ຂ່າວສານ

ໄທ ແລະ ອິນໂດເນເຊຍ ເຂົ້າຮອບຮອງຊະນະເລີດການແຂ່ງຂັນ AFF Cup 2022

ດ້ວຍໝາກຜົນນີ້, ທິມຊາດ ໄທ ແລະ ອິນໂດເນເຊຍ ໄດ້ລອດເຂົ້າຮອບຮອງຊະນະເລີດ AFF Cup 2022. ເຖິງວ່າພ້ອມກັນຍາດໄດ້ 10 ຄະແນນ ແຕ່ ໄທຢື່ນອັນດັບທີ 1 ຂອງສາຍຍ້ອນອັດຕາ ໄດ້ - ເສຍລູກເຂົ້າປະຕູເມື່ອທຽບໃສ່ ອິນໂດເນເຊຍ
ທິມບານເຕະ ໄທ (ພາບ:FAT)

ຕອນຄ່ຳວັນທີ 2 ມັງກອນ, ໄດ້ດຳເນີນການແຂ່ງຂັນບານເຕະ 2 ນັດສຸດທ້າຍຂອງສາຍ A, ການແຂ່ງຂັນບານເຕະຊິງແຊ້ມ ອາຊີຕາເວັນອອກສ່ຽງໃຕ້ 2022 (AFF CUP 2022). ຟິລິບປິນ ເສຍໃຫ້ທິມ ອິນໂດເນເຊຍ 1 – 2 ປະຕູ. ໃນບັນດານັດແຂ່ງຂັນທີ່ຍັງເຫຼືອໃນສະໜາມກິລາ ທຳມະສາດ, ຢູ່ນະຄອນ ຣັງສິດ, ແຂວງ ປາທຸມ ທານີ, ທິມເຈົ້າພາບ ໄທ ຍາດໄດ້ໄຊຊະນະກຳປູເຈຍ  3 – 1 ປູຕູ ເພື່ອໄດ້ທີໜຶ່ງໃນສາຍ A.

ດ້ວຍໝາກຜົນນີ້, ທິມຊາດ ໄທ ແລະ ອິນໂດເນເຊຍ ໄດ້ລອດເຂົ້າຮອບຮອງຊະນະເລີດ AFF Cup 2022. ເຖິງວ່າພ້ອມກັນຍາດໄດ້ 10 ຄະແນນ ແຕ່ ໄທຢື່ນອັນດັບທີ 1 ຂອງສາຍຍ້ອນອັດຕາ ໄດ້ - ເສຍລູກເຂົ້າປະຕູເມື່ອທຽບໃສ່ ອິນໂດເນເຊຍ. ຄູ່ແຂ່ງຂອງ 2 ທິມຊາດນີ້ໃນຮອບຮອງຊະນະເລີດ ຈະໄດ້ກຳນົດໃນນັດສຸດທ້າຍຂອງສາຍ B ເຊິ່ງຈັດຂຶ້ນໃນຕອນຄ່ຳວັນທີ 3 ມັງກອນ. ໃນສະໜາມກິລາ ມີ້ດິ່ງ, ຮ່າໂນ້ຍ, ທິມຊາດ ຫວຽດນາມ ຈະພົບກັບ ມຽນມາ ແລະ ໃນສະໜາມກິລາ  Bukit Jalid, ປະເທດເຈົ້າພາບ ມາເລເຊຍ ຈະພົບ ສິງກະໂປ.

 


top