ຂ່າວສານ

ໄລ່ຮອດເວລາ 18 ໂມງ ເຊົ້າຂອງວັນທີ 12 ສິງຫາ, ຫວຽດ​ນາມ​ມີ​ຜູ້​ຕິດ​ເຊື້ອ​ໃຫມ່​ຕື່ມ​ອີກ 17 ຄົນ

ໄລ່ຮອດເວລາ 18 ໂມງ ເຊົ້າຂອງວັນທີ 12 ສິງຫາ, ຫວຽດນາມ ໄດ້ຢັ້ງຢືນມີຜູ້ຕິດເຊື້ອໃໝ່ຕື່ມອີກ  17 ຄົນ. 

ພາບປະກອບ: ກະຊວງສາທາລະນະສຸກຫວຽດນາມ 

ໃນນັ້ນ ມີ 13 ຄົນຢູ່ ດ່າໜັງ, 01 ຄົນຢູ່ຮ່າໂນ້ຍ ແລະ 03 ຄົນກັບມາຈາກຕ່າງປະເທດ. ບັນດາຜູ້ຕິດເຊື້ອທີ່ກັບມາຈາກຕ່າງປະເທດລ້ວນແຕ່ໄດ້ຮັບການແຍກຕົວໃນທັນທີພາຍຫຼັງທີ່ເຂົ້າເມືອງຢູ່ສະໜາມບິນ ເວິນໂດນ ແລະກໍ່ໃນຕອນເຊົ້າວັນທີ 12 ສິງຫາ, ທ່ານ ຫງວຽນເຈື່ອງເຊີນ ຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ໄດ້ແຈ້ງໃຫ້ຊາບກ່ຽວກັບກໍລະນີຕິດເຊື້ອຄົນທີ 17 ເສຍຊີວິດຍ້ອນໂລກລະບາດ Covid – 19 ວ່າ ຜູ້ເສຍຊີວິດດັ່ງກ່າວແມ່ນເພດຊາຍ, ມີອາຍຸ 55 ປີ ຢູ່ດ່ານັ້ງ ແລະ ເສຍຊີວິດຍ້ອນຕິດເຊື້ອພະຍາດ Covid – 19 ແລະ ມີໂລກປະຈຳຕົວຢູ່ໃນອາການເຈັບໜັກ.

      ດັ່ງນັ້ນໄລ່ຮອດເວລາ 18 ໂມງຂອງວັນທີ 12 ສິງຫາ, ຫວຽດນາມ ໄດ້ມີຜູ້ຕິດເຊື້ອພະຍາດ Covid – 19 ຈຳນວນ 880 ຄົນ ໃນນັ້ນມີ 400 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ມີ 17 ຄົນເສຍຊີວິດ.

(ແຫຼ່ງຄັດຈາກ VOV)


top