ສາລະຄະດີ

ໄມ້ ຫວຽດນາມ - ກຳລັງແຮງ ຂອງ ອຸດສາຫະກໍາ ສົ່ງອອກ ມູນຄ່າຕື້ໂດລາ

ການເຕີບໂຕ ທ່ີໜ້າປະທັບໃຈຢ່າງຕໍ່ເນື່ອງ ມາກວ່າ 2 ທົດສະວັດ, ພິເສດແມ່ນໃນສະພາບ ການແຜ່ລະບາດ ໂຄວິດ-19, ເມື່ອບັນດາຂະແໜງເສດຖະກິດ ສ່ວນໃຫຍ່ຖືກຮັບຜົນກະທົບ, ແຕ່ ການສົ່ງອອກໄມ້ ສືບຕໍ່ ບັນລຸຕົວເລກເຕີບໂຕທີ່ພົ້ນເດັ່ນ.

ການເຕີບໂຕ ທ່ີໜ້າປະທັບໃຈຢ່າງຕໍ່ເນື່ອງ ມາກວ່າ 2 ທົດສະວັດ, ພິເສດແມ່ນໃນສະພາບ ການແຜ່ລະບາດ ໂຄວິດ-19, ເມື່ອບັນດາຂະແໜງເສດຖະກິດ ສ່ວນໃຫຍ່ຖືກຮັບຜົນກະທົບ, ແຕ່ ການສົ່ງອອກໄມ້ ສືບຕໍ່ ບັນລຸຕົວເລກເຕີບໂຕທີ່ພົ້ນເດັ່ນ. ດ້ວຍຜົນສຳເລັດ ໃນການລົງນາມ ສັນຍາການຄ້າເສລີໃໝ່ຫຼາຍ ສະບັບ ຂອງ ຫວຽດນາມ ເມື່ອມໍ່ໆ ນີ້. ຕາມການຕີລາຄາ ຂອງ ຜູ້ຊ່ຽວຊານເຫັນວ່າ “ທ່າໄດ້ປຽບທັງພາຍໃນ ແລະ ພາຍນອກ” ໄດ້ສ້າງ “ໂອກາດ” ໃຫ້ແກ່ ຂະແໜງການອຸດສາຫະກຳ ມູນຄ່າຕື້ໂດລາ ຂອງ ຫວຽດນາມ.

ໄມ້ ຫວຽດ - ເຕີບໃຫຍ່ຈາກໝູ່ບ້ານອາຊີບ
 
ອຸດສາຫະກຳປຸງແຕ່ງໄມ້ ຂອງ ຫວຽດນາມ ມີການພັດທະນາຄື ດັ່ງປັດຈຸບັນ, ອາດມີບໍ່ເທົ່າໃດຄົນ ທ່ີຈະຮູ້ວ່າ, “ແນວພັນ” ຂອງ ຂະແໜງອຸດສາຫະກຳນີ້ ໄດ້ຮັບການຫຼໍ່ລ້ຽງ ຈາກໝູ່ບ້ານຊ່າງໄມ້ ທີ່ມີມູນເຊື້ອມາແຕ່ດົນນານ, ບ່ອນມີບັນດາຊ່າງໄມ້ ຫັດ ຖະກຳ ທີ່ມີຫົວຄິດປະດິດສ້າງ ແລະ ສີມືອັນຄ່ອງແຄ້ວ.

ໝູ່ບ້ານ ລາຊວຽນ (ຕາແສງ ອຽນນິງ, ເມືອງ ອີ໋ອຽນ, ແຂວງ ນາມດິ້ງ), ຕາມການບັນທຶກທາງປະຫວັດສາດ, ເປັນໝູ່ບ້ານຊ່າງໄມ້ ເກົ່າແກ່ທີ່ສຸດຂອງ ຫວຽດນາມ. ບັນພະບຸລຸດ ຂອງ ອາຊີບຊ່າງໄມ້ ຄືທ່ານ ນິງຫື້ວຮຶງ, ຫຼັງຈາກຕິດຕາມເຈົ້າຊີວິດ ເລດ້າຍແຮ່ງ (980 – 1005) ອອກນອກ ພະລາຊະວັງ ຢ່າງລັບໆ ເພື່ອສຳຫຼວດ ກວດກາ ສະພາບການເປັນຢູ່ ຂອງປະຊາຊົນ, ໄດ້ຂໍອະນຸຍາດ ເຈົ້າຊີວິດ ເລືອກເອົາດິນແດນແຫ່ງນີ້ ເພື່ອຕັ້ງຖິ່ນຖານ ແລະ ທຳມາຫາກິນ. ດ້ວຍສີມືທີ່ມີຄວາມຊຳນິຊຳນານ, ຊ່າງໄມ້ ນິງຫື້ວຮຶງ ໄດ້ໃຫ້ການກຳເນີດ ແລະ ເຜີຍແຜ່ ບັນດາ ອາຊີບແກະສະຫຼັກໄມ້, ຝັງໄຂ່ມຸກ, ຝັງໄຂ່ມຸກໃສ່ເຄື່ອງເຟີນີເຈີ ທຳອິດ ຢູ່ ຫວຽດນາມ.

 
ຕະຫຼອດຫຼາຍຊ່ວງໄລຍະປະຫວັດສາດ, ອາຊີບຊ່າງໄມ້ຈາກ ເມືອງ ລາຊວຽນ ຄ່ອຍໆ ຖືກແຜ່ກະຈາຍໄປສູ່ ພູມີພາກ ຕ່າງໆ ໃນທົ່ວປະເທດ. ໃນໄລຍະເລີ່ມຕົ້ນ ຂອງການພັດທະນາ, “ນັກສິລະປິນຊ່າງໄມ້” ຫວຽດນາມ ໄດ້ຜະລິດອອກມາ ບັນດາຜະ ລິດຕະພັນ ດ້ວຍມືລ້ວນໆ. 
 


ຊ່າງໄມ້ ຫັດຖະກຳ ຂອງ ບັນດາໝູ່ບ້ານຊ່າງໄມ້ມູນເຊື້ອ ຂອງ ຫວຽດນາມ ດ້ວຍ  ສີມືອັນຄ່ອງແຄ້ວ ແລະ ຫົວຄິດປະດິດສ້າງ  ໄດ້ສະຫຼັກ ດ້ວຍລາຍດອກທີ່ປານີດແນບນຽນ. ພາບ: ແທງຢາງ/VNP


ແກະສະຫຼັກຮູບປັ້ນພະພຸດທະຮູບ ຢູ່ໝູ່ບ້ານ ແກະສະຫຼັກ ຮູບປັ້ນ ຢືຢູ້ (ຕາແສງ ແທງຖຸຍ, ເມືອງ ແທງອວາຍ, ຮ່າໂນ້ຍ). ພາບ: ຈິ້ງໂບ້/VNP


ຜະລິດຕະພັນ ຈາກ ໝູ່ບ້ານຫັດຖະກຳ ຫາຍມິງ (ແຂວງ ນາມດິ້ງ) ລ້ວນແຕ່ຜະລິດ ຈາກໄມ້ທຳມະຊາດ ທີ່ມີຄຸນນະພາບສູງ. ພາບ: ແທງຢາງ/VNP


ຈາກເປືອກຫອຍ, ຊ່າງໄມ້ ໝູ່ບ້ານຊ່າງໄມ້ ຫາຍມິງ ສ້າງ ຮູບຊົງ ເພື່ອຝັງເປືອກຫອຍ ໃສ່ຜະລິດຕະພັນໄມ້. ພາບ: ແທງຢາງ/VNP 


ຂັ້ນຕອນເຮັດໃຫ້ ສຳເລັດ ຜະລິດຕະພັນ ຝັງໄຂ່ມຸກ ຂອງ ໝູ່ບ້ານຊ່າງໄມ້ ຫາຍມິງ. ພາບ: ແທງຢາງ/VNP


ບັນດາຜະລິດຕະພັນໄມ້ ຢູ່ໝູ່ບ້ານຊ່າງໄມ້ ຫາຍມິງ ມີ ຄວາມຫຼາກຫຼາຍ ກ່ຽວກັບ ດ້ານຮູບແບບ. ພາບ: ແທງຢາງ/VNP


ຜະລິດຕະພັນຂອງໝູ່ບ້ານອາຊີບແກະສະຫຼັກສິລະປະມູນເຊື້ອ ຖ໋ຽດອຶ໋ງ ຢູ່ຕາແສງ ເວິນຮ່າ (ເມືອງ ດົງແອງ, ຮ່າໂນ້ຍ). ພາບ: ຈິ້ງໂບ້/VNP


ບັນດາລາຍດອກທີ່ໄດ້ຮັບການແກະສະຫຼັກ ຢ່າງປານີດ ແນບນຽນ ຂອງ ຜະລິດຕະພັນໄມ້ ຢູ່ ໝູ່ບ້ານຜະລິດ ເຄື່ອງໄມ້ ສິລະປະຫັດຖະກຳ ເວິນຮ່າ,
ຕາແສງ ເວິນຮ່າ (ເມືອງ ດົງແອງ), ຮ່າໂນ້ຍ. ພາບ: ແຄ໋ງລອງ/VNP



ເຮືອນບູຮານຢູ່ ເມືອງ ກູ່ຈີ (ນະຄອນໂຮ່ຈີມິນ) ໂດຍຊ່າງໄມ້ ຢູ່ໝູ່ບ້ານອາຊີບ ຈ່າງເຊີນ (ຮ່າໂນ້ຍ) ເປັນຜູ້ສ້າງຂຶ້ນ. ພາບ: ຫງວຽນຢາງ


ມາຮອດ ສະຕະວັດທີ XIX, ດ້ວຍ ການນຳໃຊ້ ວິທະຍາສາດ ເຕັກໂນໂລຊີ, ອາຊີບຊ່າງໄມ້ ໃນບັນ ດາໝູ່ບ້ານອາຊີບ ໄດ້ມີການປ່ຽນແປງ ຢ່າງເຫັນໄດ້ຊັດ. ໂດຍ ອີງໃສ່ ທ່າໄດ້ປຽບ ທີ່ມີພ້ອມດ້ວຍ ຄວາມຄ່ອງແຄ້ວ ຂອງສີມື, ການຜະລິດອອກ ບັນດາຜະລິດຕະພັນໄມ້ໄດ້ໄວກວ່າ, ທົນທານກວ່າ, ການອອກ ແບບກໍມີຄວາມສົມບູນຫຼາກຫຼາຍ ແລະ ບັນລຸ ເຖິງລະດັບ ຄວາມປານີດແນບນຽນ ຍິ່ງຂຶ້ນອີກດ້ວຍ. 

ໃນເວລານີ້, ອາຊີບຊ່າງໄມ້ ມູນເຊື້ອ ຂອງ ຫວຽດນາມ ໄດ້ມີ ການພັດທະນາ ນັບທັງດ້ານຄຸນນະພາບ ແລະ ປະລິມານ, ໄດ້ ເອີ້ນວ່າ ຂະແໜງການຜະລິດ ແລະ ປຸງແຕ່ງໄມ້ ຢ່າງເປັນທາງການ. ພາຍໃຕ້ຫົວຄິດປະດິດສ້າງ ແລະ ສີມືອັນຄ່ອງແຄ້ວ ຂອງ ນັກສິລະປິນ ແລະ ຊ່າງໄມ້, ບັນດາຜະລິດຕະພັນໄມ້ຄ່ອຍໆ ຫັນໄປຕາມທິດສະເພາະ, ພ້ອມກັນນັ້ນກໍ່ຊອກຮູ້ ທ່າອ່ຽງ ການ ຕົກແຕ່ງ ພາຍໃນ ແລະ ຕອບສະໜອງໄດ້ຄ່ານິຍົມ ທາງດ້ານ ສະຫງວນຄວາມງາມ ນັບມື້ນັບສູງ ຂອງຕະຫຼາດ.

ຖ້າໝູ່ບ້ານຊ່າງໄມ້ ລາຊວຽນ (ເມືອງ ອີ໋ອຽນ, ແຂວງ ນາມດິ້ງ) ໄດ້ຖືວ່າ ເປັນສູນລວມ ສິ່ງຍອດຍິ່ງ ຂອງ ອາຊີບແກະສະຫຼັກໄມ້ ຫວຽດນາມ ກັບ ບັນດາຜະລິດຕະພັນໄມ້ ບັນລຸລະດັບ ຄວາມປານີດແນບນຽນ, ບັນດາໝູ່ບ້ານຊ່າງໄມ້ຢູ່ ຮ່າໂນ້ຍ ພັດ ມຸ່ງສູ່ ເປົ້າໝາຍສະເພາະ ຂອງ ຕະຫຼາດ.  ໝູ່ບ້ານອາຊີບ ແຕ່ ລະແຫ່ງ ຈະມີຜະລິດຕະພັນ ທີ່ເປັນເອກະລັກສະເພາະຂອງຕົນ. ຕົວຢ່າງ: ໝູ່ບ້ານຊ່າງໄມ້ ວ້ານດ໊ຽມ (ເມືອງ ແທງອວາຍ) ມີຊື່ສຽງກັບຜະລິດຕະພັນ ໂຕະ, ຕັ່ງ. ໝູ່ບ້ານຊ່າງໄມ້ ລຽນຮ່າ (ເມືອງ ດານເຟື້ອງ) ມີ ຊື່ສຽງ ກັບບັນດາຜະລິດຕະພັນຄື: ຕຽງ ນອນ, ຕູ້ເສື້ອຜ້າ, ໂຕະຕັ້ງໂທລະທັດ, ໂຕະ ແລະ ຕັ່ງໄມ້ ທຸກ ຊະນິດ ແລະ ອື່ນໆ... ສ່ວນໝູ່ບ້ານຊ່າງໄມ້ ລຽນຈຸງ (ເມືອງ ດານເຟື້ອງ) ພັດທະນາ ຕາມທິດ ຜະລິດ ບັນດາ ຜະລິດຕະ ພັນໄມ້ ສໍາລັບ ການກໍ່ສ້າງ ແລະ ຜະລິດຕະພັນໄມ້ຢູ່ ນອກ ກິດຈະກຳ. ໝູ່ບ້ານຊ່າງໄມ້ ຈ່າງເຊີນ (ເມືອງ ແທກເຖິດ) ກັບ ອາຊີບເຮັດເຮືອນ ຈາກໄມ້ເກົ່າ ທີ່ມີຊື່ສຽງ ຢູ່ເຂດທົ່ງພຽງພາກ ເໜືອ. ໝູ່ບ້ານຊ່າງໄມ້ ຫື໊ວບັ່ງ (ເມືອງ ກວັກອ໋ວາຍ) ມີຊື່ສຽງ ກ່ຽວກັບ ຜະລິດຕະພັນໄມ້ ທີ່ເປັນເຄືື່ອງໃຊ້ສອຍໃນຄອບຄົວ.

 

ບັນດາຕະຫຼາດສົ່ງອອກ ຕົ້ນຕໍ ຂອງ ອຸດສາຫະກຳປຸງແຕ່ງໄມ້ ບິ່ງເຢືອງ ພວມເພີ່ມຂຶ້ນຢ່າງແຂງແຮງ. ໃນ 8 ເດືອນຕົ້ນປີ 2021, ຕະຫຼາດ ສ ອາເມລິກາ ກວມກວ່າ 65% ຍອດມູນຄ່າການສົ່ງອອກໄມ້ຂອງແຂວງ ບິ່ງເຢືອງ, ເພີ່ມຂຶ້ນ 81% ເມື່ອທຽບກັບໄລຍະດຽວກັນ ຂອງ ປີ 2020; ຕະຫຼາດ ຮົງກົງ (ສປ ຈີນ) ກວມ 8,5%, ເພີ່ມຂຶ້ນກວ່າ 47%; ຕະຫຼາດ ໄຕ້ຫວັນ (ສປ ຈີນ) ກວມເອົາ 5,6%, ເພີ່ມຂຶ້ນ 43%.
ຕາມທ່ານ ດ່ຽນກວາງຮຽບ, ປະທານສະມາຄົມໄມ້ ບິ່ງເຢືອງ

ໃນຂະນະທີ່ບັນດາໝູ່ບ້ານຊ່າງໄມ້ ຢູ່ ຮ່າໂນ້ຍ ມີທ່າອ່ຽງ ສະ ໜອງ ເຄື່ອງເຟີນີເຈີ ຕົກແຕ່ງພາຍໃນທີ່ທັນສະໄໝ, ໝູ່ບ້ານ ຊ່າງໄມ້ ໝີ໊ຊວຽນ (ນະຄອນ ເຫວ້) ກໍພົ້ນເດັ່ນກັບບັນດາຜະລິດ ຕະພັນ ແກະສະຫຼັກໄມ້ ທີ່ມີຄວາມເປັນເອກະລັກ ຂອງ ສະ ຖາປັດຕະຍະກຳ ເຫວ້ ຫຼື ໝູ່ບ້ານຊ່າງໄມ້ ກີມໂບ່ງ (ແຂວງ ກວ່າງນາມ) ທີ່ມີຊື່ສຽງ ກັບບັນດາຜະລິດຕະພັນ ແກະສະຫຼັກ ຮູບປັ້ນໄມ້.

ສາມາດເວົ້າໄດ້ວ່າ ເຄື່ອງເຟີນີເຈີ ໄມ້ ໃນປັດຈຸບັນ ເປັນສິ່ງທີ່ ຂາດບໍ່ໄດ້ ຢູ່ໃນການດໍາລົງຊີວິດ ຂອງ ມະນຸດ. ຈາກພື້ນທີ່ສ່ວນຕົວ, ບ່ອນເຮັດວຽກ, ເຖິງສາທາລະນະ ເຊັ່ນ: ຣີສອດ, ຣີສອດຊັ້ນສູງ... ນີ້ແມ່ນ “ຈຸດເວລາ” ຂອງ ອຸດສາຫະກຳ ປຸງແຕ່ງໄມ້ ຫວຽດນາມ ດ້ວຍທ່າໄດ້ປຽບທີ່ມີຢູ່ແລ້ວ ເຊື່ອໝັ້ນຕົນເອງ ເຂົ້າ ເຖິງ ຕະຫຼາດໃນທົ່ວ ຫ້າທະວີບ. 


ໄມ້ ຫວຽດນາມ ແລະ ການເຕີບໂຕ ທີ່ໜ້າປະທັບໃຈ
 
ຈາກວິສາຫະກິດໄມ້ ຂະໜາດນ້ອຍ ທີ່ດຳເນີນທຸລະກິດ ຢູ່ບັນ ດາ ໝູ່ບ້ານອາຊີບ, ປັດຈຸບັນ ຫວຽດນາມ ມີວິສາຫະກິດ ປຸງແຕ່ງໄມ້ຂະໜາດໃຫຍ່ຫຼາຍແຫ່ງ ດ້ວຍລາຍຮັບສົ່ງອອກ ນັບຮ້ອຍລ້ານໂດລາສະຫະລັດຕໍ່ປີ. ນີ້ແມ່ນບັນດາປັດໄຈ ທີ່ເຮັດໃຫ້ອຸດສາຫະກຳໄມ້ ເຕີບໂຕຢ່າງໜ້າປະທັບໃຈ ໃນສອງທົດສະວັດທີ່ຜ່ານມາ.

ຕາມສະຖິຕິ ຂອງ ສະມາຄົມໄມ້ ແລະ ຜະລິດຕະພັນປ່າໄມ້ຫວຽດນາມ, ໃນ 2 ທົດສະວັດ ຜ່ານມາ, ອຸດສາຫະກຳປຸງແຕ່ງ ແລະ ສົ່ງອອກໄມ້ ໄດ້ມີການພັດທະນາ ຢ່າງກ້າວກະໂດດຂັ້ນ. ຖ້າວ່າ ໃນປີ 2000, ມູນຄ່າສົ່ງອອກ ບັນລຸ ພຽງ 219 ລ້ານ ໂດ ລາສະຫະລັດ, ມາຮອດປີ 2019 ບັນດາຜະລິດຕະພັນປຸງແຕ່ງໄມ້ ໄດ້ບັນລຸວົງເງິນສົ່ງອອກ 10,5 ຕື້ ໂດລາສະຫະລັດ, ຮັກສາ ການເຕີບໂຕ ສອງຕົວເລກໃນຫຼາຍປີ.

ພິເສດ, ໃນຂະນະທີ່ຂະແໜງການປຸງແຕ່ງ ແລະ ສົ່ງອອກເກືອບ ທັງໝົດ ຂອງ ຫວຽດນາມ ໄດ້ຮັບຜົນກະທົບຈາກການແຜ່ລະ ບາດ, ແຕ່ອຸດສາຫະກຳປຸງແຕ່ງ ແລະ ສົ່ງອອກໄມ້ ສືບຕໍ່ໄດ້ຮັບຂ່າວດີ ຢ່າງຕໍ່ເນື່ອງ ເມື່ອຕົວເລກການເຕີບໂຕ ເພີ່ມຂຶ້ນ ກ່ວາ ກ່ອນ ເກີດການລະບາດ.

ຕາມສະຖິຕິ ຂອງ ກົມໃຫຍ່ພາສີ, ໃນ 7 ເດືອນຕົ້ນປີ 2021, ວົງເງິນ ສົ່ງອອກໄມ້ ແລະ ຜະລິດຕະພັນໄມ້ ບັນລຸ 9,58 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 55% ເມື່ອທຽບກັບ ໄລຍະດຽວກັນ ຂອງ ປີ 2020; ໃນນັ້ນ ຜະລິດຕະພັນໄມ້ ບັນລຸ 7,44 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 64% ເມື່ອທຽບກັບໄລຍະດຽວກັນ ຂອງ ປີ 2020.

 

ຈາກວິສາຫະກິດໄມ້ ຂະໜາດນ້ອຍ ທີ່ດຳເນີນທຸລະກິດ ຢູ່ບັນ ດາ ໝູ່ບ້ານອາຊີບ, ປັດຈຸບັນ ຫວຽດນາມ ມີວິສາຫະກິດ ປຸງແຕ່ງໄມ້ຂະໜາດໃຫຍ່ຫຼາຍແຫ່ງ ດ້ວຍລາຍຮັບສົ່ງອອກ ນັບຮ້ອຍລ້ານໂດລາສະຫະລັດຕໍ່ປີ. ນີ້ແມ່ນບັນດາປັດໄຈ ທີ່ເຮັດໃຫ້ອຸດສາຫະກຳໄມ້ ເຕີບໂຕຢ່າງໜ້າປະທັບໃຈ ໃນສອງທົດສະວັດທີ່ຜ່ານມາ.

ເລື່ອງສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ເລີ່ມມີຜົນສັກສິດ ແຕ່ເດືອນ ສິງຫາ 2020, ອຸດສາຫະກຳໄມ້ ຫວຽດ ນາມ ເວົ້າລວມ ແລະ ອຸດສາຫະກຳປຸງແຕ່ງ ແລະ ສົ່ງອອກໄມ້ ບິ່ງເຢືອງ ເວົ້າສະເພາະ ພວມຝາກຄວາມຫວັງທີ່ດີ ຕໍ່ການຈຳ ໜ່າຍ ໃນບັນດາປະເທດ ກຸ່ມສະຫະພາບ ເອີຣົບ.

ຕາມທ່ານ ດ່ຽນກວາງຮຽບ, ປະທານສະມາຄົມໄມ້ ບິ່ງເຢືອງ,  ບັນດາຕະຫຼາດສົ່ງອອກ ຕົ້ນຕໍ ຂອງ ອຸດສາຫະກຳປຸງແຕ່ງໄມ້ ບິ່ງເຢືອງ ພວມເພີ່ມຂຶ້ນຢ່າງແຂງແຮງ. ໃນ 8 ເດືອນຕົ້ນປີ 2021, ຕະຫຼາດ ສ ອາເມລິກາ ກວມກວ່າ 65% ຍອດມູນຄ່າການສົ່ງອອກໄມ້ຂອງແຂວງ ບິ່ງເຢືອງ, ເພີ່ມຂຶ້ນ 81% ເມື່ອທຽບກັບໄລຍະດຽວກັນ ຂອງ ປີ 2020; ຕະຫຼາດ ຮົງກົງ (ສປ ຈີນ) ກວມ 8,5%, ເພີ່ມຂຶ້ນກວ່າ 47%; ຕະຫຼາດ ໄຕ້ຫວັນ (ສປ ຈີນ) ກວມເອົາ 5,6%, ເພີ່ມຂຶ້ນ 43%.

 


ໂຮງຜະລິດປຸງແຕ່ງໄມ້ ທີ່ໂຮງງານ ບໍລິສັດ ເລີມຮ່ວາງຟ໋າດ ຢູ່ເຂດອຸດສາຫະກຳ ຕາມເຟືອກ (ແຂວງ ດ່ົງນາຍ). ພາບ: VNP






ຕ່ອງໂສ້ການຜະລິດຂຽງ ແລະ ເຄື່ອງໃຊ້ໃນ ຄົວເຮືອນ ຢູ່ບໍລິສັດຫຸ້ນສ່ວນ ປຸງແຕ່ງໄມ້ ດຶກແທ່ງ (ນະຄອນ ໂຮ່ຈີມິນ). ພາບ: ທົງຫາຍ/VNP












ບັນດາຜະລິດຕະພັນ ເຄື່ອງໃຊ້ໃນໂຮງ ຮຽນ ແລະ ເຄື່ອງຫຼິ້ນເດັກນ້ອຍ ຂອງບໍລິສັດໄມ້ ດຶກແທ່ງ ໄດ້ຮັບຄວາມນິຍົມ ຢູ່ຕະຫຼາດໂລກ. ພາບ: ທົງຫາຍ/VNP


ສ່ວນ ທ່ານ ຫງວຽນກວັກແຄ໋ງ, ປະທານສະມາຄົມສິລະປະຫັດ ຖະກຳ ແລະ ປຸງແຕ່ງໄມ້ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ ຜະລິດຕະພັນໄມ້ຂອງ ຫວຽດນາມ ໄດ້ມີໜ້າຢູ່ກວ່າ 120 ປະເທດ ແລະ ເຂດແຄວ້ນ ໃນໂລກ, ແຕ່ທ່າແຮງການສົ່ງອອກຜະລິດຕະພັນໄມ້ ແລະ ເຄື່ອງເຟີນີເຈີ ຍັງມີຫຼາຍ.
 

ໄມ້ ດຶກແທ່ງ ແມ່ນໜຶ່ງໃນບັນດາວິສາຫະກິດ ສົ່ງອອກ ເຄື່ອງ ໃຊ້ ໃນເຮືອນຄົວ ແລະ ເຄື່ອງຫຼິ້ນເດັກນ້ອຍລາຍໃຫຍ່ ຂອງ ນະ ຄອນ ໂຮ່ຈີມິນ. ໃນປີ 2020, ເຖິງວ່າໄດ້ຮັບຜົນກະທົບ ຈາກການລະບາດໂຄວິດ-19, ແຕ່ ດຶກແທ່ງ ບັນລຸລາຍຮັບ 400 ຕື້ດົ່ງ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2019. 

ໄມ້ ດຶກແທ່ງ ແມ່ນໜຶ່ງໃນບັນດາວິສາຫະກິດ ສົ່ງອອກ ເຄື່ອງ ໃຊ້ ໃນເຮືອນຄົວ ແລະ ເຄື່ອງຫຼິ້ນເດັກນ້ອຍລາຍໃຫຍ່ ຂອງ ນະ ຄອນ ໂຮ່ຈີມິນ. ໃນປີ 2020, ເຖິງວ່າໄດ້ຮັບຜົນກະທົບ ຈາກການລະບາດໂຄວິດ-19, ແຕ່ ດຶກແທ່ງ ບັນລຸລາຍຮັບ 400 ຕື້ດົ່ງ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ປີ 2019. ໄລ່ຮອດຕົ້ນເດືອນ ສິງຫາ 2021, ໄມ້ ດຶກແທ່ງ ໄດ້ສົ່ງອອກ ມູນຄ່າປະມານ 16 ລ້ານ ໂດລາສະຫະລັດ ແລະ ປະຕິບັດສຳເລັດ 95% ແຜນ ການ ໃບສັ່ງສິນຄ້າ ຕະຫຼອດປີ 2021.

ທ່ານ ໂດ໊ຊວນເລິບ, ປະທານສະມາຄົມຜະລິດຕະພັນໄມ້ ແລະ ປ່າໄມ້ ຫວຽດນາມໃຫ້ຮູ້ວ່າ: ປັດຈຸບັນ, ອຸດສາຫະກຳ ປຸງແຕ່ງ ໄມ້ ຢູ່ໃນໄລຍະ ການພັດທະນາ ຢ່າງແຂງແຮງ, ສ້າງຂອບຂະ ໜາດໃຫຍ່ ນັບທັງທາງດ້ານການຜະລິດ ແລະ ສົ່ງອອກ. ປັດຈຸບັນ, ທົ່ວປະເທດ ມີວິສາຫະກິດ ແລະ ຄອບຄົວເກືອບ 5.000 ແຫ່ງ ໄດ້ລົງທຶນ ເຂົ້າການຜະລິດ ແລະ ປຸງແຕ່ງເຄື່ອງເຟີນີເຈີ ເພື່ອສົ່ງອອກ.



ບໍລິສັດຫຸ້ນສ່ວນ Woodsland, ຜະລິດ ສະເພາະ ເຄື່ອງ ໄມ້ຂັ້ນສູງ ເພື່ອສົ່ງອອກ. ພາບ: ກົງດາດ/VNP


ຜະລິດໄມ້ຢາງພາລາ ເພື່ອສົ່ງອອກ ຢູ່ແຂວງ ບິ່ງເຢືອງ. ພາບ: ເລເກືອງ


ຂັ້ນຕອນການຫຸ້ມຫໍ່ຜະລິດຕະພັນ ທີ່ບໍລິສັດຫຸ້ນສ່ວນ Woodsland. ພາບ: ກົງດາດ/VNP


ຜະລິດຕະພັນເຄື່ອງໃຊ້ໃນຄົວເຮືອນ ຂອງ ບໍລິສັດ ເລີມຮວ່າງຟ໋າດ, ນະຄອນ ໂຮ່ຈີມິນ. ພາບ: ກິມເຟືອງ/VNP


ຜະລິດຕະພັນ ຮັບໃຊ້ໃນຄົວເຮືອນ ຂອງ ບໍລິສັດຫຸ້ນ ສ່ວນ Woodsland. ພາບ: ກົງດາດ/VNP
 

ກ່ຽວກັບເປົ້າໝາຍດ້ານສິ່ງແວດລ້ອມ, ໃນຫຼາຍປີຜ່ານມາ, ບັນ ດາວິສາຫະກິດປຸງແຕ່ງໄມ້ ຫວຽດນາມ ໄດ້ນຳໃຊ້ໄມ້ຈາກປ່າປູກ ເປັນສ່ວນຫຼາຍ. ສະນັ້ນ, ໄດ້ປະກອບສ່ວນ ເຂົ້າໃນການ ປົກປ້ອງ ແລະ ເຮັດໃຫ້ ອຸດົມສົມບູນປ່າທໍາມະຊາດ. ປັດຈຸບັນ, ອັດຕາສ່ວນ ການປົກຫຸ້ມ ປ່າໄມ້ຂອງ ຫວຽດນາມ ໄດ້ບັນລຸກວ່າ 41%, ຢືນຢູ່ອັນດັບແຖວໜ້າ ພາກພື້ນ ອາຊີຕາເວັນອອກ ສ່ຽງໃຕ້. ການພັດທະນາເສດຖະກິດ ອຸດສາຫະກຳໄມ້ ແມ່ນ ມີ ການຕິດພັນ ກັບການປົກປັກຮັກສາ ສິ່ງແວດລ້ອມນິເວດ ຢູ່ສະເໝີ. ຕາມວິວັດການຂະຫຍາຍຕົວ, ບັນດາວິສາຫະກິດປຸງແຕ່ງໄມ້ ຫວຽດນາມ ຈະ ແລະ ກຳລັງໝູນໃຊ້ເຕັກໂນໂລຊີຜະລິດ ໝູນວຽນ, ໝາຍຄວາມວ່າ ວັດຖຸເສດເຫຼືອ ຂອງ ຂັ້ນຕອນ ການ ຜະລິດກ່ອນ ແມ່ນວັດຖຸດິບ ໃນຂັ້ນຕອນການຜະລິດຕໍ່ໄປ ເພື່ອຜະລິດຕະພັນໃໝ່ ອອກມາ.

ເຖິງວ່າ ການຜັນແປຢ່າງສັບສົນ ຂອງການແຜ່ລະບາດໂຄວິດ - 19 ກຳລັງເຮັດໃຫ້ເສດຖະກິດໂລກ ຊ້າລົງ, ແຕ່ການເຄື່ອນໄຫວຂອງ ອຸດສາຫະກຳປຸງແຕ່ງໄມ້ ຫວຽດນາມ ຍັງລື່ນກາຍຄາດໝາຍ ດ້ວຍຈຳນວນຕົວເລກເຕີບໂຕທີ່ໜ້າປະທັບໃຈ. ດ້ວຍເຫດນີ້, ອຸດສາຫະກຳປຸງແຕ່ງໄມ້ ແລະ ເຟີນີເຈີ ຫວຽດນາມ ໄດ້ວາງຄາດໝາຍສົ່ງອອກ 20 ຕື້ ໂດລາສະຫະລັດ ໃນປີ 2025 ແລະ ຍິ່ງກວ່ານັ້ນ ແມ່ນກາຍເປັນໜຶ່ງ ໃນບັນດາສູນປຸງແຕ່ງໄມ້ສໍາຄັນແຫ່ງໜຶ່ງ ຂອງໂລກ.

 
ບົດ: ຖາວວີ - ພາບ: ແທງຢາງ, ທົງຫາຍ ແລະ ເອກະສານ VNP - ແປໂດຍ: ບິກລຽນ

top