອາດຈະສືບຕໍ່ແຜ່ລະບາດ ແລະ ຍັງມີຫຼາຍປະເທດອື່ນ ກໍຈະລາຍງານກ່ຽວກັບກໍລະນີທີ່ຕິດເຊື້ອພະຍາດນີ້.


top