ຂ່າວສານ

ໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງ ຮ້າຍແຮງ ຢູ່ກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ ຍ້ອນ ນໍ້າໃນແມ່ນໍ້າຂອງຫຼຸດລົງຢູ່ໃນລະດັບຕໍ່າ

ກໍາປູເຈຍ, ລາວ, ໄທ ແລະ ຫວຽດນາມ ຈະຕ້ອງປະເຊີນໜ້າກັບສະພາບໄພແຫ້ງແລ້ງອາດຈະເກີດຂຶ້ນຢ່າງຮ້າຍແຮງ ຈົນຮອດເດືອນ ມັງກອນ ປີ 2020, ສົ່ງຜົນສະທ້ອນບໍ່ດີຕໍ່ການເຄື່ອນໄຫວຜະລິດກະສິກໍາ ແລະ ການດໍາລົງຊີວິດ. 

ລະດັບນໍ້າໃນແມ່ນໍ້າຂອງຢູ່ນະຄອນພະນົມ (ໄທ)  (ພາບ: TTXVN)

ຕາມບັນດານັກຊ່ຽວຊານແລ້ວ, ກະແສນໍ້າໃນແມ່ນໍ້າຂອງພວມຢູ່ໃນລະດັບຕໍ່າທີ່ສຸດໃນຮອບເວລາ 60 ປີ ຜ່ານມາ. ສາຍເຫດ ແມ່ນຍ້ອນລະດູຝົນປີນີ້ ສັ້ນກວ່າ 5 ອາທິດ ເມື່ອທຽບໃສ່ທຸກໆປີ, ບວກກັບປະກົດການ El Nino ໄດ້ເຮັດໃຫ້ອຸນຫະພູມສູງຜິດປົກກະຕິ ອັນໄດ້ພາໄປເຖິງສະພາບນໍ້າລະເຫີຍຢ່າງວ່ອງໄວ. ທ່ານ ເລິມຫຸ່ງເຊີນ, ຫົວໜ້າສູນຄຸ້ມຄອງໄພນໍ້າຖ້ວມ ແລະ ແຫ້ງແລ້ງໃນພາກພື້ນ, ສັງກັດຄະນະເລຂາຄະນະກໍາມາທິການແມ່ນໍ້າຂອງ (MRC) ໃຫ້ຮູ້ວ່າ:

        “ຕາມການສັງລວມຂອງສູນຕິດຕາມກວດກາ ໄດ້ລາຍງານວ່າ ລະດັບນໍ້າໃນແມ່ນໍ້າຂອງ ພວມຢູ່ໃນລະດັບຕໍ່າສຸດໃນປະຫວັດສາດ. ສາຍເຫດແມ່ນຍ້ອນລະດັບນໍ້າຢູ່ຍ່ານນໍ້າໄຫຼລົງມາໜ້ອຍ, ປະລິມານນໍ້າໄຫຼໄປໃສ່ແມ່ນໍ້າ Tunle Sap ໜ້ອຍ, ສະນັ້ນ, ເລື່ອງດັດສົມປະລິມານນໍ້າຈາກແມ່ນໍ້າ Tunle Sap ໃນລະດູແລ້ງແມ່ນຕໍ່າ, ເຮັດໃຫ້ລະດັບນໍ້າໃນແມ່ນໍ້າຂອງຫຼຸດລົງຕໍ່າ”.

        ຄາດວ່າ, ສະພາບການໄພແຫ້ງແລ້ງຈະຮ້າຍແຮງກວ່ານັບແຕ່ຕົ້ນເດືອນ ທັນວາ 2019 ຫາ ເດືອນ ມັງກອນ 2020. ສະພາບການດັ່ງກ່າວ ອາດຈະສົ່ງຜົນກະທົບບໍ່ດີຕໍ່ການຜະລິດກະສິກໍາ ແລະ ການດໍາລົງຊີວິດຂອງປະຊາຊົນ.

 (ແຫຼ່ງຄັດຈາກ VOV)


top