ຂ່າວສານ

ໄລ່ຮອດຕອນທ່ຽງວັນທີ 12 ເມສາ, ຫວຽດນາມ ບໍ່ກວດພົບມີຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ

      ຕາມຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ແລ້ວ, ໄລ່ຮອດ 12 ໂມງ 00 ນາທີ ວັນທີ 12 ເມສາ, ຫວຽດນາມ ບໍ່ກວດພົບມີຜູ້ຕິດເຊື້ອໂຄວິດ-19 ໃໝ່ຕື່ມອີກ ແລະ ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ ຫວຽດນາມ ແມ່ນ 258 ຄົນ, ໃນນັ້ນ ມີ 144 ກໍລະນີໄດ້ຮັບການປິ່ນປົວຫາຍດີແລ້ວ. 
           
      ຕາມອະນຸກຳມະການປິ່ນປົວ ຂຶ້ນກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19, ປັດຈຸບັນ ມີ 25 ກໍລະນີມີຜົນວິໄຈເປັນລົບກັບໄວຣັດ SARS-CoV-2 ແຕ່ 1 – 2 ຄັ້ງ.
 (ແຫຼ່ງຄັດຈາກ VOV)


top