ຂ່າວສານ

ໄທຈະມອບຕຳແໜ່ງປະທານອາຊຽນ ໃຫ້ແກ່ ຫວຽດນາມ ນັບແຕ່ເດືອນພະຈິກປີ 2019

      ໃນຂອບເຂດກອງປະຊຸມ, ພິທີມອບຮັບຕຳແໜ່ງປະທານມູນວຽນອາຊຽນ ແຕ່ ໄທ ໄປຍັງ ຫວຽດນາມຈະດຳເນີນໃນວັນທີ 4 ພະຈິກ.
                 ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 35 ແລະ ບັນດາກອງປະຊຸມຂັ້ນສູງທີ່ກ່ຽວຂ້ອງຈະດຳເນີນໃນລະຫວ່າງວັນທີ 2 – 4 ພະຈິກຢູ່ປະເທດໄທ, ໂດຍມີການເຂົ້າຮ່ວມຂອງບັນດາການນຳ ແລະ ຜູ້ຕາງໜ້າທີ່ມາຈາກ ກ່ວາ 20 ປະເທດ.
        ໃນວັນທີ 18 ຕຸລາ, ທ່ານ ສຸຣິຢາ ຈີນດາວົງ ຫົວໜ້າກົມຮັບຜິດຊອບບັນດາບັນຫາອາຊຽນ - ກະຊວງການຕ່າງປະເທດໄທໃຫ້ຮູ້ວ່າ ກອງປະຊຸມສຸດຍອດ ອາຊຽນມີເປົ້າໝາຍຊຸກຍູ້ການຮ່ວມມືໃນພາກພື້ນ ແລະ ເພີ່ມທະວີການເຊື່ອມຕໍ່ລະຫວ່າງບັນດາປະເທດສະມາຊິກອາຊຽນ ແລະ ລະຫວ່າງ ອາຊຽນກັບບັນດາປະເທດຄູ່ຮ່ວມມື. ບັນດາການນຳຈະສຸມໃສ່ປຶກສາຫາລືບັນດາຍຸດທະສາດຊຸກຍູ້ການເຕີບໂຕເສດຖະກິດ ແລະ ວິໄສທັດອາຊຽນ ກ່ຽວກັບ ມະຫາສະມຸດອິນເດຍ - ປາຊີຟິກ, ເພື່ອແນໃສ່ຍູ້ແຮງການຮ່ວມມືລະຫວ່າງບັນດາປະເທດຢູ່ທະວີບ ແລະ ບັນດາ ທະເລຢູ່ເຂດຫາສະມຸດອິນເດຍ - ປາຊີຟິກ.
        ທ່ານ ສຸຣີຢາ ກໍ່ໃຫ້ຮູ້ວ່າ ອາຊຽນພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາປະເທດໃຫຍ່ດຳເນີນບັນດາການປຶກສາຫາລືທີ່ມີລັກສະນະສ້າງສາ ແລະ ພ້ອມກັນແກ້ໄຂບັນດາບັນຫາເສດຖະກິດ ແລະ ຄວາມໝັ້ນຄົງ.
 (ແຫຼ່ງຄັດຈາກ VOV)

top