ຂ່າວສານ

ໄທເປີດສານພິພາກສາອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ຄືນໃໝ່

      ວັນທີ 06 ມີນາສານສູງສຸດໄທ ໄດ້ເປີດສານພິພາກສາດ້ວຍການກະທຳຜິດສໍ້ລາດບັງຫຼວງສຳລັບອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ ຄືນໃໝ່

ອະດີດນາຍົກລັດຖະມົນຕີ ທັກສິນ ຊິນນະວັດ
(ພາບປະກອບ: Top News)
      ເຊິ່ງຖືກໂຈະໄວ້ພາຍຫຼັງທີ່ທ່ານໄປຕ່າງປະເທດ, ກໍ່ຄືອອກຄຳສັ່ງຈັບຕົວໃໝ່ ພາຍຫຼັງທ່ານ ທັກສິນ ຊິນນະວັດ ບໍ່ປະຕິບັດຕາມຄຳຮຽກຕົວຂອງສານ.
        ສານໄດ້ເປີດວາລະພິພາກສາຄືນໃໝ່ ພາຍຫຼັງທີ່ປະເທດໄທ ປະກາດໃຊ້ມາດຕາໃໝ່, ມີຜົນບັງຄັບໃຊ້ນັບແຕ່ປີ 2017 ເປັນຕົ້ນມາ, ຕາມນັ້ນແລ້ວ ແມ່ນອະນຸຍາດໃຫ້ພິພາກສາໂດຍບໍ່ມີໜ້າສຳລັບບັນດາອະດີດເຈົ້າໜ້າທີ່. ປີ 2008, ອະດີດນາຍົກລັດຖະມົນຕີໄທ ທັກສິນ ຊິນນະວັດ ຖືກກ່າວຫາວ່າໄດ້ເຮັດງົມປະມານຂອງລັດ ຮົ່ວໄຫຼ ຜ່ານການດັດປັບບັນດາຂໍ້ກຳນົດກ່ຽວກັບຄ່າໂອນສົ່ງສິດໂທລະຄົມມະນາຄົມ ທີ່ນຳມາເຊິ່ງຜົນປະໂຫຍດສະເພາະໃຫ້ບໍລິສັດຂອງທ່ານເອງນັ້ນ ແມ່ນກຸ່ມບໍລິສັດໂທລະຄົມມະນາຄົມ Shin Corp.
 (ແຫຼ່ງຄັດຈາກ VOV)

top