ຂ່າວສານ

ໄທ​ອອກໜັງ​ສື​ອະ​ນຸ​ຍາດ​​ແຮງ​ງານ​ຊົ່ວ​ຄາວ​ໃຫ້​ແກ່​ພົນ​ລະ​ເມືອງ ກຳ​ປູ​ເຈຍ

ແຈ້ງການໄດ້ຍົກອອກມາພາຍຫຼັງລັດຖະບານ ໄທ ແລະ ກຳປູເຈຍ ເພີ່ມທະວີບັນດາມາດຕະການຄວບຄຸມເຂດຊາຍແດນຢູ່ທຸກດ່ານຊາຍແດນ, ເຮັດໃຫ້ເລື່ອງກັບເມືອປະເທດຂອງຜູ້ອອກແຮງງານກຳປູເຈຍປະສົບກັບຄວາມຫຍຸ້ງຍາກ.
ແຮງງານກຳປູເຈຍ ຂ້າມຊາຍແດນເພື່ອກັບເມືອປະເທດ (ພາບ: REUTERS/Andre Malerba)
ໄທໄດ້ຕໍ່ກຳນົດເວລາ ໃຫ້ແກ່ໜັງສືອະນຸຍາດແຮງງານ 6 ເດືອນໃຫ້ແກ່ພົນລະເມືອງ ກຳປູເຈຍ ທີ່ຖືກຜົນສະທ້ອນຈາກບັນດາມາດຕະການຄວບຄຸມເຂດຊາຍແດນ ໂດຍອະນຸຍາດໃຫ້ເຂົາເຈົ້າສືບຕໍ່ເຮັດວຽກຢູ່ ໄທຍ້ອນເຫດຜົນທາງມະນຸດສະທຳ. ຂໍ້ມູນດັ່ງກ່າວໂດຍ ຣາດຊະກິດຈານນຸເບກສາ ໄທເອົາລົງໃນວັນທີ 13 ສິງຫາ, ຕາມນັ້ນແລ້ວ, ກະຊວງພາຍໃນໄທໄດ້ອອກຂໍ້ກຳນົດຈຳນວນໜຶ່ງວ່າດ້ວຍການ ຍົກເວັ້ນ, ອະນຸຍາດໃຫ້ແກ່ພົນລະເມືອງ ກຳປູເຈຍ ອາໄສ ແລະ ເຮັດວຽກຢູ່ໄທ ໃນບາງກໍລະນີພິເສດ. ເລື່ອງຍົກເວັ້ນນີ້ໄດ້ນຳໃຊ້ສຳລັບບຸກຄົນທີ່ໃນກ່ອນນີ້ໄດ້ຮັບໜັງສື ອະນຸຍາດແຮງງານຕາມມາດຕາ 64 ຂອງກົດໝາຍວ່າດ້ວຍການຄຸ້ມຄອງແຮງງານຕ່າງປະເທດ ໃນປີ 2017, ແຕ່ຍັງບໍ່ສາມາດກັບເມືອກຳປູເຈຍ ຍ້ອນບັນດາມາດຕະການຄວບຄຸມເຂດຊາຍແດນ ທີ່ພວມດຳເນີນລະຫວ່າງສອງປະເທດ ໄທ ແລະ ກຳປູເຈຍ. ແຈ້ງການໄດ້ຍົກອອກມາພາຍຫຼັງລັດຖະບານ ໄທ ແລະ ກຳປູເຈຍ ເພີ່ມທະວີບັນດາມາດຕະການຄວບຄຸມເຂດຊາຍແດນຢູ່ທຸກດ່ານຊາຍແດນ, ເຮັດໃຫ້ເລື່ອງກັບເມືອປະເທດຂອງຜູ້ອອກແຮງງານກຳປູເຈຍປະສົບກັບຄວາມຫຍຸ້ງຍາກ.

top