ຂ່າວສານ

ໄທ​ ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ກາ​ນ​ເຫັນ​ເປັນ​ດີ​ຈີ​ຕອນ​ເພື່ອ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ

ໂດຍນອນໃນຄວາມມານະພະຍາຍາມຍູ້ໄວວິວັດການຟື້ນຟູຂະແໜງການທ່ອງທ່ຽວໄລຍະຫຼັງໂຄວິດ - 19 ພ້ອມທັງປະກອບສ່ວນຊຸກຍູ້ພື້ນຖານສັງຄົມ ແລະ ເສດຖະກິດດີຈີຕອນ ໄທ, ອົງການສົ່ງເສີມເສດຖະກິດດີຈີຕອນໄທ (Depa) ຫາກໍ່ປຸກລະດົມບັ້ນຍຸດທະສາດທີ່ມີຊື່ວ່າ “ການທ່ອງທ່ຽວດີຈີຕອນ” ເພື່ອເພີ່ມທະວີຄວາມຮັບຮູ້ ແລະ ສົ່ງເສີມບັນດາວິສາຫະກິດການທ່ອງທ່ຽວນຳໃຊ້ພື້ນຖານດີຈີຕອນໃນວົງກ້ວາງ.
  ພິທິເຊັນບົດບັນທຶກຊ່ວຍຈຳລະຫວ່າງ Depa, ກົມໃຫຍ່ການທ່ອງທ່ຽວໄທ (TAT) ແລະ Travizgo  

ໂດຍເຫັນໄດ້ຄວາມສຳຄັນຂອງການໝູນໃຊ້ເຕັກໂນໂລຢີດີຈີຕອນ ໃນການຍູ້ໄວວິວັດການຟື້ນຟູຂະແໜງອຸດສາຫະກຳການທ່ອງທ່ຽວ ໄທ, ເຊິ່ງໄດ້ຮັບຜົນກະທົບຢ່າງໜັກໜ່ວງຈາກພະຍາດໂຄວິດ - 19, ວັນທີ 17 ກຸມພາ ອົງການສົ່ງເສີມເສດຖະກິດດີຈີຕອນ ໄທ (Depa) ໄດ້ຜັນຂະຫຍາຍຍຸດທະສາດ “ການທ່ອງທ່ຽວດີຈີຕອນ” (Digital Tourism)ເພື່ອເພີ່ມທະວີຄວາມຮັບຮູ້ ແລະ ສົ່ງເສີມບັນດາວິສາຫະກິດການທ່ອງທ່ຽວນຳໃຊ້ພື້ນຖານດີຈີຕອນໃນວົງກ້ວາງ.

ບັ້ນຍຸດທະສາດນີ້ ຈະພັດທະນາພື້ນຖານການທ່ອງທ່ຽວແຫ່ງຊາດ ດ້ວຍຊື່ທີ່ວ່າ ThailandCONNEX ເຊິ່ງຊ່ວຍເຊື່ອມຕໍ່ບັນດາວິສາຫະກິດການທ່ອງທ່ຽວໃນທົ່ວປະເທດໄທໂດຍໄວ, ໜູນຊ່ວຍເຂົາເຈົ້າໝູນໃຊ້ເຕັກໂນໂລຢີ ແລະ ມີຫົວຄິດປະດິດສ້າງດີຈີຕອນ ເພື່ອປັບປຸງຄວາມສາມາດໃນການແກ້ງແຍ້ງ, ເພີ່ມທະວີປະສິດທິຜົນ, ຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ເປີດກວ້າງກາລະໂອກາດດຳເນີນທຸລະກິດໃຫ້ຫຼາຍກ່ວາອີກ. ທ່ານ Nuttapon Nimmanphatcharin ປະທານອົງການສົ່ງເສີມເສດຖະກິດດີຈີຕອນໄທ ໃຫ້ຮູ້ວ່າ: 

ThailandCONNEX ແມ່ນພື້ນຖານ B2B (ວິສາຫະກິດ ເຊື່ອມຕໍ່ກັບ ວິສາກິດກ່ຽວກັບການທ່ອງທ່ຽວ ທຳອິດຢູ່ ໄທ ແລະ ກໍ່ອາດຈະແມ່ນພື້ນຖານທຳອິດຢູ່ ອາຊຽນພື້ນຖານນີ້ຈະຊ່ວຍເຊື່ອມຕໍ່ທຸກວິສາຫະກິດໃນຂະແໜງການທ່ອງທ່ຽວ ແລະ ລະບົບສະໜອງໄທມັນກໍ່ຈະນຳຜົນປະໂຫຍດມາໃຫ້ທົ່ວຂະແໜງທ່ອງທ່ຽວ ລວມມີ ບັນດາວິສາຫະກິດຂົນສົ່ງໂດຍສານການທ່ອງທ່ຽວຮ້ານອາຫານ ແລະ ການດຳເນີນທຸລະກິດປະເພດຕ່າງໆບໍ່ພຽງແຕ່ແນໃສ່ເຊື່ອມຕໍ່ບັນດາວິສາຫະກິດທ່ອງທ່ຽວໄທເທົ່ານັ້ນພື້ນຖານນີ້ຍັງຊ່ວຍເຊື່ອມຕໍ່ໄທກັໂລກອີກດ້ວຍທຸກວິສາຫະກິດທ່ອງທ່ຽວໃນທົ່ວໂລກ ອາດຈະເຊື່ອມຕໍ່ກັບ ThailandCONNEX ເພື່ອນຳໃຊ້ລະບົບນິເວດນີ້.

ແລະກໍ່ໃນວັນທີ 17 ກຸມພາ, Depa ໄດ້ເຊັນບົດບັນທຶກຊ່ວຍຈຳກັບກົມໃຫຍ່ການທ່ອງທ່ຽວໄທ (TAT) ເພື່ອສົ່ງເສີມບັນດາວິສາຫະກິດທ່ອງທ່ຽວ ນຳໃຊ້ໂປຼແກມ  ThailandCONNEX, ຈາກນັ້ນ ຊ່ວຍເຂົາເຈົ້າປັບປຸງການເຄື່ອນໄຫວດຳເນີນທຸລະກິດ, ເພີ່ມກາລະໂອກາດໂຄສະນາ ແລະ ພ້ອມກັນຍູ້ໄວວິວັດການຟື້ນຟູຂະແໜງການທ່ອງທ່ຽວໄທ ໃນໄລຍະຫຼັງໂຄວິດ - 19. ທ່ານ Nithee Seeprae ຮອງຫົວໜ້າກົມຮັບຜິດຊອບດີຈີຕອນ, ຄົ້ນຄ້ວາ ແລະ ພັດທະນາຂອງ TAT ໃຫ້ຮູ້ວ່າ: 

ເປົ້າໝາຍຫຼັກແຫຼ່ງຂອງ TAT ໃນປັດຈຸບັນແມ່ນຊຸກຍູ້ການຫັນຂະແໜງທ່ອງທ່ຽວໄທເປັນດີຈີຕອນພວກຂ້າພະເຈົ້າຢາກຮ່ວມມືກັບບັນດາຝ່າຍເພື່ອບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດພາກເອກະຊົນ ທີ່ຮູ້ວິທີການນຳໃຊ້ອຸປະກອນດີຈີຕອນ ໃນການພັດທະນາ ແລະ ດຳເນີນທຸລະກິດການທ່ອງທ່ຽວ. ThailandCONNEX ແມ່ນກາລະໂອກາດທີ່ດີໃຫ້ເຂດເອກະຊົນໄທພິເສດແມ່ນຂະແໜງການທ່ອງທ່ຽວອາດສາມາດພັດທະນາດ້ວຍຕົນເອງເພື່ອໜູນຊ່ວຍລັດຖະບານໄທຮັກສາບົດບາດນຳໜ້າໃນການໜູນຊ່ວຍພື້ນຖານເສດຖະກິດ ແລະ ຊ່ວຍພວກເຮົາບັນລຸໄດ້ເປົ້າໝາຍດຶງດູດແຂກທ່ອງທ່ຽວມາທ່ຽວໄທ 30 ລ້າເທື່ອຄົນ ໃນປີນີ້.

ຕາມທ່ານ Nattaseth Wongwatanakan,  , ປະທານບໍລິສັດເຕັກໂນໂລຢີ Travizgo, ຄູ່ຮ່ວມມືພັດທະນາ ThailandCONNEX ຂອງ Depa ແລ້ວ, ລະບົບນິເວດນີ້ໄດ້ຮັບການອອກແບບເພື່ອ Save ຂໍ້ມູນທີ່ເປັນຈຳນວນຫຼາຍ ແລະ ນຳໃຊ້ບັນຍາປະດິດ ເພື່ອໄຈ້ແຍກທ່າອ່ຽງ, ຄວາມນິຍົມ ແລະ ຄວາມຕ້ອງການຂອງແຂກທ່ອງທ່ຽວ, ຈາກນັ້ນ ຊ່ວຍໃຫ້ບັນດາວິສາຫະກິດ ທ່ອງທ່ຽວ ອອກແບບ ແລະ ປັບປຸງ ບັນດາຜະລິດຕະພັນ ແລະ ການບໍລິການຂອງຕົນ. ພ້ອມກັນນັ້ນ, ບັນດາອົງການລັດ ກໍ່ສາມາດສວຍໃຊ້ຂໍ້ມູນນີ້ ເພື່ອຍົກອອກນະໂຍບາຍຢ່າງມີປະສິດທິຜົນ ແລະ ຜັນຂະຫຍາຍບັນດາແຜນການໂຄສະນາ, ຊ່ວຍຍົກສູງຄຸນນະພາບຂະແໜງການທ່ອງທ່ຽວ.

Depa ຄາດວ່າຈະມີວິສາຫະກິດທ່ອງທ່ຽວຢ່າງໜ້ອຍສຸດ 100.000 ແຫ່ງເຂົ້າຮ່ວມການເຄື່ອນໄຫວບົນໂປຼແກຼມ ThailandCONNEX ດ້ວຍຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວກ່ວາ 200.000 ຢ່າງ, ເຊິ່ງຊ່ວຍສ້າງເພີ່ມຈຳນວນເງິນຕື່ມກ່ວາ 3,4 ຕື້ USD ໃຫ້ແກ່ພື້ນຖານເສດຖະກິດ.


top