ຂ່າວສານ

ໄທ ເລີ່ມຈັດຕັ້ງການເລືອກຕັ້ງທົ່ວປະເທດຢ່າງເປັນທາງການ

ການປ່ອນບັດເລືອກຕັ້ງຈະອັດລົງໃນເວລາ 17 ໂມງ ແລະ  ຄາດວ່າ ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງຈະໄດ້ປະກາດໃນເວລາ 20 ໂມງຂອງວັນດຽວກັນ.

ໄທ ເລີ່ມຈັດຕັ້ງການເລືອກຕັ້ງທົ່ວປະເທດຢ່າງເປັນທາງການ (ພາບ: TTXVN

ແຕ່ເວລາ 8 ໂມງເຊົ້າວັນທີ 24 ມີນາ (ຕາມເວລາທ້ອງຖິ່ນ), ຜູ້ມີສິດເລືອກຕັ້ງ ໄທ ກ່ວາ 50 ລ້ານຄົນໄດ້ເລີ່ມໄປປ່ອນບັດເລືອກຕັ້ງ ເພື່ອເລືອກເຟັ້ນການນຳຄົນໃໝ່ຂອງປະເທດຊາດ. ນີ້ກໍ່ແມ່ນການເລືອກຕັັ້ງຄັ້ງທຳອິດຕາມລັດຖະທຳມະນູນໃໝ່ປີ 2017 ແລະ ຈະເປັນຂີດໝາຍບາດກ້າວຂ້າມຜ່ານໄປສູ່ການສ້າງຕັ້ງລັດຖະບານໃໝ່ໂດຍປະຊາຊົນເລືອກຕັ້ງ. ມີສະຖານທີ່ປ່ອນບັດ 92.320 ແຫ່ງໃນທົ່ວປະເທດ ໄທ ໄດ້ເປີດປະຕູ. ລວມມີ 81 ພັກການເມືອງເຂົ້າຮ່ວມການເລືອກຕັ້ງ ແລະ ມີຜູ້ອອກສະໝັກຮັບເລືອກຕັ້ງນັບພັນໆຄົນຈະອອກຫາສຽງເລືອກຕັ້ງ ເພື່ອເປັນຕົວແທນໃຫ້ 350 ເຂດເລືອກຕັ້ງ.

        ການປ່ອນບັດເລືອກຕັ້ງຈະອັດລົງໃນເວລາ 17 ໂມງ ແລະ  ຄາດວ່າ ໝາກຜົນເບື້ອງຕົ້ນຂອງການເລືອກຕັ້ງຈະໄດ້ປະກາດໃນເວລາ 20 ໂມງຂອງວັນດຽວກັນ.

 (ແຫຼ່ງຄັດຈາກ VOV)



top