ກິລາ

ໄມ້ແສ້ - ອາວຸດຍຸດທະພັນ ອັນເປັນເອກະລັກ ຂອງຂະບວນມວຍພື້ນເມືອງ ຫວຽດນາມ

ເນື່ອງຈາກ ໄດ້ກຳເນີດ ມາແຕ່ດົນນານແລ້ວ ບວກກັບ ວິທີການນຳໃຊ້ ຫຼາກຫຼາຍຮູບແບບ ແລະ ມີປະສິດທິຜົນນັ້ນ, ໄມ້ແສ້ໄດ້ກາຍເປັນ ອາວຸດ ຍຸດທະພັນ ຈັດອັນດັບໜຶ່ງ ໃນຈຳ ນວນອາວຸດ ສິບແປດປະເພດ ຂອງບັນດາ ຄ້າຍມວຍ ພື້ນເມືອງຫວຽດນາມ.
 
ນັບຕັ້ງແຕ່ປາງກ່ອນ ໄມ້ແສ້ຖືກຖືວ່າແມ່ນອາວຸດຍຸດທະພັນ ທີ່ປະຍຸກໃຊ້ຢ່າງທົ່ວເຖິງໃນສົງຄາມ ສະນັ້ນຍັງໄດ້ເອີ້ນວ່າ ແມ່ນ “ແບກບິງຈີໂຕ໋” ໝາຍຄວາມວ່າ ແມ່ນກົກເຄົ້າ ການກຳ ເນີດ ຂອງອາວຸດຍຸດທະພັນຮ້ອຍຢ່າງ. ຊາວບິ່ງດິ້ງ ມັກເວົ້າ ຕິດ ປາກຄຳວ່າ “ໄມ້ແສ້ຖ້ວນຈວ່ຽນ, ມວຍມືເປົ່າອານຖ໋າຍ” ເຊິ່ງໝາຍເຖິງ ຄວາມເອກອ້າງທະນົງໃຈ ກ່ຽວກັບແຖບດິນ ຕຳລັບຂອງມວຍ ທີ່ມີຄູມວຍຫຼາຍຄົນ ໄດ້ຂຶ້ນຊື່ລືຊາ ຍ້ອນທ່າຫຼິ້ນໄມ້ແສ້ຢ່າງສຸດຍອດ.

ນັບຕັ້ງແຕ່ສະໄໝກ່ອນ ຈົນມາເຖິງປັດຈຸບັນ, ໄມ້ແສ້ ເຄີຍໄດ້ ເຮັດມາຈາກໄມ້, ໄມ້ໄຜ່, ເຄືອຫວາຍ ຫຼື ໂລຫະ ແລະ ມີຫຼາກ ຫຼາຍຂະໜາດຕ່າງກັນ, ໂດຍທົ່ວໄປແລ້ວ ຖືກແບ່ງເປັນສອງ ປະເພດເອີ້ນວ່າ ໄມ້ແສ້ຍາວ ແລະ ໄມ້ແສ້ສັ້ນ. ປະເພດຍາວ ມີລວງຍາວປະມານ 3-3,5 ແມັດ, ທາງກົກໃຫຍ່, ສ້ວຍທາງປາຍ ແລະ ມີຍອງຜ້າມັດໃສ່ປາຍ. ໄມ້ແສ້ຍາວ ມັກ ໃຊ້ໃນງານແຂ່ງມວຍ ຂອງລາດຊະວັງສັກດິນາສະໄໝກ່ອນ. ແຕ່ມາດຽວນີ້, ປະເພດໄມ້ແສ້ຍາວເກືອບຄືວ່າ ຖືກ ສູນຫາຍໄປແລ້ວ ເຫຼືອແຕ່ໄມ້ແສ້ສັ້ນ ຍັງໄດ້ຮັບການຕົກທອດ ມາສູ່ປັດຈຸບັນ. ໄມ້ແສ້ສັ້ນ ມີລວງຍາວປະມານ 1,5-1,8 ແມັດ. ສອງສົ້ນໃຫຍ່ສ່ຳກັນ, ກ່ຽວກັບລວງຍາວ, ຂະໜາດ ໜັກ ແລະ ເສັ້ນຜ່າກາງຂອງໄມ້ແສ້ ແມ່ນບ່ໍມີການກຳນົດຫຍັງ ໝົດ ຫາກໄດ້ປະດິດສ້າງຂຶ້ນ ຕາມຄວາມຢາກໄດ້ ແລະ ຝ່າມື ຂອງຜູ້ນຳໃຊ້ເປັນຕົ້ນ. 
 

ໄມ້ແສ້ (ພາສາຫວຽດເອີ້ນວ່າກົນ)ແມ່ນອາວຸດຍຸດທະພັນ ຈັດ ອັນດັບ ໜຶ່ງໃນຈຳນວນ
ສິບແປດປະເພດຂອງບັນດາຄ້າຍ ມວຍພື້ນເມືອງຫວຽດນາມ.


ທ່າໜຶ່ງໃນຫຼາຍລຳເພງມວຍໄຕເຊີນ

ມີຫຼາຍວິທີການນຳໃຊ້ໄມ້ແສ້ຄື: ຜ່າ, ທັບ, ແທງ, ສັກ, ຟາດ, ຮອງຮັບ, ປັດເຂ່ຍ…

ໄມ້ແສ້ຖືກແບ່ງເປັນສອງປະເພດຄື ໄມ້ແສ້ສັ້ນ ແລະ ຍາວ ແຕ່ ປັດຈຸບັນ ໂດຍທົ່ວໄປແລ້ວ ເຂົາເຈົ້າມັກໃຊ້ໄມ້ແສ້ສັ້ນ.

ໄມ້ແສ້ທັງໃຊ້ເພື່ອປ້ອງກັນ ທັງໃຊ້ເພື່ອບຸກຕີ, ສາມາດສູ້ຢັນ ກັບຄົນຈຳນວນຫຼາຍ.

ໄມ້ແສ້ສາມາດໂຕ້ຕ້ານກັບອາວຸດທີ່ອັນຕະລາຍ ປະເພດອື່ນ ຢ່າງມີປະສິດທິຜົນ.

ການໃຊ້ໄມ້ແສ້ແທງຢ່າງພິດສະດານ.

ຜູ້ນຳໃຊ້ໄມ້ແສ້ສາມາດປ້ອງກັນ, ສູ້ຢັນກັບອາວຸດຍຸດທະພັນ ປະເພດອື່ນໆ ໄດ້ຢ່າງສຳເລັດຜົນ.

ໄມ້ແສ້ເຄີຍໄດ້ເຮັດດ້ວຍໄມ້, ໄມ້ໄຜ່, ເຄືອຫວາຍ ຫຼື ໂລຫະທີ່ ຫຼາກຫຼາຍຂະໜາດ ແລ້ວແຕ່ຜູ້ນຳໃຊ້.
ຍ້ອນນຳໃຊ້ໄດ້ທັງສອງສົ້ນຢ່າງພິກໄຫວ ສະນັ້ນ ໄມ້ແສ້ສັ້ນ ສາມາດຄວບຄຸມໄດ້ ຂອບເຂດໜຶ່ງ ທີ່ກວ້າງພໍສົມຄວນ, ອາດ ຈະໂຍນຂຶ້ນສູງ ຫຼື ເອົາລົງຕ່ຳ ກ່ໍຍາກທີ່ຈະຄາດລ່ວງໜ້າໄດ້. ຂະນະທີ່ສະແດງໄມ້ແສ້, ຝ່າມື ແລະ ແຂນ ຮ່ວມກັບລຳ ໄມ້ແສ້ ກ່ໍໃຫ້ເກີດ ເປັນກຳລັງແຮງທີ່ໜ້າງືດ ໂດຍໄດ້ສະແດງອອກຢູ່ ປາຍໄມ້ແສ້ ເຮັດໃຫ້ເຮົາຟັງຄືສຽງລົມພັດມາວູ່ໆ ອັນເປັນການຂົ່ມຂູ່ຈິດໃຈຂອງຄູ່ຕ່ໍສູ້ກ່ໍວ່າໄດ້. ການສະແດງໄມ້ແສ້ມີ ລັກສະນະ ອາດຫານກ້າແກ່ນ, ມີແຮງບິດບ້ຽວ, ຫັນເຫ, ກ້ຽວວຽນຢ່າງສະຫວາດສະເຫວີຍ. ສິລະປະແຫ່ງການສະແດງໄມ້ ແສ້ ຮຽກຮ້ອງໃຫ້ທັງມື, ຕາ, ຮ່າງກາຍ, ທ່າທີກິລິຍາ ຕ້ອງເປັນ ເອກະພາບກັນຢ່າງສູງ ແລະ ກົມກຽວກັນ. ນອກນັ້ນຜູ້ໃຊ້ກ່ໍ ຕ້ອງບັນລຸເຖິງລະດັບຄວາມໄວ, ຄວາມແມ່ນຢຳ ແລະ ທົນ ທານໜຽວແໜ້ນທີ່ບ່ໍຄ່ອຍມີໄດ້ໂດຍງ່າຍ.

ຕາມອາຈານມວຍຮ່າຈ້ອງງື້, ຫົວໜ້າຄ້າຍມວຍຕາ-ໄຕເຊີນ ບິ່ງດິ້ງນັ້ນ, ວີທີນຳໃຊ້ໄມ້ແສ້ ມີຢູ່ຫຼາກຫຼາຍ ຮູບແບບ: ຜ່າ, ທັບ, ແທງ, ສັກ, ຟາດ, ຮອງຮັບ, ປັດເຂ່ຍ… ອາດຈະໄດ້ ຜັນປ່ຽນ ມາເປັນ ຫຼາຍທ່າຫຼາຍທາງ ຮ້ອຍຢ່າງພັນແນວ. ຜູ້ນຳໃຊ້ໄມ້ແສ້ ສາມາດໂຕ້ຕ້ານກັບ ຄົນຈຳນວນຫຼາຍ ຫຼື ບຸກຕີວົງລ້ອມຮອບຢ່າງມີຜົນ ແລະ ກ່ໍບາດເຈັບໃຫ້ຄູ່ຕ່ໍສູ້ ຖ້າ ຫາກເຂົາເຈົ້າ ຄິດບໍ່ເຖິງ ການຖືກຕິດໄມ້ແສ້.
 
ຂະບວນທ່ານຳໃຊ້ໄມ້ແສ້ບາງຢ່າງທີ່ເອກະລັກຂອງຄ້າຍມວຍ ໄຕເຊີນບິ່ງດິ້ງ:









ເພື່ອເຝິກແອບການນຳໃຊ້ໄມ້ແສ້, ຜູ້ຮຽນຈຳເປັນຕ້ອງຫັດການ ສຸມກຳລັງແຮງ ທີ່ກະດູກຂ້າງ, ຕີນ ແລະ ມືເຮັດແນວໃດ ໃຫ້ ມັນສົມທົບກັນ ຢ່າງເອກະພາບເປັນອັນໜຶ່ງອັນດຽວ. ສິ່ງນີ້ ຮຽກຮ້ອງໃຫ້ສິດມວຍ ຕ້ອງມີຄວາມມານະອົດທົນ ໃນ ການຫຼ່ໍຫຼອມຕົນເອງ, ຮູ້ຈັກນຳໃຊ້ທ່າແຮງ ກ່ຽວກັບລວງຍາວ ແລະ ລັກສະນະດີເລີດຂອງໄມ້ແສ້ຢ່າງກຸ້ມຄ່າ. ການ ເຝິກແອບໄມ້ແສ້ ຈະຊ່ວຍໃຫ້ສິດມວຍຍົກສູງກຳລັງກາຍ, ລະດັບ ຄວາມໄວ, ຄວາມໜຽວແໜ້ນ ແລະ ຈິດໃຈເດັດດ່ຽວ, ອົງອາດກ້າຫານ.

ປັດຈຸບັນ, ເພງມວຍ “ຖ໋າຍເຊີນກົນ” ແມ່ນເພງມວຍສູ້ຢັນນຳ ໃຊ້ໄມ້ແສ້ ທີ່ດັງ ໃນວົງການມວຍແຖບດິນໄຕເຊີນ-ບິ່ງດ້ິງ, ມັນໄດ້ຖືກນຳເຂົ້າ ໃນຫຼັກສູດ ການເຝິກຊ້ອມລວມ ຂອງສະຫະ ພັນມວຍພື້ນເມືອງ ຫວຽດນາມ(1993). ນອກນັ້ນ ຍັງມີ ເພງມວຍ ອີກຫຼາຍເພງທີ່ນຳ ໃຊ້ໄມ້ແສ້ ຢ່າງເອກະລັກ ຖືກຄ້າຍມວຍຕ່າງໆ ໃຫ້ການອະນຸລັກຮັກສາ ແລະ ເຜີຍແຜ່ຢ່າງ ກວ້າງຂວາງ ມາຮອດທຸກວັນນີ້.
ບົດ: ເຊີນເງ້ຍ - ພາບ: ຫງວຽນລວນ

top