ຂ່າວສານ

ໄທສະໜອງທີ່ພັກໃຫ້ຊາວອົບພະຍົບມຽນມາ ກວ່າ 2500 ຄົນ

      ຊາວອົບພະຍົບເຜົ່າ Karen ກວ່າ 2500 ຄົນຂອງມຽນມາ ຊຶ່ງສ່ວນຫຼາຍແມ່ນແມ່ຍິງ ແລະເດັກນ້ອຍ ໄດ້ຖືກຝ່າຍໄທຈັດແຈງບ່ອນຢູ່ ຊົ່ວຄາວຢູ່ໂຮງຮຽນແຫ່ງຫນຶ່ງໃນເມືອງ ແມ່ສອດ ແຂວງທາກ ທາງພາກຕາເວັນຕົກຂອງໄທ
ຊາວອົບພະຍົບມຽນມາ
      ຜູ້ຄົນເຫຼົ່ານີ້ ໄດ້ພາກັນຫລົບໜີອອກຈາກມຽນມາ ພາຍຫຼັງມີການປະທະກັນ ຢ່າງດຸເດືອດ ລະຫວ່າງທະຫານ ລັດຖະບານ ແລະ ກຳລັງປະກອບອາວຸດ ສຳພັນທະມິດແຫ່ງຊາດ Karen ທີ່ເມືອງ Myawaddy ໃກ້ກັບຊາຍແດນໄທ.
      ກອງທັບມຽນມາໄດ້ຍິງປືນໃຫຍ່ໃສ່ເທດສະບານເມືອງ Myawaddy ເຊິ່ງແມ່ນແຫ່ງ ໂດຍກຳລັງສຳພັນທະມິດແຫ່ງຊາດ Karen ຄຸ້ມຄອງເຮັດໃຫ້ລູກປືນໃຫຍ່ບິນໄປສູ່ດິນແດນຂອງໄທ. ກຳລັງສະເພາະກິດຂອງໄທໄດ້ສົ່ງສານຄັດຄ້ານເຖິງ ມຽນມາໂດຍຜ່ານຄະນະກຳມະການຊາຍແດນ.
(ແຫຼ່ງຄັດຈາກ VOV)


top