ຂ່າວສານ

ໄລຍະໃໝ່ຂອງການເຊື່ອມໂຍງເສດຖະກິດຄວນຍາດແຍ່ງກາລະໂອກາດຈາກບັນດາ ສັນຍາການຄ້າເສລີ

      ໃນໄລຍະໃໝ່ຂອງການເຊື່ອມໂຍງເຂົ້າກັບເສດຖະກິດສາກົນ, ຈຸດສຸມສຳຄັນຕົ້ນຕໍແມ່ນປະຕິບັດ ແລະ ຍາດແຍ່ງບັນດາກາລະໂອກາດຈາກບັນດາສັນຍາການຄ້າເສລີຢ່າງມີປະສິດທິຜົນ, ເປັນຕົ້ນແມ່ນສັນຍາຄູ່ຮ່ວມມືຮອດດ້ານ ແລະ ຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີລະຫວ່າງ ຫວຽດນາມ ແລະ ສະຫະພາບເອີລົບ (EVFTA), ບັນດາສັນຍາຂອງອາຊຽນ ກັບບັນດາຄູ່ຮ່ວມມື.

ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມກ່າວຄຳເຫັນທີ່ການປເຮັດວຽກ
(ພາບ: Baoquocte.vn)
      ກ່າວຄຳເຫັນທີ່ກອງປະຊຸມຄະນະຊີ້ນຳລະຫວ່າງຂະແໜງໃນການເຊື່ອມໂຍງເຂົ້າກັບສາກົນກ່ຽວກັບເສດຖະກິດທີ່ດຳເນີນໃນຕອນບ່າຍວັນທີ 20 ກໍລະກົດ ຢູ່ຮ່າໂນ້ຍ, ທ່ານຟ້າມບິ່ງມິງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະຊີ້ນຳເນັ້ນໜັກວ່າ: ການເຊື່ອມໂຍງເສດຖະກິດສາກົນໃນໄລຍະຈະມາເຖິງແມ່ນຕ້ອງວາງຄາດໝາຍສູງສຸດແມ່ນຮັບໃຊ້ໃຫ້ແກ່ການຟື້ນຟູເສດຖະ ກິດ, ຊຸກຍູ້ການເຕີບໂຕ ແລະ ພັດທະນາແບບຍືນຍົງ, ເພີ່ມທະວີການເຂົ້າຮ່ວມຂອງປະຊາຄົມວິສາຫະກິດ ແລະ ບັນດາສະຫະສະມາຄົມ, ຂະແໜງສິນຄ້າໃນວິວັດການຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ສະເໜີວິທີການຍົກສູງກຳລັງຄວາມສາມາດແກ້ງແຍ້ງຂອງວິສາຫະກິດ, ຂະແໜງສິນຄ້າ, ການໜູນຊ່ວຍວິສາຫະກິດໃນການຈຳກັດການນຳເຂົ້າສິນຄ້າ.
        ທ່ານຮອງນາຍົກລັດຖະມົນຕີ ໄດ້ຊີ້ນຳບັນດາກະຊວງຄື: ກະຊວງການຕ່າງປະເທດ, ກະຊວງອຸດສາຫະກຳ ແລະ ການຄ້າ, ບັນດາກະຊວງທີ່ກ່ຽວຂ້ອງໄດ້ສົມທົບກັນປະຕິບັດບັນດາໜ້າທີ່ເຊື່ອມໂຍງອາຊຽນໃນປີເປັນປະທານອາຊຽນ 2020 ໃຫ້ສຳເລັດຜົນ.
 (ແຫຼ່ງຄັດຈາກ VOV)
 


top