ຂ່າວສານ

ໄທ ແລະ ອິນໂດເນເຊຍ ຈະເຕື້ອງເຖິງບັນຫາ Covid – 19 ຢູ່ກອງປະຊຸມສຸດຍອດອາຊຽນ 36

      ຖະແຫຼງການຂອງ ລັດຖະບານ ໄທ ໃຫ້ຮູ້ວ່າ ທ່ານ ປຣາຢຸດ ຈັນໂອຈາ ນາຍົກລັດຖະມົນຕີ ທັງເປັນລັດຖະມົນຕີກະຊວງປ້ອງກັນປະເທດໄທ ຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ ຖືກຈັດຕັ້ງຕາມຮູບການທາງອອນລາຍໃນວັນທີ 26 ມິຖຸນາຈະມາເຖິງ.

ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ (ພາບ: AFP)
      ທີ່ກອງປະຊຸມ, ທ່ານ ປຣາຢຸດ ຈັນໂອຈາ ຈະກ່າວຄຳເຫັນສະເໜີ 3 ວິທີການສຳຜັດ ໃນໄລຍະຫຼັງ Covid – 19 ເພື່ອແນໃສ່ນຳອາຊຽນກ້າວຂຶ້ນ ລວມມີ: ຊຸກຍູ້ການເຊື່ອມຕໍ່ອັນແທ້ຈິງ ຂອງອາຊຽນຜ່ານການຍູ້ໄວບັນດາການປະຕິບັດຕາມແຜນການສັງລວມກ່ຽວກັບການເຊື່ອມຕໍ່ອາຊຽນ 2025 (MPAC 2025), ເພີ່ມທະວີກຳລັງແຮງຂອງອາຊຽນ ຢູ່ພາຍໃນກຸ່ມຜ່ານການເຊື່ອມໂຍງເສດຖະກິດ ແລະ ການລົງທຶນພື້ນຖານໂຄງລ່າງດີຈີຕອນ ແລະ ຊຸກຍູ້ພູມຕ້ານທານຍາວນານ ຂອງອາຊຽນ ດ້ວຍການກໍ່ສ້າງແຜນການຟື້ນຟູໃນໄລຍະຫຼັງ Covid – 19.
            ໃນຂະນະນັ້ນ, ເມື່ອຕອບສຳພາດຕໍ່ນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ປະຈຳອິນໂດເນເຊຍ, ທ່ານ Jose Tavares ຫົວໜ້າກົມອາຊຽນ, ກະຊວງການຕ່າງປະເທດອິນໂດເນເຊຍ ໄດ້ແບ່ງປັນກ່ຽວກັບຄວາມຫວັງຂອງປະເທດນີ້ໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36 ນັ້ນແມ່ນ:
            ຫົວຂໍ້ໃຫຍ່ຂອງອາຊຽນແມ່ນ ສະໜິດຕິດພັນ ແລະ ເປັນເຈົ້າການຮັບມື, ປັບຕົວໃຫ້ແທດເໝາະກັບສະພາບການ ຈະເປັນສິ່ງລຸລວງໃນກອງປະຊຸມສຸດຍອດອາຊຽນຄັ້ງທີ 36. ເຖິງຢ່າງໃດກໍ່ຕາມ, ບັນດາບັນຫາໃນພາກພື້ນຄືໃນປັດຈຸບັນ ບໍ່ອາດຕັດແຍກອອກຈາກໂລກລະບາດ Covid – 19 ໄດ້. ບັນດາປະມຸກລັດ ກໍ່ສາມາດຍົກອອກບັນດາບັນຫາຢູ່ກອງປະຊຸມ ແລະ ມີຄວາມເປັນໄປໄດ້ວ່າ ທ່ານ Joko Widodo ປະທານາທິບໍດີ ອິນໂດເນເຊຍ ຈະນຳບັນຫາແກ້ໄຂໂລກລະບາດ Covid – 19 ກໍຄືການຟື້ນຟູພາຍຫຼັງ ໂລກລະບາດ Covid – 19 ມາປຶກສາຫາລືຢູ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 36.
 (ແຫຼ່ງຄັດຈາກ VOV)


top