ຂ່າວສານ

ໄທ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ບໍ່​ສູ້​ຢັນ​ກັນ​ໃນ​ການ​ແກ້​ໄຂ​ຄວາມ​ບໍ່​ລົງ​ລອຍ​ກັນ ກັບ​ກຳ​ປູ​ເຈຍ

ສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນ ໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າຈະດຳເນີນໃນອາທິດນີ້.

ວັນທີ 1 ມິຖຸນາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄທ ພູມທຳ ເວດຊະຍະໄຊ ຢັ້ງຢືນຄືນໃໝ່ຄຳໝັ້ນສັນຍາຂອງປະເທດນີ້ກ່ຽວກັບການບໍ່ສູ້ຢັນກັນໃນການແກ້ໄຂຄວາມຂັດແຍ້ງກັນຢູ່ເຂດຊາຍແດນລະຫວ່າງ ກອງທັບໄທ ແລະ ກຳປູເຈຍ ຢູ່ໃກ້ບໍລິເວນ ເຂດຊ່ອງບົກ, ແຂວງ ອຸບົນ ຣາດຊະທານີ.

ທ່ານ ພູມທຳ ໃສ່ໃຈວ່າສະພາບການຄວາມເຄັ່ງຕຶງໃນປັດຈຸບັນພວມຫຼຸດລົງ ດ້ວຍເລື່ອງທັງສອງຝ່າຍໃຫ້ຄຳໝັ້ນສັນຍາຫຼີກລ້ຽງການສູ້ຢັນກັນ ໃນຂະນະທີ່ລໍຄອຍບັນດາການເຈລະຈາຂອງຄະນະກຳມະການຊາຍແດນຮ່ວມ (JBC) ຄາດວ່າຈະດຳເນີນໃນອາທິດນີ້. ທ່ານ ລັດຖະມົນຕີ ພູມທຳກໍ່ໃຫ້ຮູ້ວ່າ ອຳນາດການປົກຄອງ ໄທ ໄດ້ຈັດບັນດາການປຶກສາຫາລືໃນວັນທີ 1 ມິຖຸນາ, ພ້ອມທັງຜູ້ບັນຊາການໃຫຍ່ກຳລັງປ້ອງກັນປະເທດຈະເຂົ້າຮ່ວມບັນດາການເຈລະຈາ. ວຽກງານສົມທົບກັບກະຊວງການຕ່າງປະເທດ, ກອງທັບ ໄທ ແລະ ກຳລັງປະກອບອາວຸດ ໄທ ກໍ່ພວມໄດ້ຮັບການດຳເນີນ.


top