ຂ່າວສານ

ໄທແກ່ຍາວສະພາວະສຸກເສີນຕື່ມອີກ 1 ເດືອນ

      ເຖິງວ່າ ສະພາບການໂລກລະບາດ ຢູ່ໄທໃນຊຸມວັນທີ່ຜ່ານມາ ບັນລຸໄດ້ບັນດາຄວາມຄືບໜ້າ ຂະນະທີ່ຈຳນວນຜູ້ຕິດເຊື້ອໃໝ່ໄດ້ຫຼຸດລົງ ນັບແຕ່ວັນທີ 14 ມີນາກໍ່ຕາມ, ແຕ່ວ່າ ລັດຖະບານປະເທດນີ້ໄດ້ຕັດສິນໃຈແກ່ຍາວຄຳສັ່ງສະພາວະສຸກເສີນຕື່ມອີກ 1 ເດືອນເພື່ອແນໃສ່ຮັບປະກັນຄວບຄຸມສະພາບການ. 

ໄທແກ່ຍາວສະພາວະສຸກເສີນຕື່ມອີກ 1 ເດືອນ(ພາບ: Reuters/VOV)
      ດັ່ງນັ້ນ, ຮອດວັນທີ 31ພຶດສະພາ, ປະຊາຊົນ ໄທຕ້ອງປະຕິບັດຕາມບັນດາຄຳສັ່ງທີ່ໄດ້ຮັບການປະກາດໃຊ້ຕາມລັດຖະດຳລັດນີ້, ໃນນັ້ນຫ້າມເຕົ້າໂຮມກັນຫຼາຍຄົນ ແລະ ປະກາດກົດໄອຍະການເສິກແຕ່ເວລາ 22 ໂມງ ຂອງວັນນີ້ຮອດ 4 ໂມງເຊົ້າຂອງວັນຕໍ່ມາ, ບັນດາຮ້ານອາຫານ, ສູນການຄ້າ, ການບໍລິການທີ່ບໍ່ຈຳເປັນຢູ່ໄທລ້ວນແຕ່ຕ້ອງປິດປະຕູ.
 (ແຫຼ່ງຄັດຈາກ VOV)

top